|
ລັດຖະກອນ 95% ເຂົ້າອົບຮົມ ພາລະບົດບາດຂອງ ອຊນສ ແລະ ລະບຽບລັດຖະກອນ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 29 ມີນາ 2011 ເວລາ 14: 57 |
|

ໃນຕອນເຊົ້າຂອງວັນທີ 28 ມີນາ 2011 ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມລະບຽບລັດຖະກອນ, ພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ອຊນສ ໃຫ້ແກ່ພະນັກງານລັດຖະກອນໃໝ່ 95% ຈຳນວນ 60 ທ່ານ.
ໂດຍການເປັນປະທານຂອງ ທ່ານ ບຸນເນື່ອງ ນຸດປາທອງ, ຮອງຫົວໜ້າ ຫ້ອງການ ອຊນສ ແລະ ການໃຫ້ກຽດບັນລະຍາຍຂອງ ທ່ານ ຫົງທອງ ພູມສະຫວັດ, ຫົວໜ້າ ພະແນກ ຄຸ້ມຄອງພະນັກງານ ສຳນັກງານນາຍົກລັດຖະມົນຕີ, ຂຶ້ນນໍາສະເໜີ ກ່ຽວກັບ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ດຳລັດ ວ່າດ້ວຍລະບຽບລັດຖະກອນ ແຫ່ງ ສປປ ລາວ ແລະ ກົດລະບຽບພາຍໃນຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ເພື່ອເປັນການຝຶກອົບຮົມໃຫ້ບັນດາລັດຖະກອນໃໝ່ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງກົດລະບຽບຂອງລັດຖະກອນ ແລະ ພາລະບົດບາດຂອງ ອຊນສ ຊັດເຈນຂຶ້ນກວ່າເກົ່າ.
ການຝຶກອົບຮົມດັ່ງກ່າວໄດ້ອັດລົງໃນຕອນທ່ຽງຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.



|
|
LAST_UPDATED2 |