ຫນ້າທີ່
ໜ້າທີ່ ຫ້ອງການ ອຊນສ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພະຫັດທີ່ 19 ພະຈິກ 2009 ເວລາ 14: 35
  1. ເປັນຜູ້ປະສານງານ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນການ-ງົບປະມານ, ໂຄງການ ແລະ ການເຄື່ອນໄຫວຕ່າງ ຂອງບັນດາກົມ, ກອງ ແລະ ສະຖາບັນ ອອ້ມຂ້າງ ອຊນສ;

  2. ດໍາເນີນ ການຕິດຕາມກວດກາ ແລະ ຊຸກຍູ້ບັນດາກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ໃນການຄົ້ນຄ້ວາ ຜັນຂະຫຍາຍແນວທາງ, ນະໂຍບາຍ ຂອງ ພັກ-ລັດ ໃຫ້ກາຍເປັນຍຸດທະສາດ, ແຜນດໍາເນີນງານ, ແຜນງານ, ໂຄງການ, ນິຕິກໍາ ໃນແຕ່ລະໄລຍະ;

  3. ຊີ້ນໍາ ທາງດ້ານວິຊາການ ບັນດາຫ້ອງການ ຊນສ ຂັ້ນແຂວງ ໂດຍປະສານສົມທົບ ກັບອໍານາດການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ;

  4. ປະສານສົມທົບ ກັບບັນດາກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ສ້າງແຜນການ, ງົບປະມານ ປະຈໍາເດືອນ, ປະຈໍາງວດ, ປະຈໍາປີ ແລະ ປະຈໍາ 5 ປີ ຂອງ ອຊນສ ແລ້ວ ລາຍງານໃຫ້ຂັ້ນເທິງ;

  5. ຄຸ້ມຄອງ, ຕິດຕາມຊຸກຍູ້ ແລະ ສະຫຼຸບ ສັງລວມການຈັດຕັ້ງປະຕິບັດ ແຜນການ, ງົບປະມານ ລວມທັງ ບັນດາໂຄງການຮ່ວມມື ກັບຕ່າງປະເທດ ແລະ ລາຍຮັບດ້ານວິຊາ ການ ຂອງ ບັນດາ ກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ໃນແຕ່ລະໄລຍະແລ້ວລາຍງານໃຫ້ຂັ້ນເທິງ;

  6. ປະສານສົມທົບ ກັບບັນດາ ກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ສ້າງ, ສະເໜີ ລະບຽບພາຍໃນ ອຊນສ ໃຫ້ຂັ້ນເທິງພິຈາລະນາຮອງຮັບ, ສັງລວມ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ລະບຽບດັ່ງກ່າວ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບປົກກະຕິ;

  7. ຂຶ້ນບັນຊີ, ກວດກາ, ຄຸ້ມຄອງ ແລະ ນໍາໃຊ້ຊັບສົມບັດຕ່າງໆ ຂອງ ອຊນສ ຢ່າງມີປະສິດ ທິຜົນ ເພື່ອຜົນປະໂຫຍດສ່ວນລວມ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງເປັນລະບົບປົກກະຕິ.

  8. ປະສານສົມທົບ ກັບບັນດາກົມ, ກອງ ແລະ ສະຖາບັນອ້ອມຂ້າງ ອຊນສ ສັງລວມ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການກໍ່ສ້າງ ພະນັກງານໃນຂົງເຂດວຽກງານຊັບພະຍາ ກອນນໍ້າ ແລະ ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະສັ້ນ ແລະ ໄລຍະກາງ ຢູ່ ພາຍໃນ ແລະ ຕ່າງປະເທດ;

    • ປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອບໍາລຸງຍົກລະດັບ ແລະ ຝຶກອົບຮົມພະນັກງານ ດ້ານຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະສັ້ນ ແລະ ໄລຍະກາງ ຢູ່ພາຍໃນ ແລະ ຕ່າງປະເທດ;

    • ສ້າງບົດຝຶກອົບຮົມ ແລະ ຄູ່ມື ເພື່ອຮັບໃຊ້ການຝຶກອົບຮົມ ຕາມແຜນການ ກໍ່ສ້າງພະນັກງານ ໃນຂົງເຂດ ຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນແຕ່ລະໄລຍະ;

    • ຄຸ້ມຄອງວຽກງານ ຝຶກອົບຮົມ ແລະ ຫໍສະມຸດ ຢ່າງລວມສູນ  ຂອງ ອຊນສ;

  9. ປະສານສົມທົບ ກັບບັນດາ ພາກສ່ວນທີ່ກ່ຽວຂ້ອງ ເພື່ອ ວິເຄາະ ແລະ ຮຽບຮຽງ ບັນດາຄໍາສັບ ດ້ານຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ແລ້ວນໍາສະເໜີໃຫ້ ຂັ້ນເທິງ ພິຈາລະນາ ຮັບຮອງ ແລະ ປະກາດໃຊ້ ຢ່າງເປັນລະບົບເອກະພາບ ໃນຂອບເຂດທົ່ວປະເທດ;

  10. ປະສານສົມທົບ ກັບບັນດາ ກົມ, ກອງ ແລະ ສະຖາບັນອ້ອມຂ້າງ ອຊນສ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເພື່ອສັງລວມ, ສ້າງເວບໄຊ້ (Web Site) ແລະ ສ້າງຄັງຂໍ້ມູນຂ່າວສານ ໃນຂົງເຂດ ຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ເປັນລະບົບ ເອກະພາບພາຍໃນ ອຊນສ ແລະ ຫຊນສ ແຂວງ ແລະ ນະຄອນຫຼວງ ດ້ວຍການນໍາໃຊ້ລະບົບເຕັກໂນໂລຊີ ຂ່າວສານ ແລະ ສື່ສານ (ICT) ຄຸ້ມຄອງ ແລະ ເຜີຍແຜ່ ບັນດາຂໍ້ມູນຂ່າວສານ  ດັ່ງກ່າວ ລວມທັງຜົນງານ ຂອງ ອຊນສ ໃຫ້ແກ່ບັນດາຂະແໜງການ, ທ້ອງຖິ່ນ,ມວນຊົນທົ່ວໄປ, ອົງການ ຈັດຕັ້ງພາຍໃນ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ຢ່າງເປັນລະບົບປົກກະຕິ;

    • ຄຸ້ມຄອງວຽກງານຂໍ້ມູນຂ່າວສານ ແລະ ສ້າງຈິດສໍານຶກ ຢ່າງລວມສູນ ຂອງ ອຊນສ;

  11. ປະສານສົມທົບ ກັບບັນດາກົມ, ກອງ ແລະ ສະຖາບັນ ອ້ອມຂ້າງ ອຊນສ ແລະ ຂະແໜງການ ທີ່ກ່ຽວຂ້ອງເພື່ອສັງລວມ, ຈັດຕັ້ງປະຕິບັດ ແລະ ຕີລາຄາ ການຈັດຕັ້ງປະຕິບັດ ແຜນການ ສ້າງຈິດສໍານຶກ ໃນຂົງເຂດຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ແລ້ວລາຍງານ ໃຫ້ຂັ້ນເທິງຢ່າງເປັນລະບົບ ປົກກະຕິ;

  12. ຮັບຜິດຊອບວຽກງານພິທິການ ແລະ ຄຸ້ມຄອງບໍລິຫານ ພາຍໃນ ອຊນສ;

  13. ບັນທຶກ ແລະ ສະຫຼຸບກອງປະຊຸມ ສ່ອງແສງປະຈໍາອາທິດ, ປະຈໍາເດືອນ, ປະຈໍາງວດ, ປະຈໍາ 6 ເດືອນ, ປະຈໍາປີ ແລະ ປະຈໍາ 5 ປີ ເພື່ອ ລາຍງານຂັ້ນເທິງ;

  14. ຄຸ້ມຄອງກາປະທັບ, ແຈກຢາຍ ເອກະສານ ຂາເຂົ້າ-ຂາອອກ ພ້ອມທັງສໍາເນົາເອກະສານ ແລະ ສັນຍາ ຂອງ ອຊນສ ຕາມລະບຽບຫຼັກການ;

  15. ຮ່າງຄໍາສັ່ງ, ຂໍ້ຕົກລົງ ແລະ ມະຕິຕົກລົງ ແຕ່ງຕັ້ງ,ຍົກຍ້າຍ,ຍ້ອງຍໍ,ເລື່ອນຊັ້ນ,ເລື່ອນຂັ້ນ, ປົດຕໍາແໜ່ງ, ປະຕິບັດວິໃນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານຂັ້ນຕ່າງໆ ຕາມລະບຽບຫຼັກການ;

  16. ຮັບຜິດຊອບວຽກງານປ້ອງກັນເວນຍາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດພາຍໃນ ອຊນສ;

  17. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວິຊາການ, ພ້ອມທັງຕິດຕາມ, ສັງລວມ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນການຮ່ວມມືສາກົນ ຂອງ ອຊນສ ແລ້ວລາຍງານໃຫ້ຂັ້ນເທິງ ຢ່າງ ເປັນລະບົບປົກກະຕິ;

  18. ເປັນໃຈກາງປະສານງານ, ຕິດຕາມ, ຊຸກຍູ້, ສະຫຼຸບສັງລວມ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດບັນດາ ສົນທິສັນຍາສາກົນ ແລະ ສັນຍາ ກ່ຽວກັບ ວຽກງານຊັບພະຍາກອນນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ; ແລະ

  19. ປະຕິບັດໜ້າທີ່ອື່ນໆ ຕາມການໝອບໝາຍ ຂອງ ຫົວໜ້າ ອຊນສ.