ຝຶກອົບຮົມ ກ່ຽວກັບ ລະບຽບລັດຖະກອນ, ວຽກງານລັດຖະກອນ, ວຽກງານເລຂານຸການ ແລະ ພິທີການ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນພະຫັດທີ່ 09 ກັນຍາ 2010 ເວລາ 11: 25

ຫ້ອງການ ອົງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຝຶກ​ອົບຮົມ ກ່ຽວ​ກັບ ລະບຽບ​ລັດຖະກອນ, ວຽກ​ງານ​ລັດຖະກອນ, ວຽກ​ງານ​ເລຂານຸການ ​ແລະ ພິທີການ ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 2-3 ກັນຍາ 2010, ທີ່​ຫ້ອງ​ປະຊຸມ ອຊນສ. ​ພາຍ​ໃຕ້​ການ​​ເປັນ​ປະທານ ຂອງ​ທ່ານ ນາງ ມອນ​ມະນີ ຍ່ອຍ​ບົວ​ກ່ອງ ຫົວໜ້າ ຫ້ອງ​ການ ອົງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ. ສຳ​ຫຼັບ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ​ໄດ້​ມີ​ນັກ​ສຳ​ມະ​ນາກ​ອນຈາກບັນດາ ກົມ, ກອງ ​ແລະ​ ສະ​ຖາ​ບັນ ອ້ອມ​ຂ້າງ ອຊນສ ​ເຂົ້າ​ຮ່ວມຈຳນວນ 41 ທ່ານ ​ແລະ ຮັບ​ກຽດ​ຂຶ້ນ​ບັນຍາຍ ​ໂດຍ​ວິທະຍາກອນ ຈາກ 03 ​ພາກ​ສ່ວນ ຄື: ວິ​ທະ​ຍາກ​ອນຈາກ ວິທະຍາ​ໄລ ​ເຕັກນິກ ​ແລະ ການ​ຊ່າງ​ປາກ​ປ່າສັກ, ວິທະຍາກອນ​ຈາກ ກົມ​ຈັດ​ຕັ້ງ ສຳນັກງານ​ນາຍົກ ລັດຖະມົນຕີ ​ແລະ ວິທະຍາກອນ​ຈາກ ກະຊວງ​ການ​ຕ່າງປະ​ເທດ.

 

ຈຸດປະສົງອັນພື້ນຖານ ຂອງການຝຶກອົບຮົມໃນຄັ້ງນີ້:


·    ​ເພື່ອເຜີຍແຜ່ກ່ຽວກັບ ລະບຽບລັດຖະກອນ, ວຽກງານເລຂານຸການ ແລະ ພິທີການ
·    ເພື່ອເຮັດໃຫ້ພະນັກງານວິຊາ​ການມີຄວາມເຂົ້າໃຈ ແລະ ກຳໄດ້ສິດ, ຫນ້າທີ ແລະ ພາລະບົດບາດຂອງຕົນ ເພື່ອນຳໃຊ້​ເຂົ້າໃນວຽກງານໃນອົງການຈັດ​ຕັ້ງຂອງຕົນ.


ເນື້ອໃນຂອງກອງປະຊຸມໄດ້ແບ່ງອອກເປັນ 3 ຫົວຂໍ້ຄື:


1.    ວຽກງານເລຂານຸການ ແລະ ການຄຸມຄອງເອກະສານທາງລັດຖະການ
ບັນຍາຍໂດຍທ່ານ ອາຈານ ມອນສີ ວັນດາລາ, ອາຈາສອນ ພາກວິຊາ ບໍລິຫານທຸລະກິດ ໂຮງຮຽນວິທະຍາໄລ ເຕັກນິກ ແລະ ການຊ່າງປາກປາສັກ, ອາຈານ ມອນສີ ວັນດາລາ ໄດ້ສະເຫນີກ່ຽວກັບພາລະບົດບາດ ແລະ ຄວາມຮັບຜິດຊອບຂອງເລຂານຸການ ໂດຍໄດ້ອະທິບາຍໃຫ້ເຫັນເຖິງຄວາມສຳຄັນ ແລະ ບົດບາດຂອງວຽກງານດັ່ງກ່າວ.


2.     ການຄຸ້ມຄອງພະນັກງານ ແລະ ລັດຖະກອນ
ບັນ​ຍາຍໂດຍ ທ່ານ ຫົງທອງ ພູນສະຫວັດ, ຫົວຫນ້າພະແນກ ຄຸ້ມຄອງພະນັກງານ, ກົມຈັດຕັ້ງ-ພະນັກງານ, ສຳນັກງານນາຍົກລັດຖະມົນຕີ. ​ໂດຍ​ທ່ານ ໄດ້ສະເຫນີກ່ຽວກັບ ຄວາມຮູ້ພື້ນຖານກ່ຽວກັບການຄຸ້ມຄອງ ພະນັກງານລັດຖະກອນ, ເພື່ອໃຫ້ພະນັກງານທີ່ເຂົ້າຮ່ວມ ຝຶກອົບຮົມຮັບຮູ້, ກຳໄດ້ບັນດາຫຼັກການ, ລະບຽບການ ແລະ ວິທີການຈັດຕັ້ງ ແລະ ຄຸ້ມຄອງພະນັກງານລັດຖະກອນ, ຍົກລະດັບຄວາມຮູ້ ແລະ ສ້າງຈິດສຳນຶກ, ສາມາດຕີຕ້ານບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນເງື່ອນ​ໄຂຕ່າງໆ, ນອກ​ນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງການຈັດແບ່ງປະເພດ ຂອງພະນັກງານ ແມ່ນແບ່ງອອກເປັນ 3 ປະເພດຄື: ພະນັກງານນຳພາ, ພະນັກງານ ຄຸ້ມຄອງ ແລະ ພະນັກງານວິຊາການເຕັກນິກ


3.    ວຽກ​ງານ​ພິທີການ​
ບັນ​ຍາຍ​ໂດຍ ​ທ່ານ ນາງ ວຽງ​ເງິນ ​ໄຂຄຳ​ພິທູນ, ຮອງ​ຫົວຫນ້າ ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ. ​ໂດຍ​ທ່ານ ​ໄດ້​ນຳ​ສະ​ເໜີ 05 ຫົວ​ຂໍ້​ໃຫຍ່​ຄື: ມາລະຍາດ​ໃນ​ສັງຄົມ-​ສາກົນ, ການ​ຕ້ອນຮັບ​ແຂກ, ການ​ເຂົ້າ​ຮ່ວມ​ງານ​ລ້ຽງ, ການ​ນຸ່ງ​ຫົ່ມ​ແຕ່ງ​ກາຍ ​ແລະ ການຈັດ​ບ່ອນ​ນັ່ງ.

ທ່ານ ອາຈານ ມອນສີ ວັນດາລາ                                              ທ່ານ ຫົງທອງ ພູນສະຫວັດ

ວິທະຍາກອນຈາກ ວິທະຍາໄລ ເຕັກນິກ ແລະ ການຊ່າງປາກປ່າສັກ          ວິທະຍາກອນຈາກ ກົມຈັດຕັ້ງ ສນຍ

 

ທ່ານ ນ. ວຽງເງິນ ໄຂຄຳພິທູນ                                                 ທ່ານ ສີວັນນະກອນ ມະລີວັນ

ວິທະຍາກອນຈາກ ກະຊວງການຕ່າງປະເທດ                                 ຫົວໜ້າ ສູນຝຶກອົບຮົມ ແລະ ຫ້ອງສະໝຸດ

 

ພາບບັນຍາກາດໃນງານ

 

 

Download ເອກະສານ

LAST_UPDATED2