Lao (ພາສາລາວ)English (United Kingdom)
ກົມອຸຕຸນິຍົມ ແລະ ອຸທົກກະສາດ
24 Hours Accumulated rainfall forecast from 09 - 12 August 2011 PDF Print E-mail
Written by DMH Lao PDR   
Tuesday, 09 August 2011 11:41
There are no translations available.

 
24 Hours Accumulated rainfall forecast from 08 - 11 August 2011 PDF Print E-mail
Written by DMH Lao PDR   
Monday, 08 August 2011 10:04
There are no translations available.

 
24 Hours Accumulated rainfall forecast from 05 - 08 August 2011 PDF Print E-mail
Written by Bounteum Sysouphanthavong   
Friday, 05 August 2011 11:13
There are no translations available.

Last Updated on Friday, 05 August 2011 11:27
 
ກ່ຽວກັບການນຳໃຊ້ຄອມຜິວເຕີເຂົ້າໃນວຽກງານສັງເກດອາກາດ ແລະ ການສັງເກດອາກາດຜິວພື້ນ PDF Print E-mail
Written by DMH Lao PDR   
Friday, 27 May 2011 08:42
There are no translations available.

ກ່ຽວກັບການນຳໃຊ້ຄອມຜິວເຕີເຂົ້າໃນວຽກງານສັງເກດອາກາດ ແລະ ການສັງເກດອາກາດຜິວພື້ນ

-    ໃນວັນຈັນທີ 16 ເມສາ 2011 ເຖິງວັນສຸກ ທີ 22 ເມສາ 2011 ທີ່ກົມອຸຕຸນິຍົມ ແລະອຸທົກກະສາດ.

-    ກອງພູມອາກາດໄດ້ຈັດຝຶກອົບຮົມສຳມະນາທົ່ວປະເທດກ່ຽວກັບການນຳໃຊ້ຄອມຜິວເຕີເຂົ້າໃນວຽກງານສັງເກດອາກາດ ແລະ ການສັງເກດອາກາດຜິວພື້ນ, ເຊິ່ງໃຫ້ກຽດເປັນປະທານໂດຍ: ທ່ານ ສີທັນ ສຸດທິຈັກ ຮັກສາການ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ. ເຊິ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ 34 ຄົນ ຍິງ 16 ຄົນ.

-    ຈຸດປະສົງກ່ຽວກັບການນຳໃຊ້ຄອມຜິວເຕີເຂົ້າໃນວຽກງານສັງເກດອາກາດແມ່ນເພື່ອສະດວກໃນການກວດກາ, ດັດແກ້ ແລະ ສັງລວມຂໍ້ມູນໃຫ້ເປັນລະບົບ.

Last Updated on Tuesday, 07 June 2011 07:00
 
ທັດສະນະ​ສຶກສາຄັ້ງ​ທີ 40 ຢູ່ ສປ ຈີນ ​ແລ​ະ ການ​ມອບ​ເຄື່ອງຮັບ​ດາວ​ທຽມ​ຂອງ ສປ ຈີນ ​ໃຫ້​ແກ່​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ສປປ ລາວ. PDF Print E-mail
Written by DMH Lao PDR   
Thursday, 21 April 2011 13:56
There are no translations available.

ທັດສະນະ​ສຶກສາຄັ້ງ​ທີ 40 ຢູ່ ສປ ຈີນ ​ແລ​ະ ການ​ມອບ​ເຄື່ອງຮັບ​ດາວ​ທຽມ​ຂອງ ສປ ຈີນ ​ໃຫ້​ແກ່​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ສປປ ລາວ.


ໃນ​ຕອນ​ເຊົ້າ​ວັນ​ຈັນ​ ວັນ​ທີ 11/04/2011. ອົງການ​ອຸຕຸນິຍົມ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ (ສປ ຈີນ) ທີ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ເປີດ​ການ​ທັດສະນະ​ສຶກສາ​ຕາມ​ແຂວງ​ຕ່າງໆ​ຂອງ​ ສປ ຈີນ ຂອງ​ຜູ້ຕາງໜ້າ​ລະດັບ​ສູງ​ຈາກ​ກົມ​ອຸຕຸນິຍົມ ​ແລ​ະ ອຸ​ທົກ​ກະສາ​ດ ຈາກ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ໃນ​ຂົງ​ເຂດ​ອາຊີ​ອາຂະ​ເນ ​ໃນ​ນີ້​ຕາງໜ້າ​ຈາກ​ກົມ ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ສປປ ລາວ. ​ໂດຍ ທ່ານ​ສິງ​ທອງ​ ປະທຸມ​ມະ​ດີ, ຮອງ ຫົວ​ໜ້າ​ກົມ ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ເຂົ້າ​ຮ່ວມ.

ໃຫ້​ກຽດ​ເປັນ​ປະທານ ​ເປີດພິທີດັ່ງກ່າວ​ໂດຍທ່ານ Dr. Zheng Guoguang, ຫົວໜ້າ​ອົງການ​ອຸຕຸນິຍົມ ສປ ຈີນ, ຕາງໜ້າ​ຈາກ​ອົງການ​ອຸຕຸນິຍົມ​ໂລກ. ທ່ານ Dr. Zheng Guoguang ​ໄດ້​ກ່າວ​ເນັ້ນ​ໜັກຕໍ່​ກອງ​ປະຊຸມ​ວ່າ ສປ ຈີນ ​ແມ່ນ​ຜູ້​ສະ​ນັບ​ສະ​ໜູນ​ຫຼັກ​ສຳລັບ​ການ​ຮ່ວມ​ມື​ກັບ​ອົງການ​ອຸຕຸນິຍົມ​ໂລກ​ເຊິ່ງມີ​ຈຸດປະສົງ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ຊັບພະຍາກອນ​ມະນຸດ​ດ້ານ​ອຸຕຸນິຍົມ​ໃນ​ບັນດາ​ປະ​ເທດ​ທີ່ກຳລັງ​ພັດທະນາ ​ແລະ ປະ​ເທດ​ດ້ອຍ​ພັດທະນາ.

ສປ ຈີນ ​ແລະ ອົງການ​ອຸຕຸນິຍົມ​ໂລກ ​ໄດ້​ຮ່ວມ​ກັນ​ຈັດການ​ທັດສະນະ​ສຶກສາ​ໃນ​ຂອບ​ເຂດ ສປ ຈີນ ​ແຕ່​ປີ 1978 ​ເປັນ​ຕົ້ນ​ມາ ​ແລະ ຄັ້ງ​ນີ້​ແມ່ນ​ຄັ້ງ​ທີ່ 40, ​ເຊິ່ງ​ໄດ້​ເຊື້ອເຊີນ​ເອົາ​ພະນັກງານອາວຸ​ໂສ​ຈາກ​ກົມ​ອຸຕຸນິຍົມ​ໃນ​ປະ​ເທດ​ຕ່າງ​ໆ​ເພື່ອ​ເຂົ້າ​ຮ່ວມ.

 

ຫຼັງ​ຈາກ​ນັ້ນ​ອົງການ​ອຸຕຸ​ນິຍົມ​ຂອງ ສປ ຈີນ ກໍ່​ໄດ້​ມອບ​ເຄື່ອງຮັບ​ດາວ​ທຽມ​ແບບ​ຄົບ​ຊຸດ​ໃຫ້​ແກ່​ບັນດາ​ປະ​ເທດ​ຕ່າງໆ. ​ໃຫ້​ກຽດ​ຂື້ນ​ຮັບ​ເຄື່ອງ​ດັ່ງກ່າວ​ໂດຍ ທ່ານ ສິງ​ທອງ ປະທຸມ​ມະ​ດີ, ຮອງ​ຫົວໜ້າ ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ.

ເຄື່ອງ​ອຸປະກອນ​ດັ່ງກ່າວ​ປະກອບ​ມີ: ​ເຄື່ອງຮັບ​ດາວ​ທຽມ 1 ໜ່ວຍ, Switch hup 1 ໜ່ວຍ, ຄອມ​ຜິວ​ເຕີ​ສຳລັບ​ໃຊ້ CMAcast 1 ໜ່ວຍ, ຄອມ​ຜິວ​ເຕີ​ໃຊ້​ລະບົບ MICAPS 1 ໜ່ວຍ ​ແລະ ຄອມ​ຜິວ​ເຕີ​ໃຊ້​ລະບົບ shinetec GEOSS 1 ໜ່ວຍ.

ສຳລັບ​ອຸປະກອນ​ນີ້​ແມ່ນ​ຈະ​ໄດ້​ນຳ​ໄຊ້​ເຂົ້າ​ໃນ​ວຽກ​ງານ​ວິ​ໃຈ​ຮູບ​ພາບ​ດາວ​ທຽມ, ​ແຜ່ນ​ທີ່​ອາ​ກາດ, ພະຍາກອນ​ອາກາດ ​ແລະ ອື່ນໆ​ເພື່ອ​ເຮັດ​ໃຫ້​ວຽກ​ພະຍາກອນ​ອາກາດ​ຢູ່ ສປປ ລາວ​ ນັບ​ມື້​ນັບ​ດີ​ຂື້ນ​ໄປ​ເທື່ອ​ລະ​ກ້າວ.

 
<< Start < Prev 1 2 3 4 5 6 7 8 9 10 Next > End >>

Page 1 of 12