Lao (ພາສາລາວ)English (United Kingdom)
ໜ້າທີ່ພະແນກວິຊາການ PDF Print E-mail
There are no translations available.

-    ສ້າງຮ່າງກົດໝາຍ, ດຳລັດ, ຂໍ້ກຳນົດລະບຽບຫຼັກການຂອງວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;

-    ຄຸ້ມຄອງ ແລະ ປະເມີນຜົນການປະຕິບັດແຜນການ, ໂຄງການພັດທະນາດ້ານວິຊາການ;

-    ສຶກສາ, ຕິດຕາມ, ແນະນຳ ແລະ ສະຫຼຸບການປະຕິບັດລະບຽບຫຼັກການທາງດ້ານວິຊາການອຸຕຸນິຍົມ ແລະ ອຸທົກກະສາດ;

-    ຄົ້ນຄ້ວາວິທະຍາສາດດ້ານອຸຕຸນິຍົມ, ອຸທົກກະສາດ, ອຸຕຸກະເສດ ແລະ ແຜ່ນດິນໄຫວ;

-    ເຜີຍແຜ່ຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ, ອຸຕຸນິຍົມຮັບໃຊ້ການກະເສດ;

-    ປະສານສົມທົບກັບບັນດາກອງກ່ຽວກັບການຄົ້ນຄ້ວາບຸກຄະລາກອນເພື່ອເຂົ້າຮ່ວມປະຊຸມ, ສຳມະນາ ແລະ ຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ;

-    ສຶກສາຄົ້ນຄ້ວາ ແລະ ພັດທະນາວິຊາການອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ;

-    ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າກົມ.