ການຮ່ວມມືກັບ IDRC PDF ພິມ ອີເມລ
ຂຽນໂດຍ ສູນ ຝືກອົບຮົມ ແລະ ຫໍສະຫມຸດ   
ວັນສຸກທີ່ 22 ມັງກອນ 2010 ເວລາ 08: 41

ໃນປີ 2001 ສູນຄົ້ນຄ້ວາການພັດທະນາສາກົນ (Internation Development Research Centre-IDRC) ໄດ້ສະເຫນີຮ່ວມມືກັບ ສະຖາບັນ ຄົ້ນຄ້ວາສິ່ງແວດລ້ອມ, ອົງການ ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ອວຕສ​ ໃນ​ເມື່ອ​ກ່ອນ. ໂດຍໄດ້ໃຫ້ການສະຫນັບສະຫນູນ ດ້ານງົບປະມານ ແລະ ວິຊາການ ຈັດຝຶກອົບຮົມ ກ່ຽວກັບ ວິທີການນຳໃຊ້ເຄື່ອງມື ດ້ານເສດຖະກິດ ສິ່ງແວດລ້ອມ ເຂົ້າໃນວຽກງານການປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ ເປັນ​ຕົ້ນ​ການຝຶກອົບຮົມ ກ່ຽວກັບ ຄວາມຮູ້ພື້ນຖານດ້ານເສດຖະກິດສິ່ງແວດລ້ອມ ຂຶ້ນ​ເຊິ່ງມີຜູ້ເຂົ້າຮ່ວມຈາກກົມກອງອ້ອມຂ້າງ ອວຕສ ແລະ ບັນດາມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄ້ວາກະສິກຳປ່າໄມ້ແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ພາຍຫຼັງສຳເລັດການຈັດຝຶກອົບຮົມດັ່ງກ່າວແລ້ວ IDRC ໄດ້ສະເຫນີໃຫ້ພະນັກງານວິຊາ ການລາວ ເຮັດບົດໂຄງການຄົ້ນຄ້ວາດັ່ງກ່າວ ເພື່ອສະ​ເໜີ​ໃຫ້ IDRC ພິຈາລະນາ ອະນຸມັດໃຫ້ ການສະຫນັບສະຫນູນດ້ານງົບປະມານຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ໃນເດືອນສິງຫາ ປີ 2005, IDRC ກໍໄດ້ມາປືກສາຫາລື ກັບສະຖາບັນອີກຄັ້ງ ເພື່ອມາ ປະເມີນຜົນໄດ້ຈາກການຝຶກອົບຮົມ ແລະ ປືກສາ ກ່ຽວກັບ ຄວາມຕ້ອງການໃນການດຳເນີນການຄົ້ນຄ້ວາ ໃນສປປລາວ,​ ຜ່ານການປືກສາຫາລືດັ່ງກ່າວ ແຜນງານ EEPSEA ໄດ້ເຫັນດີໃຫ້ການຊ່ວຍເຫຼືອ ໂດຍສ້າງ ຕັ້ງຫນ່ວຍງານ ຄົ້ນຄ້ວາເສດຖະກິດສິ່ງແວດລ້ອມ ເຊິ່ງປະກອບມີ: ສະຖາບັນຄົ້ນຄ້ວາ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄ້ວາ ກະສິກຳປ່າໄມ້ແຫ່ງຊາດ ໂດຍແມ່ນສະຖາບັນຄົ້ນຄ້ວາ ສິ່ງແວດລ້ອມ ເປັນຜູ້ປະສານງານ ແລະ ຄຸ້ມຄອງການຄົ້ນຄ້ວາດັ່ງກ່າວ, ໃນນັ້ນ ສະຖາບັນຄົ້ນຄ້ວາສິ່ງ ແວດລ້ອມ ໄດ້ຮັບການຊ່ວຍເຫຼືອ 4 ບົດຄົ້ນຄ້ວາ ໂດຍແມ່ນສູນຝຶກອົບຮົມສິ່ງແວດລ້ອມໃນເມື່ອກ່ອນ (ປະຈຸບັນແມ່ນ ສູນ ຝຶກອົບຮົມ ແລະ ຫໍສະໝຸດ; ຫ້ອງການ ອຊນສ) ເປັນຜູ້ດໍາເນີນການຄົ້ນຄ້ວາ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ໂຄງການຄົ້ນຄ້ວາ ກ່ຽວກັບ ການພັດທະນາ ແລະ ການບູລະນະຮັກສາສວນສາທາລະນະ; ກໍລະນີ ສຶກສາ: ສວນສາທາລະນະເຈົ້າໄຊເສດຖາ;
  2. ໂຄງການຄົ້ນຄ້ວາ ກ່ຽວ ກັບ ການກໍານົດມູນຄ່າ ເພື່ອປະເມີນການອະນຸລັກຮັກສາ ແລະ ນຳໃຊ້ ຊີວະນານາພັນແບບຍືນຍົງ; ກໍລະນີສຶກສາ ປ່າສະຫງວນຫ້ວຍຍາງ (ປ່າດົງໝາກຄາຍ);
  3. ໂຄງການຄົ້ນຄ້ວາ ກ່ຽວກັບ ບັນດາທາງເລືອກໃນການບຳບັດນໍ້າເປື້ອນຈາກໂຮງງານຜະລິດ ເຈັ້ຍໄຫວ້ພະ; ກໍລະນີສຶກສາ: ບ້ານ ອີໄລ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.

ໂຄງການຄົ້ນຄ້ວາ ກ່ຽວກັບ ການປະເມີນຄວາມອາດສາມາດ ໃນການຜະລິດທາດໄຮໂດຣເຈັນ ເປັນພະລັງງານທົດແທນໃນ ສປປລາວ; ກໍລະນີສຶກສາ: ເຂື່ອນໄຟຟ້າເຊເສັດ 1 ແຂວງ ສາລະວັນ

ກະລຸນາ ດາວໂຫລດ ເອົາແຜນພັບປະຊາສຳພັນ : EEPSEA impacts on WREA