|
ຝຶກອົບຮົມ ການຂຶ້ນແຜນງົບປະມານ ແຫ່ງລັດ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນພຸດທີ່ 03 ມີນາ 2010 ເວລາ 09: 36 |
|

ໃນລະຫວ່າງ ວັນທີ 22-24 ກຸມພາ 2010, ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ, ພະແນກ ການເງິນ, ຫ້ອງການ ອຊນສ ໄດ້ມີການຈັດຝຶກອົບຮົມ ການຂຶ້ນແຜນງົບປະມານແຫ່ງລັດ ຂຶ້ນທີ່ ເມືອງ ທ່າລາດ, ແຂວງ ວຽງຈັນ. ໂດຍການເປັນປະທານຂອງ ທ່ານ ເກສອນ ໄຊຍະເສນ, ຮອງຫົວໜ້າ ຫ້ອງການ ອຊນສ. ໃນການຝຶກອົບຮົມ ຄັ້ງນີ້ ແມ່ນໄດ້ມີການເຜີຍແຜ່ ດຳລັດ ວ່າດ້ວຍກົດໝາຍງົບປະມານແຫ່ງລັດ, ເຜີຍແຜ່ ກຳນົດໝາຍ ການໃຊ້ຈ່າຍງົບປະມານ ບໍລິຫານຂອງລັດ ສະບັບປັບປຸງ, ການຂຽນບົດສະເໜີ ຂໍທຶນສົມທົບໂຄງການ ແລະການຂຶ້ນແຜນງົບປະມານ ແຫ່ງລັດ ໃຫ້ແກ່ພະນັກງານ ກົມ, ກອງ ພາຍໃນ ອຊນສ. ສຳລັບ ການຝຶກອົບຮົມຄັ້ງນີ້ ໄດ້ມີນັກສຳມະນາກອນ ຈາກກົມ, ກອງຕ່າງໆ ອ້ອມຂ້າງ ອຊນສ 24 ທ່ານ ແລະວິທະຍາກອນ ຈາກຫ້ອງການ ອົງການ ຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ 01 ທ່ານ. ນອກຈາກນັ້ນ ກໍ່ໄດ້ເຊີນ ວິທະຍາກອນຈາກ ກະຊວງ ແຜນການ ແລະການລົງທຶນ 01 ທ່ານ.
ການຝຶກອົບຮົມ ຄັ້ງນີ້ ຈຸດປະສົງ ແມ່ນເພື່ອເຮັດໃຫ້ພະນັກງານ ວິຊາການຂອງ ກົມ ກອງ ຕ່າງໆ ອ້ອມຂ້າງ ອຊນສ ມີຄວາມຮັບຮູ້ ແລະເຂົ້າໃຈ ກົດໝາຍ ງົບປະມານ ແຫ່ງລັດ, ການໃຊ້ຈ່າຍ ງົບປະມານ ບໍລິຫານຂອງລັດ ເພື່ອແນໃສ່ ເຮັດໃຫ້ພະນັກງານ ວິຊາການ ຂອງຕົນ ສາມາດ ຂຶ້ນແຜນງົບປະມານ ແຫ່ງລັດ ແລະຂຽນບົດສະເໜີ ຂໍທຶນສົມທົບໂຄງການ ໄດ້ຢ່າງຖືກຕ້ອງ ແລະມີປະສິດທິຜົນ.


ທ່ານ ຄຳສຸກ ແກ້ວມີໄຊ ທ່ານ ຄຳຜາຍ ວິໄລຫົງ
ວິທະຍາກອນ ຈາກ ຫ້ອງການ ອຊນສ ວິທະຍາກອນ ຈາກ ກະຊວງ ແຜນການ ແລະ ການລົງທຶນ
ພາບບັນຍາກາດໃນງານ

ບັນດານັກສຳມະນາກອນ



|
|
LAST_UPDATED2 |