• Lao (ພາສາລາວ)
  • English (United Kingdom)
ຫນ້າທີ່
ໜ້າທີ່ ກົມສິ່ງແວດລ້ອມ PDF Print E-mail
Written by Bouasengpaseuth PHRASITHIDETH   
Tuesday, 08 December 2009 00:00
There are no translations available.

 

3.1 ສ້າງ ແລະ ນຳສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາຮັບເອົາຍຸດທະສາດ, ແຜນດຳເນີນງານ, ນິຕິກຳຕ່າງໆ,ຄູ່ມືວິຊາການ, ມາດຕະຖານ

ທີ່ພົວພັນເຖິງວຽກງານສິ່ງແວດລ້ອມ ບົນພື້ນຖານການຄົ້ນຄ້ວາຜັນຂະຫຍາຍ ແລະເຊື່ອມຊຶມ, ແນວທາງນະໂຍບາຍ,

ແຜນພັດທະນາເສດຖະກິດ-ສັງຄົມ ວາງອອກແຕ່ລະໄລຍະ;

3.2 ຈັດຕັ້ງການໂຄສະນາເຜີຍແຜ່ບັນດາຍຸດທະສາດ, ນິຕິກຳ, ຄູ່ມືວິຊາການ ແລະ ມາດຕະຖານ ພາຍຫຼັງທີ່ຖືກຮັບຮອງແລ້ວ;

3.3 ຕິດຕາມ, ກວດກາ, ຕີລາຄາ, ແລະ ລາຍງານຜົນການຈັດຕັ້ງ ແລະ ປະຕິບັດບັນດາຍຸດທະສາດ, ນິຕິກຳ, ຄູ່ມືວິຊາການ

ແລະ ມາດຕະຖານ, ພ້ອມທັງນຳສະເໜີປັບປຸງເມື່ອເຫັນວ່າບໍ່ຄົບຖ້ວນ ຫຼື ບໍ່ສອດຄອງກັບສະພາບຄວາມເປັນຈິງ ຂອງການພັດທະນາ

ເສດຖະກິດ-ສັງຄົມແຕ່ລະໄລຍະ;

3.4 ຄົນຄ້ວາ, ນຳສະເໜີ, ນະໂຍບາຍ ຫຼື ປະຕິບັດມາດຕະການຕໍ່ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານ ຫຼືລະເມີດກົດໝາຍ ແລະ

ລະບຽບການ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;

3.5 ສ້າງແຜນການ, ງົບປະມານ ແລະ ແຜນບຸກຄະລາກອນ ພ້ອມທັງເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ

 

ການຈັດຕັ້ງປະຕິບັດ ແລະ ລາຍງານແຕ່ລະໄລຍະ;

3.6 ຄົ້ນຄ້ວາ ແລະ ນຳສະເໜີຂັ້ນເທິງວາງອອກ ຫຼື ຖອນ ໃບອະນຸຍາດຂອງບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການບໍລິການ

ດ້ານວິຊາການສິ່ງແວດລ້ອມ ແລະ ສັງຄົມ;

3.7 ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການ ໃນການສ້າງຕັ້ງບໍລິສັດບໍລິການດ້ານສິ່ງແວດລ້ອມ;

3.8 ຄຸ້ມຄອງ, ຊັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານ ວິຊາການ ພາຍໃນກົມຕາມຕຳແໜ່ງງານໃຫ້ເໝາະສົມກັບຄວາມຮູ້

ຄວາມສາມາດຂອງແຕ່ລະຄົນ;

3.9 ສ້າງຄວາມເຂັ້ມແຂງ ດ້ານການຈັດຕັ້ງ, ສ້າງແຜນພັດທະນາຊັບພະຍາກອນມະນຸດ ໃນຂົງເຂດສິ່ງແວດລ້ອມ

ລວມທັງຢູ່ສູນກາງຂະແໜງການ ແລະ ທ້ອງຖິ່ນ;

3.10 ຄຸ້ມຄອງ ແລະ ໃຊ້ຊັບສົມບັດຂອງລວມ, ອຸປະກອນ, ພາຫະນະທີ່ອົງການອະນຸມັດ ໃຫ້ຢ່າງມີຄວາມຮັບຜິດຊອບສູງ

ແລະ ໃຫ້ມີຜົນປະໂຫຍດໃຫ້ແກ່ສ່ວນລວມ;

3.11 ກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນດ້ານສິ່ງແວດລ້ອມ ໃນຂະແໜງການການສິ່ງແວດລ້ອມ ແລະ ຂະແໜງການທີ່ກ່ຽວຂ້ອງ

ແຕ່ສູນກາງຮອດທ້ອງຖິ່ນ;

3.12 ເປັນໃຈກາງໃນການປະສານສົມທົບກັບບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອຈັດຕັ້ງປະຕິບັດ

ວຽກງານຄຸ້ມຄອງ ແລະ ກວດກາ ສິ່ງແວດລ້ອມໃນຂອບເຂດທົ່ວປະເທດ;

3.13 ຄົ້ນຄ້ວາ ແລະ ຢັ້ງຢືນ ການຈັດຕັ້ງປະຕິບັດ ມາດຕະຖານຄຸນນະພາບສິ່ງແວດລ້ອມ ແຫ່ງຊາດ ຂອງໂຄງການລົງທຶນ;

3.14 ຮັບ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການແກ້ໄຂ, ຮ້ອງຟ້ອງຮ້ອງທຸກຂອງປະຊາຊົນ ແລະ ພາກສ່ວນຕ່າງໆ

ກ່ຽວກັບ ບັນຫາສິ່ງແວດລ້ອມ;

3.15 ນຳເອົາການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ເຂົ້າໃນຫຼັກສູດການສຶກສາໃນລະບົບ ແລະ ນອກລະບົບໂຮງຮຽນ;

3.16 ສົ່ງເສີມການເຂົ້າຮ່ວມຂອງສັງຄົມ ລວມທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງມະຫາຊົນເຂົ້າໃນການປົກປັກຮັກສາ

ສິ່ງແວດລ້ອມ ແລະ ອານຸລັກຊັບພະຍາກອນທຳມະຊາດ;

3.17 ຈັດຕັ້ງເຜີຍແຜ່, ສັງລວມ ແລະ ຕີລາຄາລະບົບຂໍ້ມູນຂ່າວສານ ກ່ຽວກັບ ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ເພື່ອຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ;

3.18 ຄຸ້ມຄອງ, ໂຄສະນາເຜີຍແຜ່, ບໍລິການ, ຕິດຕາມ, ເກັບກຳ, ແລກປ່ຽນ, ວິໄຈ ແລະ ສັງລວມຂໍ້ມູນ ຂ່າວສານ ກ່ຽວກັບ

ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;

3.19 ສ້າງບົດລາຍງານສະພາບແວດລ້ອມ ແລະ ສ້າງບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ

ທົ່ວປະເທດ;

3.20 ຕິດຕາມ, ສັງລວມ ແລະ ເລືອກເຟັ້ນເອົາບົດຮຽນທີ່ເດັ່ນ ຂອງພາກພື້ນ ແລະ ສາກົນ ກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ

ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອເຜີຍແຜ່ສູ່ສັງຄົມ;

3.21 ເປັນຈຸດປະສານງານ ເພື່ອຄົ້ນຄ້ວາຈັດຕັ້ງປະຕິບັດພັນທະຕ່າງໆ ຕໍ່ສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງສາກົນດ້ານ

ສິ່ງແວດລ້ອມ ທີ່ ສປປລາວ ເປັນພາຄີ ລວມທັງໂຄງການຮ່ວມມືໃນຂົງເຂດວຽກງານສິ່ງແວດລ້ອມ ແລະ ນຳສະເໜີເຂົ້າເປັນພາຄີ

ຂອງສັນຍາ,ສົນທິສັນຍາ ແລະ ຂໍ້ຕົກລົງສາກົນສະບັບໃໝ່ດ້ານສິ່ງແວດລ້ອມ;

3.22 ເຮັດໜ້າທີ່ປະສານງານ ແລະ ສຶກສາຄົ້ນຄ້ວາ ກ່ຽວກັບ ວຽກງານການປ່ຽນແປງດິນຟ້າອາກາດໂດຍການສ້າງຕັ້ງ

ຫ້ອງການປ່ຽນແປງດິນຟ້າອາກາດ;

3.23 ພົວພັນ, ເຈລະຈາຮ່ວມມື ແລະ ເຊັນສັນຍາ ກັບສາກົນ ໃນຂົງເຂດວຽກງານປົກປັກຮັກສາສິ່ງແວດລ້ອມ;

3.24 ເປັນກອງເລຂາຂອງຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ແລະ ຄະນະຊີ້ນຳລະດັບຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ;

3.25 ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າ ອຊນສ ແລະ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ;