ກອງປະຊຸມ ຄະນະມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 15 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 10 ພະຈິກ 2008 ເວລາ 00: 00
ນວັນທີ 7 ພະຈິກ 2008 ນີ້ ທີ່ນະຄອນຫລວງວຽງຈັນດ້ໄຂກອງປະຊຸມສະພາມົນຕີຄະນະກຳມະມາທິການແມ່ນ້ຳຂອງສາກົນຄັ້ງທີ 15 ໂດຍພາຍໃຕ້ ການເປັນປະທານ ຂອງ ທ່ານນາງຂັມແພງ ພົນເສນລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ຫົວຫນ້າ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ທັງເປັນປະທານ ສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ ສົກປີ 2008-2009.
ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ດັ່ງກ່າວຂອງ ທ່ານ ສົມສະຫວາດລັ່ງສະຫວັດ ຮອງນາຍົກລັດຖະມົນຕຜູ້ປະຈຳການລັດຖະບານຊິ່ງມີສະມາຊິກ ໃນລະດັບລັດຖະມົນຕີທີ່ຮັບຜິດຊອບວຽກງານແມ່ນ້ຳຂອງ 4 ປະເທດຄື: ສ ປ ປ ລາວ, ຣາຊະອານາຈັກໄທ, ກຳປູເຈຍ ແລະ ຫວຽດນາມ ພ້ອມດ້ວຍອົງການທີ່ໃຫ້ການຊ່ວຍເຫລືອ ແກ່ຄະນະກຳມາທິການແມ່ນ້ຳຂອງສາກົນ ເຂົ້າຮ່ວມ.ໃນກອງປະຊຸມຄັ້ງທີ 14 ຜ່ານມຄະນະກຳມາທິການແມ່ນ້ຳ ຂອງສາກົນ ໄດ້ມີຄວາມຄືບຫນ້າສຳຄັນຫລາຍຢ່າງເຊັ່ນ: ແຜນງານການນຳໃຊ້ນ້ຳ, ການຂຶ້ນແຜນພັດທະນາອ່າງແມ່ນ້ຳຂອງ. ກອງປະຊຸມປຶກສາຫາລື ຂອງພາກສ່ວນກ່ຽວກັບແຜນງານ ພະລັງງານໄຟຟ້ານ້ຳຕົກ ຂອງຄະນະກຳມາທິການ ແມ່ນ້ຳຂອງສາກົນ ການຈັດຕັ້ງປະຕິບັດ ແຜນງານຄຸ້ມຄອງບໍລິຫານ ຂໍ້ມູນ ຂ່າວສານ ແລະ ພູມປັນຍາ ແລະ ການປະຕິບັດຂໍ້ສະເຫນີແນະຕ່າງໆ ວ່າດ້ວຍການທົບທວນໂຄງຮ່າງການຈັດຕັ້ງຊິ່ງກອງປະຊຸມຄັ້ງທີ 15 ຂອງຄະນະມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ ນີ້ຈະເປັນຂີດຫມາຍອີກອັນຫນຶ່ງ ໃນການເສີມຂະຫຍາຍ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເພີ່ມທະວີການຮ່ວມມືກັນລະຫວ່າງ ບັນດາປະເທດ ສະມາຊິກຂອງຄະນະກຳມາທິການແມ່ນຳ້ຂອງສາກົນ ແລະ ຄູ່ຮ່ວມໃນການພັດທະນາ ຊຶ່ງຈະເປັນການຊ່ວຍໃຫ້ພວກເຮົາກ້າວເດີນໄປຕາມທິດທາງທີ່ຖືກຕ້ອງຂອງການພັດທະນາແບບຍືນຍົງໃນອ່າງແມ່ນຳ້ຂອງ. ເປັນຄັ້ງທຳອິດທີ່ກອງປະຊຸມສະພາມົນຕີໄດ້ຖືກຈັດຮ່ວມເຂົ້າກັບກອງປະຊຸມກັບກຸ່ມທີ່ປຶກສາຜູ້ໃຫ້ທຶນ, ຄືບັນດາປະເທດ ແລະ ອົງການຈັດຕັ້ງທີ່ໃຫ້ທຶນສະຫນັບສະຫນູນຫລາຍແກ່ MRC.
ນໄລຍະວັນປະຊຸມ, ທັງ 4 ປະເທດສະມາຊິກ ແລະ ປະເທດຄູ່ຮ່ວມພັດທະນາຈະຮ່ວມກັນປຶກສາຫາລືການເລືອກທີ່ຕັ້ງຖາວອນຂອງກອງເລຂາ MRC, ປະເດັນດ້ານການເງິນ ແລະ ຄວາມຄືບຫນ້າ ຂອງການຈັດຕັ້ງ ປະຕິບັດ ບັນດາແຜນງານ ເຊັ່ນ: ແຜນພັດທະນາອ່າງເປັນຕົ້ນ.ກອງປະຊຸມຍັງຈະໄດ້ປຶກສາຫາລືເຫດການພົ້ນເດັ່ນຂອງ MRC ລວມມີການປຶກສາຫາລືລະຫວ່າງກຸ່ມຜົນປະໂຫຍດຕ່າງໆໃນແຜນງານໄຟຟ້ານຳ້ຕົກຊິ່ງຈັດໃນເດືອນກັນຍາ ຢູ່ທີ່ວຽງຈັນ ແລະ ບັນຫາ ນ້ຳຖ້ວມທີ່ເກີດຕາມລຳນ້ຳ ຂອງຢູ່ ສປປ ລາວ ແລະ ປະເທດໄທ ໃນເດືອນສິງຫາຜ່ານມາ.ການປຶກສາຫາລືເລື່ອງໄຟຟ້ານ້ຳ ຕົກໄດ້ສ້າງປະຫວັດ ການເປັນເທື່ອທຳອິດທີ່ປະເທດ ດັ່ງກ່າວໄດ້ຖືກປຶກສາຫາລື ລົງເລິກໂດຍ 4 ປະເທດໂດຍຊ່ອງຫນ້າ ກັບກຸ່ມຜົນປະໂຫຍດ ທີ່ກວ້າງຂວາງ, ລວມເຖິງຜູ້ເຂົ້າຮ່ວມຈາກ ສປ ຈີນ ແລະ ມຽນມາ.
ຈາກນັ້ນກອງປະຊຸມ ຍັງໄດ້ມີການເຊັນສັນຍາຊ່ວຍເຫລືອ ລະຫວ່າງລັດຖະບານ ເດັນມາກ ໃຫ້ການຊ່ວຍເຫລືອ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ (ໃນແຜນງານການປະມົງ) ມູນຄ່າ 3,3 ລ້ານໂດລາ ແລະ ລັດຖະບານ ເຢຍລະມັນ ໃຫ້ການຊ່ວຍເຫລືອ ມູນຄ່າ 3 ລ້ານເອີໂຣກ່ວຽກງານການຄຸ້ມຄອງອ່າງໂຕ່ງໄລຍະ III ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.