|
ການກະກຽມສ້າງແຜນງົບປະມານ ສົກປີ 2011-2012 |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 25 ມັງກອນ 2011 ເວລາ 14: 39 |
|

ໃນລະຫວ່າງ ວັນທີ 20-21 ມັງກອນ 2011 ຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ສຳມະນາ ກ່ຽວກັບ ການກະກຽມສ້າງແຜນງົບປະມານ ສົກປີ 2011-2012 ໃຫ້ແກ່ພະນັກງານວິຊາການ ຂອງ ອຊນສ ຈັດຂື້ນທີ ນາປາກວາງລີສອດ ແຂວງ ວຽງຈັນ, ໂດຍການເປັນເຈົ້າການຂອງ ພະແນກ ການເງິນ, ຫ້ອງການ ອຊນສ. ສຳລັບ ການຝຶກອົບຮົມຄັ້ງນີ້ ໄດ້ມີນັກສຳມະນາກອນ ຈາກກົມ, ກອງຕ່າງໆ ອ້ອມຂ້າງ ອຊນສ ຈຳນວນ 34 ທ່ານ ແລະ ວິທະຍາກອນ ຈາກຫ້ອງການ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ 02 ທ່ານ
ຈຸດປະສົງຂອງກອງປະຊຸມ ສຳມະນາ ໃນຄັ້ງນີ້ແມ່ນ ເພື່ອເຮັດໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານແຜນການ, ວຽກງານຄຸ້ມຄອງການເງິນຂອງແຕ່ລະກົມ, ກອງ, ສະຖາບັນ ພາຍໃນ ອຊນສ ເຂົ້າໃຈກ່ຽວກັບວິທີການສ້າງແຜນງົບປະມານ ສົກປີ 2011-2012 ຂອງກົມ ກອງ ໃຫ້ຖືກຕ້ອງຕາມຄຳແນະນຳຂອງລັດຖະມົນຕີວ່າການ ກະຊວງການເງິນວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານ ສົກປີ 2010-2011 ເພື່ອຮັບປະກັນໃຫ້ແກ່ການສ້າງແຜນງົບປະມານໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ກຳນົດເວລາທີ່ກຳນົດໄວ້.



|
|
LAST_UPDATED2 |