|
ກອງປະຊຸມສຳມະນາ ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ |
|
|
|
|
Written by Daravanh LUANGKHOT
|
|
Friday, 06 January 2012 14:06 |
|
There are no translations available.

ໃນຕອນເຊົ້າຂອງວັນທີ 26 ທັນວາ 2011 ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້: ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວັດແທກການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII 2011-2015 ໃນລະຫວ່າງວັນທີ 26-30 ທັນວາ 2011, ທີ່ ແຂວງ ຫຼວງພະບາງ.
ໂດຍການເປັນປະທານຂອງ ທ່ານ ໄກສອນ ຖັນທະເທບ, ຮອງຫົວໜ້າ ຫ້ອງການ ກຊສ ແລະ ການໃຫ້ກຽດບັນລະຍາຍຂອງ ທ່ານ ຢ່າວາງ ວ່າຊວາມະ, ຮອງຫົວໜ້າ ກົມສະຖິຕິ, ກະຊວງ ແຜນການ ແລະ ການລົງທຶນ ຂຶ້ນນໍາສະເໜີ ກ່ຽວກັບ ກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ. ເພື່ອເປັນການຝຶກອົບຮົມໃຫ້ບັນດາພະນັກງານວິຊາການ ຂອງ ກຊສ ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາດັ່ງກ່າວ ເພື່ອການກຳນົດໂຕວັດແທກ ແລະ ສະຖິຕິຂອງແຜນການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຢ່າງຖືກຕ້ອງ.


|
|
Last Updated on Friday, 06 January 2012 14:09 |