|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 19 ພະຈິກ 2009 ເວລາ 14: 02 |
-
ສະເໜີສ້າງຕັ້ງ, ຍຸບເລີກ, ປັບປຸງກົງຈັກການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ,ຍ້ອງຍໍ,ເລື່ອນຊັ້ນ, ເລື່ອນຂັ້ນ, ປົດຕໍາແໜ່ງ, ປະຕິບັດລະບຽບວິໃນ ຫຼື ນະໂຍບາຍອື່ນໆ ຕໍ່ພະນັກງານຂັ້ນຕ່າງໆຂອງຕົນຕາມລະບຽບການ;
-
ອອກໜັງສື ໃບກິດສໍາພັນ, ໃບເດີນທາງ, ໃບສະເໜີ, ບົດແນະນໍາ, ແຈ້ງການ,ບັດເຊີນ, ສະໂນດນໍາສົ່ງເອກະສານ ທາງລັດຖະການ ທີ່ພົວພັນ ກັບບັນດາ ອົງການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ຮ່າງໃບສະເໜີລາພັກປະຈໍາປີ ຂອງ ພະນັກງານລັດຖະກອນ ແລະ ອື່ນໆທີ່ກ່ຽວຂ້ອງ;
-
ເຂົ້າຮ່ວມກອງປະຊຸມທຸກລະດັບ ທັງພາຍໃນ ແລະ ຕ່າງປະເທດ ແລະ ເຊັນສັນຍາ, ອະນຸສັນຍາ, ບົດບັນທຶກ ແລະ ຈັດຕັ້ງການມອບ-ຮັບໂຄງການ, ວັດຖຸອຸປະກອນອື່ນໆ ຕາມການມອບໝາຍຂອງ ຫົວໜ້າ ອຊນສ;
-
ສ້າງລະບຽບພາຍໃນ ກ່ຽວກັບການຄຸ້ມຄອງ ບໍລິຫານວຽກງານ ຂອງ ອຊນສ ເພື່ອສະເໜີຂັ້ນເທິງ ຕົກລົງ ພ້ອມທັງເຜີຍແຜ່, ຊຸກຍູ້, ຕິດຕາມ ແລະ ຕິລາຄາ ການຈັດຕັ້ງປະຕິບັດ ລະບຽບ ດັ່ງກ່າວ ຢ່າງເປັນລະບົບປົກກະຕິ; ແລະ
-
ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງ ຫົວໜ້າ ອຊນສ.
|