ທີ່ຕັ້ງ ແລະ ພາລະບົດບາດ
ທີ່ຕັ້ງ ແລະ ພາລະບົດບາດ ຫ້ອງການ ອຊນສ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພະຫັດທີ່ 19 ພະຈິກ 2009 ເວລາ 14: 37

ຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຂຽນເປັນຕົວອັກ ສອນຫຍໍ້ ວ່າ: “ຫກ-ອຊນສ” ສັງກັດ ໃນໂຄງປະກອບກົງຈັກ ຂອງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ສຳນັກງານ ນາຍົກລັດຖະມົນຕີ; ແລະ

ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ອຊນສ ໃນວຽກງານ ແຜນການ-ການເງິນສະຫຼຸບ ສັງລວມ, ພົວພັນ ແລະ ຮ່ວມມື ກັບ ຕ່າງປະເທດ, ຈັດຕັ້ງ ພະນັກງານ, ຝຶກອົບຮົມ, ຄຸ້ມຄອງ-ບໍລິຫານ, ຂໍ້ມູນ-ຂ່າວສານ ແລະ ສ້າງຈິດສຳນຶກ ໃນຂົງເຂດ ຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ.