3.1 ສ້າງ ແລະ ນຳສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາຮັບເອົາຍຸດທະສາດ, ແຜນດຳເນີນງານ, ນິຕິກຳຕ່າງໆ,ຄູ່ມືວິຊາການ, ມາດຕະຖານ
ທີ່ພົວພັນເຖິງວຽກງານສິ່ງແວດລ້ອມ ບົນພື້ນຖານການຄົ້ນຄ້ວາຜັນຂະຫຍາຍ ແລະເຊື່ອມຊຶມ, ແນວທາງນະໂຍບາຍ,
3.2 ຈັດຕັ້ງການໂຄສະນາເຜີຍແຜ່ບັນດາຍຸດທະສາດ, ນິຕິກຳ, ຄູ່ມືວິຊາການ ແລະ ມາດຕະຖານ ພາຍຫຼັງທີ່ຖືກຮັບຮອງແລ້ວ;
3.3 ຕິດຕາມ, ກວດກາ, ຕີລາຄາ, ແລະ ລາຍງານຜົນການຈັດຕັ້ງ ແລະ ປະຕິບັດບັນດາຍຸດທະສາດ, ນິຕິກຳ, ຄູ່ມືວິຊາການ
ແລະ ມາດຕະຖານ, ພ້ອມທັງນຳສະເໜີປັບປຸງເມື່ອເຫັນວ່າບໍ່ຄົບຖ້ວນ ຫຼື ບໍ່ສອດຄອງກັບສະພາບຄວາມເປັນຈິງ ຂອງການພັດທະນາ
3.4 ຄົນຄ້ວາ, ນຳສະເໜີ, ນະໂຍບາຍ ຫຼື ປະຕິບັດມາດຕະການຕໍ່ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານ ຫຼືລະເມີດກົດໝາຍ ແລະ
3.5 ສ້າງແຜນການ, ງົບປະມານ ແລະ ແຜນບຸກຄະລາກອນ ພ້ອມທັງເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ
ການຈັດຕັ້ງປະຕິບັດ ແລະ ລາຍງານແຕ່ລະໄລຍະ;
3.6 ຄົ້ນຄ້ວາ ແລະ ນຳສະເໜີຂັ້ນເທິງວາງອອກ ຫຼື ຖອນ ໃບອະນຸຍາດຂອງບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການບໍລິການ
ດ້ານວິຊາການສິ່ງແວດລ້ອມ ແລະ ສັງຄົມ;
3.7 ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການ ໃນການສ້າງຕັ້ງບໍລິສັດບໍລິການດ້ານສິ່ງແວດລ້ອມ;
3.8 ຄຸ້ມຄອງ, ຊັບຊ້ອນ, ຈັດວາງ ແລະ ນຳໃຊ້ພະນັກງານ ວິຊາການ ພາຍໃນກົມຕາມຕຳແໜ່ງງານໃຫ້ເໝາະສົມກັບຄວາມຮູ້
ຄວາມສາມາດຂອງແຕ່ລະຄົນ;
3.9 ສ້າງຄວາມເຂັ້ມແຂງ ດ້ານການຈັດຕັ້ງ, ສ້າງແຜນພັດທະນາຊັບພະຍາກອນມະນຸດ ໃນຂົງເຂດສິ່ງແວດລ້ອມ
ລວມທັງຢູ່ສູນກາງຂະແໜງການ ແລະ ທ້ອງຖິ່ນ;
3.10 ຄຸ້ມຄອງ ແລະ ໃຊ້ຊັບສົມບັດຂອງລວມ, ອຸປະກອນ, ພາຫະນະທີ່ອົງການອະນຸມັດ ໃຫ້ຢ່າງມີຄວາມຮັບຜິດຊອບສູງ
ແລະ ໃຫ້ມີຜົນປະໂຫຍດໃຫ້ແກ່ສ່ວນລວມ;
3.11 ກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນດ້ານສິ່ງແວດລ້ອມ ໃນຂະແໜງການການສິ່ງແວດລ້ອມ ແລະ ຂະແໜງການທີ່ກ່ຽວຂ້ອງ
ແຕ່ສູນກາງຮອດທ້ອງຖິ່ນ;
3.12 ເປັນໃຈກາງໃນການປະສານສົມທົບກັບບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອຈັດຕັ້ງປະຕິບັດ
ວຽກງານຄຸ້ມຄອງ ແລະ ກວດກາ ສິ່ງແວດລ້ອມໃນຂອບເຂດທົ່ວປະເທດ;
3.13 ຄົ້ນຄ້ວາ ແລະ ຢັ້ງຢືນ ການຈັດຕັ້ງປະຕິບັດ ມາດຕະຖານຄຸນນະພາບສິ່ງແວດລ້ອມ ແຫ່ງຊາດ ຂອງໂຄງການລົງທຶນ;
3.14 ຮັບ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການແກ້ໄຂ, ຮ້ອງຟ້ອງຮ້ອງທຸກຂອງປະຊາຊົນ ແລະ ພາກສ່ວນຕ່າງໆ
ກ່ຽວກັບ ບັນຫາສິ່ງແວດລ້ອມ;
3.15 ນຳເອົາການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ເຂົ້າໃນຫຼັກສູດການສຶກສາໃນລະບົບ ແລະ ນອກລະບົບໂຮງຮຽນ;
3.16 ສົ່ງເສີມການເຂົ້າຮ່ວມຂອງສັງຄົມ ລວມທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງມະຫາຊົນເຂົ້າໃນການປົກປັກຮັກສາ
ສິ່ງແວດລ້ອມ ແລະ ອານຸລັກຊັບພະຍາກອນທຳມະຊາດ;
3.17 ຈັດຕັ້ງເຜີຍແຜ່, ສັງລວມ ແລະ ຕີລາຄາລະບົບຂໍ້ມູນຂ່າວສານ ກ່ຽວກັບ ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
ເພື່ອຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ;
3.18 ຄຸ້ມຄອງ, ໂຄສະນາເຜີຍແຜ່, ບໍລິການ, ຕິດຕາມ, ເກັບກຳ, ແລກປ່ຽນ, ວິໄຈ ແລະ ສັງລວມຂໍ້ມູນ ຂ່າວສານ ກ່ຽວກັບ
ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;
3.19 ສ້າງບົດລາຍງານສະພາບແວດລ້ອມ ແລະ ສ້າງບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ
ທົ່ວປະເທດ;
3.20 ຕິດຕາມ, ສັງລວມ ແລະ ເລືອກເຟັ້ນເອົາບົດຮຽນທີ່ເດັ່ນ ຂອງພາກພື້ນ ແລະ ສາກົນ ກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ
ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອເຜີຍແຜ່ສູ່ສັງຄົມ;
3.21 ເປັນຈຸດປະສານງານ ເພື່ອຄົ້ນຄ້ວາຈັດຕັ້ງປະຕິບັດພັນທະຕ່າງໆ ຕໍ່ສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງສາກົນດ້ານ
ສິ່ງແວດລ້ອມ ທີ່ ສປປລາວ ເປັນພາຄີ ລວມທັງໂຄງການຮ່ວມມືໃນຂົງເຂດວຽກງານສິ່ງແວດລ້ອມ ແລະ ນຳສະເໜີເຂົ້າເປັນພາຄີ
ຂອງສັນຍາ,ສົນທິສັນຍາ ແລະ ຂໍ້ຕົກລົງສາກົນສະບັບໃໝ່ດ້ານສິ່ງແວດລ້ອມ;
3.22 ເຮັດໜ້າທີ່ປະສານງານ ແລະ ສຶກສາຄົ້ນຄ້ວາ ກ່ຽວກັບ ວຽກງານການປ່ຽນແປງດິນຟ້າອາກາດໂດຍການສ້າງຕັ້ງ
ຫ້ອງການປ່ຽນແປງດິນຟ້າອາກາດ;
3.23 ພົວພັນ, ເຈລະຈາຮ່ວມມື ແລະ ເຊັນສັນຍາ ກັບສາກົນ ໃນຂົງເຂດວຽກງານປົກປັກຮັກສາສິ່ງແວດລ້ອມ;
3.24 ເປັນກອງເລຂາຂອງຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ແລະ ຄະນະຊີ້ນຳລະດັບຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ;
3.25 ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າ ອຊນສ ແລະ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ;