|
ຍິນດີຕ້ອນຮັບ ສູ່ເວບໄຊ ຫ້ອງການ, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ
|
ກອງປະຊຸມສຳມະນາ ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນສຸກທີ່ 06 ມັງກອນ 2012 ເວລາ 14: 06 |
|

ໃນຕອນເຊົ້າຂອງວັນທີ 26 ທັນວາ 2011 ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້: ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວັດແທກການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII 2011-2015 ໃນລະຫວ່າງວັນທີ 26-30 ທັນວາ 2011, ທີ່ ແຂວງ ຫຼວງພະບາງ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
|
ລັດຖະກອນ 95% ເຂົ້າອົບຮົມ ພາລະບົດບາດຂອງ ອຊນສ ແລະ ລະບຽບລັດຖະກອນ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 29 ມີນາ 2011 ເວລາ 14: 57 |
|

ໃນຕອນເຊົ້າຂອງວັນທີ 28 ມີນາ 2011 ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມລະບຽບລັດຖະກອນ, ພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ອຊນສ ໃຫ້ແກ່ພະນັກງານລັດຖະກອນໃໝ່ 95% ຈຳນວນ 60 ທ່ານ.
ໂດຍການເປັນປະທານຂອງ ທ່ານ ບຸນເນື່ອງ ນຸດປາທອງ, ຮອງຫົວໜ້າ ຫ້ອງການ ອຊນສ ແລະ ການໃຫ້ກຽດບັນລະຍາຍຂອງ ທ່ານ ຫົງທອງ ພູມສະຫວັດ, ຫົວໜ້າ ພະແນກ ຄຸ້ມຄອງພະນັກງານ ສຳນັກງານນາຍົກລັດຖະມົນຕີ, ຂຶ້ນນໍາສະເໜີ ກ່ຽວກັບ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ດຳລັດ ວ່າດ້ວຍລະບຽບລັດຖະກອນ ແຫ່ງ ສປປ ລາວ ແລະ ກົດລະບຽບພາຍໃນຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ເພື່ອເປັນການຝຶກອົບຮົມໃຫ້ບັນດາລັດຖະກອນໃໝ່ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງກົດລະບຽບຂອງລັດຖະກອນ ແລະ ພາລະບົດບາດຂອງ ອຊນສ ຊັດເຈນຂຶ້ນກວ່າເກົ່າ.
ການຝຶກອົບຮົມດັ່ງກ່າວໄດ້ອັດລົງໃນຕອນທ່ຽງຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມ ສຳມະນາ ກ່ຽວກັບການປະມູນ, ການຈັດຊື້້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິຫານດ້ວຍທືນລັດ.. |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 25 ມີນາ 2011 ເວລາ 08: 14 |
|

ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດກອງປະຊຸມ ສຳມະນາ ກ່ຽວກັບການປະມູນ, ການຈັດຊື້້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິຫານດ້ວຍທືນລັດ ໃຫ້ແກ່ພະນັກງານ ຂັ້ນກົມ ແລະ ວິຊາການ ຂື້ນໃນວັນທີ 23-26 ມີນາ 2011 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການ ເປັນປະທານ ຂອງທ່ານ ເກສອນ ໄຊຍະເສນ, ຮອງຫົວຫນ້າ ຫ້ອງການ ອຊນສ ຊື່ງມີຄະນະກົມ, ວິຊາການ ພາຍໃນ ອຊນສ ສູນກາງ ແລະ ທ້ອງຖີ່ນ ຕະຫລອດເຖີງ ວິທະຍາກອນ ຈາກກະຊວງ ການເງີນ ເຂົ້າຮ່ວມນຳ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ການກະກຽມສ້າງແຜນງົບປະມານ ສົກປີ 2011-2012 |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 25 ມັງກອນ 2011 ເວລາ 14: 39 |
|

ໃນລະຫວ່າງ ວັນທີ 20-21 ມັງກອນ 2011 ຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ສຳມະນາ ກ່ຽວກັບ ການກະກຽມສ້າງແຜນງົບປະມານ ສົກປີ 2011-2012 ໃຫ້ແກ່ພະນັກງານວິຊາການ ຂອງ ອຊນສ ຈັດຂື້ນທີ ນາປາກວາງລີສອດ ແຂວງ ວຽງຈັນ, ໂດຍການເປັນເຈົ້າການຂອງ ພະແນກ ການເງິນ, ຫ້ອງການ ອຊນສ. ສຳລັບ ການຝຶກອົບຮົມຄັ້ງນີ້ ໄດ້ມີນັກສຳມະນາກອນ ຈາກກົມ, ກອງຕ່າງໆ ອ້ອມຂ້າງ ອຊນສ ຈຳນວນ 34 ທ່ານ ແລະ ວິທະຍາກອນ ຈາກຫ້ອງການ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ 02 ທ່ານ
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ຝຶກອົບຮົມ ກ່ຽວກັບ ລະບຽບລັດຖະກອນ, ວຽກງານລັດຖະກອນ, ວຽກງານເລຂານຸການ ແລະ ພິທີການ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນພະຫັດທີ່ 09 ກັນຍາ 2010 ເວລາ 11: 25 |
|

ຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ ກ່ຽວກັບ ລະບຽບລັດຖະກອນ, ວຽກງານລັດຖະກອນ, ວຽກງານເລຂານຸການ ແລະ ພິທີການ ຂຶ້ນໃນລະຫວ່າງວັນທີ 2-3 ກັນຍາ 2010, ທີ່ຫ້ອງປະຊຸມ ອຊນສ. ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ມອນມະນີ ຍ່ອຍບົວກ່ອງ ຫົວໜ້າ ຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ສຳຫຼັບການຝຶກອົບຮົມໃນຄັ້ງນີ້ ໄດ້ມີນັກສຳມະນາກອນຈາກບັນດາ ກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ເຂົ້າຮ່ວມຈຳນວນ 41 ທ່ານ ແລະ ຮັບກຽດຂຶ້ນບັນຍາຍ ໂດຍວິທະຍາກອນ ຈາກ 03 ພາກສ່ວນ ຄື: ວິທະຍາກອນຈາກ ວິທະຍາໄລ ເຕັກນິກ ແລະ ການຊ່າງປາກປ່າສັກ, ວິທະຍາກອນຈາກ ກົມຈັດຕັ້ງ ສຳນັກງານນາຍົກ ລັດຖະມົນຕີ ແລະ ວິທະຍາກອນຈາກ ກະຊວງການຕ່າງປະເທດ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມ ສຳມະນາ ກ່ຽວກັບການຄຸ້ມຄອງໂຄງການ ລົງທືນຂອງລັດ... |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນຈັນທີ່ 30 ສິງຫາ 2010 ເວລາ 08: 58 |
|

ໃນຕອນເຊົ້າ ວັນທີ 04 ສິງຫາ 2010 ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ໄດ້ຈັດ ກອງປະຊຸມ ສຳມະນາ ກ່ຽວກັບ ໂຄງການ ລົງທືນຂອງລັດ, ການຕິດຕາມ ກວດກາ ປະເມີນຜົນ ແລະ ການຄຸ້ມຄອງທືນຊ່ວຍເຫລືອ ເພື່ອການພັດທະນາ ຈັດຂື້ນທີ ນາປາກວາງລີສອດ ແຂວງ ວຽງຈັນ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ພິທີເຊັນສັນຍາລະ ຫວ່າງ ອຊນສ ແລະ ກປສ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນອັງຄານທີ່ 29 ມິຖຸນາ 2010 ເວລາ 15: 20 |
|

ໃນຕອນ ແລງເວລາ 15:00 ໂມງຂອງ ວັນທີ 21 ມີຖຸນາ 2010, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ຕ່າງໜ້າ ໂດຍ ທ່ານ ມອນມະນີ ຍອຍບົວກ່ອງ, ຫົວຫນ້າ ຫ້ອງການ ອຊນສ ກັບ ກອງທຶນປົກຮັກສາສິ່ງແວດລ້ອມ (ກປສ) ຕ່າງໜ້າ ໂດຍ ທ່ານ ສຸກກາຕະ ວິຈິດ, ຜູ້ອຳນວຍການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ເຊັນສັນຍາ, ເພື່ອຮ່ວມກັນຈັດຕັ້ງປະຕິບັດ “ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ຫ້ອງການ ອຊນສ ໃນວຽກງານ ວາງແຜນຍຸດທະສາດ, ງົບປະມານ, ຕິດຕາມກວດກາ, ແລະປະເມິນຜົນ ອຊນສ" ໃນມູນຄ່າ 2,112,500,000 ກີບ ( ສອງຕື້ ຫນຶ່ງຮ້ອຍ ສິບສອງລ້ານ ຫ້າແສນກີບ) ຫຼື 250, 000 ໂດລາສະຫະລັດ, ອາຍຸໂຄງການແມ່ນ 24 ເດືອນ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ການຝຶກອົບຮົມ ການສ້າງຂອບການພັດທະນາ ຄວາມອາດສາມາດ ຂອງ ອຊນສ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພຸດທີ່ 05 ພຶດສະພາ 2010 ເວລາ 12: 17 |
|

ໃນຕອນເຊົ້າ ວັນທີ 29 ເມສາ 2010 ທີ່ເມືອງ ທ່າແຂກ ແຂວງ ຄຳມ່ວນ, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ໄດ້ມີການ ເປີດກອງປະຊຸມ ຝຶກອົບຮົມ ກ່ຽວກັບວຽກງານການສ້າງຂອບການພັດທະນາ ຄວາມອາດສາມາດຂອງ ອຊນສ ໂດຍແມ່ນການເປັນປະທານ ຂອງ ທ່ານ ບຸນເນື່ອງ ນຸດປາທອງ, ຮອງຫົວຫນ້າ ຫ້ອງການ, ທ່ານ ຄຳໄຜ່ ເພັງແພງເມືອງ, ຫົວຫນ້າຫ້ອງການ ອຊນສ ແຂວງ ຄຳມ່ວນ ແລະ ທ່ານ ນ. ເວໂລເນກາ, ຊ່ຽວຊານ ທະນາຄານໂລກ. ໂດຍມີຜູ້ເຂົ້າຮ່ວມມາຈາກ ຫ້ອງການ ອຊນສ ຂັ້ນແຂວງ ໃນທົ່ວປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງຮຽງຫນ້າ ກອງປະຊຸມ ນີຄັ້ງນີ້ ດຳເນີນໄປ ເປັນເວລາ 2 ວັນ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
|
ຫົວຂໍ້ໃຫມ່ສຸດ
No valid database connection Got error 28 from storage engine SQL=SELECT a.*, CASE WHEN CHAR_LENGTH(a.alias) THEN CONCAT_WS(":", a.id, a.alias) ELSE a.id END as slug, CASE WHEN CHAR_LENGTH(cc.alias) THEN CONCAT_WS(":", cc.id, cc.alias) ELSE cc.id END as catslug FROM jos_content AS a INNER JOIN jos_categories AS cc ON cc.id = a.catid INNER JOIN jos_sections AS s ON s.id = a.sectionid WHERE a.state = 1 AND ( a.publish_up = '0000-00-00 00:00:00' OR a.publish_up <= '2012-02-06 05:25:51' ) AND ( a.publish_down = '0000-00-00 00:00:00' OR a.publish_down >= '2012-02-06 05:25:51' ) AND s.id > 0 AND a.access <= 0 AND cc.access <= 0 AND s.access <= 0 AND s.published = 1 AND cc.published = 1 ORDER BY a.created DESC LIMIT 0, 8
ຫົວຂໍ້ຍອດນິຍົມ
No valid database connection Got error 28 from storage engine SQL=SELECT a.*, CASE WHEN CHAR_LENGTH(a.alias) THEN CONCAT_WS(":", a.id, a.alias) ELSE a.id END as slug, CASE WHEN CHAR_LENGTH(cc.alias) THEN CONCAT_WS(":", cc.id, cc.alias) ELSE cc.id END as catslug FROM jos_content AS a LEFT JOIN jos_content_frontpage AS f ON f.content_id = a.id INNER JOIN jos_categories AS cc ON cc.id = a.catid INNER JOIN jos_sections AS s ON s.id = a.sectionid WHERE ( a.state = 1 AND s.id > 0 ) AND ( a.publish_up = '0000-00-00 00:00:00' OR a.publish_up <= '2012-02-06 05:25:51' ) AND ( a.publish_down = '0000-00-00 00:00:00' OR a.publish_down >= '2012-02-06 05:25:51' ) AND a.access <= 0 AND cc.access <= 0 AND s.access <= 0 AND s.published = 1 AND cc.published = 1 ORDER BY a.hits DESC LIMIT 0, 8
|