Lao (ພາສາລາວ)English (United Kingdom)
ຂອບເຂດສິດ ກົມອຸຕຸນິຍົມ ແລະ ອຸທົກກະສາດ PDF Print E-mail
There are no translations available.

  1. ສະເໜີສ້າງຕັ້ງ, ຍຸບເລີກ, ປັບປຸງກົງຈັກການຈັດຕັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັ້ນ, ຂັ້ນ, ປົດຕຳແໜ່ງ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆຕໍ່ພະນັກງານຂັ້ນຕ່າງໆ ຂອງຕົນບົນພື້ນຖານລະບຽບການຂອງການແບ່ງຂັ້ນ ຄຸ້ມຄອງ;
  2. ອອກຄຳສັ່ງ, ບົດແນະນຳ, ແຈ້ງການ, ລະບຽບພາຍໃນເພື່ອຈັດຕັ້ງປະຕິບັດຂໍ້ກຳນົດ ແລະ ບຽບການຕ່າງໆທີ່ກ່ຽວ ຂ້ອງກັບວຽກງານ ອຸຕຸຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ;
  3. ເຂົ້າຮ່ວມກອງປະຊຸມທຸກລະດັບທັງພາຍໃນ ແລະ ຕ່າງປະເທດ, ເຈລະຈາ, ເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈກັບ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ພົວພັນເຖິງວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ຕາມການ ມອບໝາຍຂອງຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ;
  4. ສະເໜີແຕ່ງຕັ້ງພະນັກງານພາຍໃນກົມໄປເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ;
  5. ປະຕິບັດສິດອື່ນໆຕາມການເຫັນດີຂອງຫົວໜ້າອົງການຊັບຍາກອນນ້ຳ ແລະ ສິ່ງແວດລ້ອມ.