|
ກອງປະຊຸມ ສຳມະນາ ກ່ຽວກັບການປະມູນ, ການຈັດຊື້້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິຫານດ້ວຍທືນລັດ.. |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 25 ມີນາ 2011 ເວລາ 08: 14 |
|

ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດກອງປະຊຸມ ສຳມະນາ ກ່ຽວກັບການປະມູນ, ການຈັດຊື້້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິຫານດ້ວຍທືນລັດ ໃຫ້ແກ່ພະນັກງານ ຂັ້ນກົມ ແລະ ວິຊາການ ຂື້ນໃນວັນທີ 23-26 ມີນາ 2011 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການ ເປັນປະທານ ຂອງທ່ານ ເກສອນ ໄຊຍະເສນ, ຮອງຫົວຫນ້າ ຫ້ອງການ ອຊນສ ຊື່ງມີຄະນະກົມ, ວິຊາການ ພາຍໃນ ອຊນສ ສູນກາງ ແລະ ທ້ອງຖີ່ນ ຕະຫລອດເຖີງ ວິທະຍາກອນ ຈາກກະຊວງ ການເງີນ ເຂົ້າຮ່ວມນຳ.
ໃນການຝືກອົບຮົມ ໃນຄັ້ງນິີ້ ຈຸດປະສົງຫລັກ ແມ່ນເພື່ອໃຫ້ ພະນັກງານ ພາຍໃນ ອຊນສ ໄດ້ຮຽນຮູ້ ບັນດາເອກະສານ ທີ່ສຳຄັນ ແລະ ນຳໄປຫມູນໄຊ້ເຂົ້າໃນວຽກງານຂອງຕົນເອງ ຄື:
- ຫລັກການພື້ນຖານ ຂອງການ ປະມູນຈັດຊື້
- ເອກະສານ ນິຕິກຳ ກ່ຽວກັບການປະມູນ ຈັດຊື້ຂອງລັດ ທີ່ມີຜົນບັງຄັບໃຊ້ ໃນປະຈຸບັນ ຂອງ ສປປ ລາວ
- ການກະທຳຜິດຕ່າງໆ ທີ່ຕິດພັນກັບການປະມູນຈັດຊື້
- ການຂື້ນແຜນສຳລັບການປະມູນຈັດຊື້
- ຮູບການປະມູນຈັດຊື້
- ຕົວແບບເອກະສານປະມູນ
- ຕົວຢ່າງການກະກຽມ ເອກະສານ ສົມທຽບລາຄາ, ການເປີດກວ້າງ, ການປະເມີນການປະມູນ ສຳລັບສິນຄ້າ, ການກໍ່ສ້າງສ້ອມແປງ
- ບົດແນະນຳ ກ່ຽວກັບການຈັດຕັ້ງ ປະຕິບັດ ກົດຫມາຍວ່າດ້ວຍຊັບສິຂອງລັດ ສະບັບເລກທີ 2058/ກງ ລົງວັນທີ 01/10/2004
- ແຈ້ງການ ກ່ຽວກັບການຄຸ້ມຄອງຊັບສິນຂອງລັດ ປະເພດອາຄານ, ສິ່ງກໍ່ສ້າງ ແລະ ການກໍ່ສ້າງທີ່ນຳໃຊ້ທືນຂອງລັດ
- ຄວາມຮູ້ກ່ຽວກັບ ຂັ້ນຕອນການປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງ ລະບຽບການຈັດຕັ້ງປະຕິບັດວຽກງານຈັດຊື້, ຈັດຈ້າງດ້ວຍທືນຂອງລັດ
- ດຳລັດ ວ່າດ້ວຍການຊ່ວຍເຫລືອທາງການ ເພື່ອການພັດທະນາ ເລກທີ 76/ນຍ ລົງວັນທີ 20/03/2009
- ຄຳແນະນຳເພີ້ມເຕີ້ມ ຂອງແຈ້ງການ ເລກທີ 1047/ຄລບ ລົງວັນທີ 03/07/2007
- ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າການກະຊວງ ການເງີນ ເລື້ອງ ການລາຍງານ ສະພາບການຈັດຕັ້ງ ປະຕິບັດ ຂອງບັນດາໂຄງການ ທີ່ນຳໃຊ້ ທືນຊ່ວຍເຫລືອລ້າ ແລະ ກູ້ຢືມ ຈາກຕ່າງປະເທດ.



ນັກສຳມະນາກອນ ຈາກ ອຊນສ

ວິທະຍາກອນ ຈາກກະຊວງ ການເງີນ

ວິທະຍາກອນ ຈາກກະຊວງ ການເງີນ |
|
LAST_UPDATED2 |