ການຝຶກອົບຮົມ ພາຍ​ໃຕ້​ຫົວ​ຂໍ້ “The 4th Sentinel Asia System (SAS) Operation Training” PDF ພິມ ອີເມລ
ວັນພະຫັດທີ່ 12 ກຸມພາ 2009 ເວລາ 11: 05

 

ໃນເວລາ 10 ໂມງເຊົ້າ ຂອງວັນ​ທີ 10 ກຸມພາ 2009, ທີ່​ສະ​ຖາ​ບັນ​ຄົ້ນຄວ້າ Information Technology, ອົງການ ວິທະຍາສາດ - ເຕັກ​ໂນ​ໂລ​ຊີ ແຫ່ງ​ຊາດ, ​ໄດ້​ມີ ການ​ຝຶກອົບຮົມ ສາກົນ ກ່ຽວ​ກັບ​ລະ​ບົບ Sentinel Asia ຄັ້ງ​ທີ 4 , ເຊິ່ງຈັດຂຶ້ນໂດຍ ອົງການ ສຳຫຼວດ ອາວະກາດ ແຫ່ງຊາດ ປະເທດ ຍີ່ປຸ່ນ (JAPAN Aerospace Exploration AgencyJAXA). ພາຍ​ໃຕ້​ຫົວ​ຂໍ້ “The 4th Sentinel Asai System (SAS) Operation Training” ໃນນີ້ໄດ້ຮັບ ກຽດໃນ ການເປີດພິທີ ໂດຍ ທ່ານ ນາງ ມອນມະນີ ຍອຍບົວກອງ ຫົວໜ້າຫ້ອງການ, ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ Mr. Shinichi MIZUMOTO, Director, JAXA Bangkok Office.

ຈຸດປະສົງຂອງ ການຝຶກ ອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດສະມາຊິກ ສາມາດເຂົ້າເຖິງ ແລະ ແລກປ່ຽນຂໍ້ ມູນຂ່າວສານ ໂດຍຜ່ານທາງອິນ ເຕີເນັດ, ສົ່ງເສີມໃຫ້ມີການເຕືອນໄພພິບັດລ່ວງໜ້າ. ເພື່ອຄົ້ນຄວ້າ ນຳໃຊ້ພາບຖ່າຍດາວທຽມ ແລະລະບົບຂໍ້ມູນຂ່າວສານ ພູມສາດ ເຂົ້າໃນການຄຸ້ມຄອງໄພພິບັດທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ແລະສົ່ງເສີມການຮ່ວມມືພາກ ພື້ນ ອາຊີ-ປາຊີຟິກ ທາງດ້ານການນຳໃຊ້ເຕັກໂນໂລຊີ ອາວະກາດ. Sentinel Asia ໄດ້ຮັບການສ້າງຕັ້ງຂຶ້ນໃນ ເດືອນ ພະຈິກ 2004, ປະກອບດ້ວຍ ຄະນະໂຄງການເຊື່ອມຕໍ່ ມີທັງໝົດ 51 ອົງການ ມາຈາກ 20 ປະເທດ ຢູ່ພາກພື້ນອາຊີ -ປາຊີຟິກ ແລະ ມາຈາກອົງການຈັດຕັ້ງສາກົນ 08 ພາກສ່ວນ ເຊັ່ນ: UN/ESCAP, UN/OOSA, AIT, ESA, APSCC, UNCOPUOS, ASEAN-SCOSA ແລະກອງເລຂາ ອາຊຽນ ແລະ ສປປລາວ ກໍໄດ້ເຂົ້າເປັນສະມາຊິກ ດັ່ງກ່າວ.

ສຳລັບການຝຶກອົບຮົບ Sentinel Asia ຄັ້ງທີ 4 ນີ້ຈະໄດ້ດຳເນີນເປັນເວລາ 2 ວັນ, ລະຫວ່າງ ວັນທີ 10-12 ກຸມພາ 2009. ຜູ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ປະກອບມີຈຳນວນຄົນ ປະມານ 25 ທ່ານ, ເຊິ່ງມາຈາກ 12 ປະເທດ ຄື: ບັງກາລາເທດ, ບູຖານ, ອິນໂດເນເຊຍ, ກາຊັກສະຖານ, ມາເລເຊຍ, ມົງໂກເລຍ, ເນປານ, ຟິລິບປິນ, ສີລັງກາ, ໄທ, ຫວຽດນາມ ແລະ ລາວ.

 

ການຖ່າຍຮູບລວມ 
ພາບບັນຍາກາດໃນການຝຶກອົບຮົມ