Lao (ພາສາລາວ)English (United Kingdom)
ໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ PDF Print E-mail
There are no translations available.

  1. ຄົ້ນຄ້ວາ,ຜົນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ແລະ ລັດຖະ ບານໃຫ້ກາຍເປັນຍຸດທະສາດ,ແຜນການ ແລະ ໂຄງການ ກ່ຽວກັບ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;
  2. ຄົ້ນຄ້ວາສ້າງ ແລະ ນຳສະເໜີປັບປຸງບັນດານິຕິກຳ ແລະ ລະບຽບການຕ່າງໆ ທີ່ພົວພັນກັບ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ທີ່ເຫັນວ່າບໍ່ຄົບຖ້ວນ ຫຼື ບໍ່ສອດຄ່ອງກັບສະພາບ ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
  3. ສ້າງແຜນການ, ແຜນງົບປະມານ ແລະ ແຜນບຸກຄະລາກອນໃນແຕ່ລະໄລຍະ;
  4. ກວດກາ, ກວດການການຈັດຕັ້ງປະຕິບັດ ບັນດາແຜນການ, ງົບປະມານ, ໂຄງການຕ່າງໆ, ບັນດາວຽກງານ ແລະ ຂໍ້ກຳນົດກົດລະບຽບຕ່າງໆຢູ່ສູນກາງ ແລະ ທ້ອງຖິ່ນ;
  5. ກໍ່ສ້າງ, ບຳລຸງຍົກລະດັບດ້ານວິຊາການ ອຸຕຸນິຍົມ ແລະ ອຸທົກກະສາດໃຫ້ແກ່ພະນັກງານ ລັດຖະກອນຢູ່ສູນກາງ ແລະ ທ້ອງຖິ່ນ;
  6. ຄຸ້ມຄອງ, ປັບປຸງ ແລະ ຂະຫຍາຍຕາງໜ່າງສະຖານີອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນ ດິນໄຫວໃນທົ່ວປະເທດ;
  7. ສຶກສາຄົ້ນຄ້ວາ, ຕິດຕາມສະພາບອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມດ້ວຍປາກົດການທາງ ທຳມະຊາດ ທີ່ກ່ຽວພັນກັບ ການປ່ຽນແປງຂອງດິນຟ້າອາກາດ;
  8. ສຳຫຼວດ, ຕິດຕັ້ງອຸປະກອນວັດແທກ ແລະ ເຄື່ອງຈັກອຸຕຸນິຍົມ ແລະ ອຸທົກກະສາດ, ແຜ່ນ ດິນໄຫວ, ລວມທັງການເກັບກຳຂໍ້ມູນອາກາດສະຖານີອຸຕຸນິຍົມໜ້າດິນ, ສະຖານີຍ່ານສູງ, ສະຖານີດາວທຽມ, ສະຖານີຣາດາ, ສະຖານີແຜ່ນດິນໄຫວ ແລະ ນ້ຳເທິງອາກາດ, ໜ້າດິນ ແລະ ໃຕ້ດິນ ພ້ອມທັງການວັດແທກລະດັບນ້ຳ ແລະ ກະແສນ້ຳຕາມລຳແມ່ນ້ຳຂອງ ແລະ ສາຂາຕ່າງໆໃນຂອບເຂດທົ່ວປະເທດ;
  9. ພະຍາກອນອາກາດ ແລະ ລະດັບນ້ຳ, ເຕືອນໄພທຳມະຊາດ ທີ່ອາດຈະເກີດຂຶ້ນຈາກສະພາບ ອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມທັງແຈ້ງສະພາບການເຄື່ອນໄຫວ, ເໜັງຕີງຂອງບັນດາ ປັດໃຈເຫຼົ່ານີ້ໃຫ້ອົງການຈັດຕັ້ງຂອງລັດ, ລວມໝູ່, ເອກະຊົນ, ປະຊາຊົນບັນດາເຜົ່າ, ອົງ ການຈັດຕັ້ງທາງສັງຄົມອື່ນໆ ແລະ ຕ່າງປະເທດຊາບ;
  10. ເກັບກຳ, ສັງລວມ, ປຸງແຕ່ງ ແລະ ວິເຄາະຂໍ້ມູນ ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ແຜ່ນ ດິນໄຫວ ຈັດພິມເປັນວາລະສານສະຖິຕິເພື່ອຮັບໃຊ້ການວາງແຜນ, ການຄຳນວນ ແລະ ອອກແບບໂຄງການພັດທະນາເສດຖະກິດ-ສັງຄົມ ໃນຂະແໜງການຕ່າງໆ;
  11. ສົ່ງເສີມ ແລະ ເຜີຍແຜ່ໃຫ້ອົງການລັດ, ລວມໝູ່, ເອກະຊົນ, ອົງການຈັດຕັ້ງສັງຄົມອື່ນໆ ແລະ ປະຊາຊົນບັນດາເຜົ່າເຫັນໄດ້ຄວາມສຳຄັນຂອງຂໍ້ມູນ ອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຕໍ່ການຫຼຸດຜ່ອນຜົນເສຍຫາຍ ຈາກໄພທຳມະຊາດ;
  12. ສຳຫຼວດ, ຂຶ້ນບັນຊີແຫຼ່ງນ້ຳ ແລະ ອ່າງຮັບນ້ຳໃນຂອບເຂດທົ່ວປະເທດ;
  13. ຕິດຕັ້ງ ແລະ ນຳໃຊ້ລະບົບໂທລະຄົມສື່ສານ ເພື່ອແລກປ່ຽນຂໍ້ມູນຂ່າວສານ ອຸຕຸນິຍົມ, ອຸ ທົກກະສາດ ແລະ ແຜ່ນດິນໄຫວ ຢູ່ພາຍໃນ ແລະ ຕ່າງປະເທດ;
  14. ກວດກາ, ກວດການ, ຕີລາຄາ, ປະກອບຄຳເຫັນ ແລະ ແນະນຳບັນດາພະແນກການ, ກອງ ວິຊາການ, ສູນ, ຂະແໜງການ ແລະ ສະຖານີອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ ເພື່ອເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ;
  15. ເກັບຄ່າທຳນຽມ, ຄ່າບໍລິການ ແລະ ລາຍຮັບວິຊາການອື່ນໆດ້ານອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວຕາມລະບຽບກົດໝາຍວາງອອກ;
  16. ສະຫຼຸບລາຍງານການເຄື່ອນໄຫວວຽກງານອຸຕຸນິຍົມ ແລະ ອຸທົກກະສາດປະຈຳເດືອນ, 3ເດືອນ, 6ເດືອນ ແລະ ປະຈຳປີໃຫ້ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ;
  17. ຄຸ້ມຄອງນຳໃຊ້ ແລະ ຈັດວາງພະນັກງານວິຊາການພາຍໃນກົມໃສ່ແຕ່ລະຕຳແໜ່ງງານໃຫ້ ເໝາະສົມກັບຄວາມຮູ້ຄວາມສາມາດແຕ່ລະຄົນ;
  18. ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດ, ວັດຖຸສິ່ງຂອງ, ພາຫະນະ ແລະ ງົບປະມານທີ່ອົງການ ອຊນສ ອະນຸມັດໃຫ້ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນປະໂຫຍດ ໃຫ້ແກ່ສ່ວນລວມ;
  19. ຕັ້ງໜ້າປະກອບສ່ວນເຂົ້າໃນຄະນະກຳມະການໄພພິບັດແຫ່ງຊາດ ແລະ ສາກົນ;
  20. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງການ ຊ່ວຍເຫຼືອດ້ານທຶນຮອນ, ວິຊາການ ແລະ ບົດຮຽນ ແລະ ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ເພື່ອພັດທະນາຂະແໜງການຂອງຕົນ;
  21. ປະຕິບັດກັບບັນດານສາກົນດ້ານອຸຕຸນິຍົມ ແລະ ອຸທົກກະສາດທີ່ ສປປ ລາວ ໄດ້ເຂົ້າຮ່ວມ ເປັນພາຄີ ແລະ ສະມາຊິກອື່ນໆ, ສະເໜີເຂົ້າເປັນພາຄີຂອງສົນທິສັນຍາ ຫຼື ສະມາຊິກຂອງ ອົງການຈັດຕັ້ງສາກົນຕາມຄວາມເໝາະສົມ
  22. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
  23.