ອຊນສ ຈັດຝຶກອົບຮົມການພັດທະນາການຈັດຕັ້ງ PDF ພິມ ອີເມລ
ຂຽນໂດຍ Administrator   
ວັນພຸດທີ່ 30 ກັນຍາ 2009 ເວລາ 15: 11
 

ໃນລະຫວ່າງວັນທີ 23-25 ກັນຍາ 2009 ຜ່ານມາ, ທີ່ຫ້ອງປະຊຸມຂອງບ້ານພັກແຄມງື່ມ, ແຂວງວຽງຈັນ ໄດ້ຈັດໃຫ້ມີ ການຝຶກອົບຮົມກ່ຽວກັບ ການພັດທະນາການຈັດຕັ້ງ ໃຫ້ແກ່ພະນັກງານ ອຊນສ ໂດຍໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ. ໃນການຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດ ກ່າວເປີດພິທີ ໂດຍ ທ່ານ ບຸນເນື່ອງ ນຸດປາທອງ ຮອງຫົວໜ້າ ຫ້ອງການ ອຊນສ.

ສຳຫຼັບ ການຝຶກອົບຮົມຄັ້ງນີ້ແມ່ນເລັງໃສ່ພັດທະນາວຽກງານທາງດ້ານການຈັດຕັ້ງ ແລະການສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານໃນ ອຊນສ. ເພື່ອແນ່ໃສ່ສ້າງຄວາມສາມາດໃຫ້ພະນັກງານສາມາດ ສ້າງລະບົບການຈັດຕັ້ງພາຍໃນ ກົມ, ກອງ ແລະສະຖາບັນຂອງຕົນເອງ. ໃນການຝຶກອົບຮົມຄັ້ງນີ້ ໄດ້ມີນັກວິທະຍາກອນ ຈາກ ຈັດຕັ້ງສູນກາງ, ສະຖາບັນ ການເມືອງການປົກຄອງ ແລະທະນາຄານໂລກ ຜັດປ່ຽນກັນຂຶ້ນບັນຍາຍ ແລະໃຫ້ຄວາມຮູ້ ແກ່ນັກສຳມະນາກອນ ຈຳນວນ 29 ທ່ານ ຈາກກົມ,ກອງ ແລະສະຖາບັນອ້ອມຂ້າງ ອຊນສ.

 ທ່ານ ວິທະຍາກອນ ຈາກສະຖາບັນການເມືອງການປົກຄອງ
 
  ທ່ານ ວິທະຍາກອນ ຈາກ ຈັດຕັ້ງສູນກາງ
 
 ທ່ານ ວິທະຍາກອນ ຈາກ ທະນາຄານໂລກ
 
 ພາບບັນຍາກາດພາຍໃນງານ
 
 ການຖ່າຍຮູບລວມ