|
ກອງປະຊຸມ ສຳມະນາ ກ່ຽວກັບການຄຸ້ມຄອງໂຄງການ ລົງທືນຂອງລັດ... |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນຈັນທີ່ 30 ສິງຫາ 2010 ເວລາ 08: 58 |
|

ໃນຕອນເຊົ້າ ວັນທີ 04 ສິງຫາ 2010 ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ໄດ້ຈັດ ກອງປະຊຸມ ສຳມະນາ ກ່ຽວກັບ ໂຄງການ ລົງທືນຂອງລັດ, ການຕິດຕາມ ກວດກາ ປະເມີນຜົນ ແລະ ການຄຸ້ມຄອງທືນຊ່ວຍເຫລືອ ເພື່ອການພັດທະນາ ຈັດຂື້ນທີ ນາປາກວາງລີສອດ ແຂວງ ວຽງຈັນ.
ກອງປະຊຸມ ໃນຄັ້ງນີ້ ພາຍໃຕ້ ການເປັນປະທານ ຂອງ ທ່ານ ສີສະຫວັດ ວິທະໄຊ, ຮອງຫົວໜ້າ ອຊນສ ໂດຍ ມີບັນດາ ທ່ານ ຫົວຫນ້າຫ້ອງການ, ຫົວຫນ້າກົມ, ກອງ, ສະຖາບັນ ຕະຫລອດເຖີງ ພະນັກງານ ວິຊາການ ທີ່ກ່ຽວຂ້ອງ ພາຍໃນ ອຊນສ ແລະ ນັກວິທະຍາກອນ ຈາກ ກະຊວງ ແຜນການ ແລະ ການລົງທືນ ເຂົ້າຮ່ວມ ທັງຫມົດ 35 ທ່ານ.
ຫົວຂໍ້ໃນການສຳມະນາ ໃນຄັ້ງນີ້ ປະກອບມີ:
- ກົດຫມາຍວ່າດ້ວຍງົບປະມານແຫ່ງລັດ
- ລັດຖະບັນຫຍັດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ
- ການຄຸ້ມຄອງໂຄງການ ໃນແຜນງານການລົງທືນຂອງລັດ
- ການປະເມີນໂຄງການ ໃນແຜນງານການລົງທືນຂອງລັດ ແບບກະທັດຮັດ ແລະ ແບບສົມທຽບ
- ແບບຟອມ ການສະເຫນີໂຄງການ ລົງທືນຂອງລັດ ປະະເພດຕ່າງ
- ແບບຟອມ ການຂໍທືນສົມທົບຂອງລັດ ໃຫ້ແກ່ໂຄງການຊ່ວຍເຫລືອເພື່ອການພັດທະນາ
- ແນະນຳການສ້າງແຜນງົບປະມານ ລາຍຮັບ-ລາຍຈ່າຍ 2010-2011

ບັນດາຜູ້ທີ່ເຂົ້າຮ່ວມສຳມະນາ

ບັນດາຜູ້ທີ່ເຂົ້າຮ່ວມສຳມະນາ

ວິທະຍາກອນ ຈາກກະຊວງ ແຜນການ ແລະ ການລົງທືນ

ວິທະຍາກອນ ຈາກກະຊວງ ແຜນການ ແລະ ການລົງທືນ |
|
LAST_UPDATED2 |