|
There are no translations available.
- ປະສານສົມທົບກັບທຸກພະແນກການ ແລະ ຂະແໜງການອຸຕຸນິຍົມ ແລະ ອຸທົກກະສາດຢູ່ແຂວງ, ນະຄອນຫຼວງວຽງຈັນ;
- ຄົ້ນຄ້ວາ, ສັບຊ້ອນ, ຈັດວາງ ແລະ ຄຸ້ມຄອງພະນັກງານ, ລັດຖະກອນ, ພະນັກງານຕາມສັນຍາ ແລະ ຊ່ຽວຊານ ຢູ່ພະແນກການ ແລະ ກອງ ທີ່ຂຶ້ນກັບກົມ;
- ຄົ້ນຄ້ວານຳສະເໜີ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ປະຕິບັດລະບຽບວິໃນຕໍ່ພະນັກງານລັດຖະກອນພາຍໃນ ແລະ ອ້ອມຂ້າງກົມ;
- ຄົ້ນຄ້ວາ ແລະ ນຳສະເໜີແຜນພັດທະນາຊັບພະຍາກອນມະນຸດໄລຍະສັ້ນ, ໄລຍະກາງ, ໄລຍະຍາວ ແລະ ລະບົບການຈັດຕັ້ງຂອງຂະແໜງການອຸຕຸນິຍົມ
ແລະ ອຸທົກກະສາດຢູ່ສູນກາງ ແລະ ທ້ອງຖິ່ນ;
- ກໍ່ສ້າງ, ຝຶກອົບຮົມ, ຍົກລະດັບ, ຄຸ້ມຄອງນຳໃຊ້, ປະຕິບັດນະໂຍບາຍຍ້ອງຍໍ ແລະ ວິໃນຕໍ່ພະນັກງານລັດຖະ ກອນໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
- ຄຸ້ມຄອງບໍລິຫານ, ວຽກງານເລຂານຸການ, ພິທີການ, ວຽກງານປ້ອງກັນຄວາມສະຫງົບ ແລະ ສະຫຼຸບວຽກງານປະຈຳອາທິດ, ເດືອນ, 3 ເດືອນ, 6ເດືອນ
ແລະ ປະຈຳປີຂອງກົມ;
- ຄຸ້ມຄອງບັນຊີການເງິນລາຍຮັບລາຍຈ່າຍ, ລາຍຮັບວິຊາການ ແລະ ການນຳໃຊ້ງົບປະມານທັງພາຍໃນ ແລະ ຕ່າງປະເທດຂອງຂະແໜງການຕາມແຜນ
ການທີ່ໄດ້ຮັບອະນຸມັດ;
- ຄຸ້ມຄອງ, ນຳໃຊ້ ແລະ ປົກປັກຮັກສາຊັບສົມບັດ, ພາຫະນະ ແລະ ວັດຖຸອຸປະກອນທີ່ລັດປະກອບໃຫ້;
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າກົມ.
|