|
- ສ້າງຮ່າງກົດໝາຍ, ດຳລັດ, ຂໍ້ກຳນົດລະບຽບຫຼັກການຂອງວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;
- ຄຸ້ມຄອງ ແລະ ປະເມີນຜົນການປະຕິບັດແຜນການ, ໂຄງການພັດທະນາດ້ານວິຊາການ;
- ສຶກສາ, ຕິດຕາມ, ແນະນຳ ແລະ ສະຫຼຸບການປະຕິບັດລະບຽບຫຼັກການທາງດ້ານວິຊາການອຸຕຸນິຍົມ ແລະ ອຸທົກກະສາດ;
- ຄົ້ນຄ້ວາວິທະຍາສາດດ້ານອຸຕຸນິຍົມ, ອຸທົກກະສາດ, ອຸຕຸກະເສດ ແລະ ແຜ່ນດິນໄຫວ;
- ເຜີຍແຜ່ຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ, ອຸຕຸນິຍົມຮັບໃຊ້ການກະເສດ;
- ປະສານສົມທົບກັບບັນດາກອງກ່ຽວກັບການຄົ້ນຄ້ວາບຸກຄະລາກອນເພື່ອເຂົ້າຮ່ວມປະຊຸມ, ສຳມະນາ ແລະ ຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ;
- ສຶກສາຄົ້ນຄ້ວາ ແລະ ພັດທະນາວິຊາການອຸຕຸນິຍົມ, ອຸທົກກະສາດ ແລະ ແຜ່ນດິນໄຫວ;
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າກົມ.
|