ກອງປະຊຸມສຳມະນາ ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນສຸກທີ່ 06 ມັງກອນ 2012 ເວລາ 14: 06

 

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 26 ທັນວາ 2011 ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ​ໄດ້​ຈັດກອງປະຊຸມສຳມະນາ ໃນຫົວຂໍ້: ການກຳນົດສະຖິຕິ ຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວັດແທກການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII 2011-2015 ໃນລະຫວ່າງວັນທີ 26-30 ທັນວາ 2011, ທີ່ ແຂວງ ຫຼວງພະບາງ.

ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ໄກສອນ ຖັນທະເທບ, ຮອງຫົວໜ້າ ຫ້ອງການ ກຊສ  ​ແລະ ​ການໃຫ້​ກຽດ​ບັນ​ລະ​ຍາຍ​ຂອງ ທ່ານ ຢ່າວາງ ວ່າຊວາມະ, ຮອງຫົວໜ້າ ກົມສະຖິຕິ, ກະຊວງ ແຜນການ ແລະ ການລົງທຶນ ຂຶ້ນນໍາສະ​ເໜີ ກ່ຽວກັບ ກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ. ເພື່ອ​ເປັນ​ການ​ຝຶກ​ອົບຮົມ​ໃຫ້​ບັນດາພະນັກງານວິຊາການ ຂອງ ກຊສ ຮັບຮູ້ ​ແລະ ​ເຂົ້າ​ໃຈ​ເຖິງບັນຫາດັ່ງກ່າວ ເພື່ອການກຳນົດໂຕວັດແທກ ແລະ ສະຖິຕິຂອງແຜນການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຢ່າງຖືກຕ້ອງ.

 

 

LAST_UPDATED2