|
There are no translations available.

ກອງປະຊຸມຝຶກອົບຮົມ ກ່ຽວກັບ ວິທີການດຳເນີນການປະເມີນການສຳຫຼວດເພື່ອປະເມີນການປ່ອຍອາຍພິດເຮືອນແກ້ວ ຢູ່ ສປປ ລາວ ພາຍໃຕ້ ໂຄງການສ້າງບົດສື່ສານແຫ່ງຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ ສະບັບທີ 2 (Training workshop on National Greenhous Gas Inventory under SNC Project) ໃນວັນທີ 21 ເມສາ 2010 ທີ່ໂຮງແຮມວັນຊະນະ, ເມືອງວັງວຽງ, ແຂວງວຽງຈັນ.
ກົມສິ່ງແວດລ້ອມ ກໍ່ຄືອົງການຊັບພະຍາກອນນຳ້ ແລະ ສິ່ງແວດລ້ອມ ກອງປະຊຸມຝຶກອົບຮົມ ກ່ຽວກັບ ວິທີການດຳເນີນການສຳຫຼວດເພື່ອປະເມີນການປ່ອຍອາຍພິດເຮືອນແກ້ວ ຢູ່ ສປປ ລາວ ພາຍໃຕ້ ໂຄງການສ້າງບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ສະບັບທີ 2 ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ບັນຫາການປ່ຽນແປງດິນຟ້າອາກາດ ແມ່ນເປັນບັນຫາໜຶ່ງທີ່ເຄັງຮ້ອນທີ່ໂລກກຳລັງປະເຊີນໜ້າກັບໄພຂົ່ມຂູ່ໃນປະຈຸບັນ ແລະ ກຳລັງເປັນໄພທີ່ຂົ່ມຂູ່ ແລະ ທ້າທາຍຕໍ່ປະຊາກອນໃນໂລກ ໃນປະຈຸບັນກໍຄື ອານາຄົດ. ບັນດານັກວິທະຍາສາດໄດ້ຢືນຢັນວ່າ ປະກົດການໂລກຮ້ອນ ກໍ່ຄືການປ່ຽນແປງດິນຟ້າອາກາດດັ່ງກ່າວ ອັນມີສານເຫດຕົ້ນຕໍ ມາຈາກການປ່ອຍອາຍພິດເຮືອນແກ້ວ ຈາກການເຄືອນວຽກງານຕ່າງໆ ຂອງມະນຸດ. ເຫດການຕົວຈິງ ຄືພວກເຮົາໄດ້ເຫັນ ຢູ່ບັນດາປະເທດຕ່າງໆ ໂດຍສະເພາະຢູ່ບັນດາປະເທດໃນພາກພື້ນ ຈາກໄພແຫ້ງແລງ, ນຳ້ຖ້ວມ, ພະຍຸຄື ວາງບໍ່ດົນມານີ້ ເກີດພະຍຸ ຢູ່ ກິດສນາ ຢູ່ປະເທດພະມ້າ, ເກດສະນາ, ພະຍຸປາມາ ຊຶ່ງທັງໝົດນີ້ ໄດ້ສົ່ງຜົນກະທົບຕໍ່ ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ການພັດທະນາ.
ໃນໄລຍະຜ່ານມາ ສປປ ລາວ ເຮົາກໍ່ໄດ້ສຳເລັດ ໃນການສ້າງບົດສື່ສານ ແຫ່ງຊາດ ສະບັບທຳອິດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ໃນປີ 2000 ຊຶ່ງເອກະສານດັ່ງກ່າວແມ່ນໄດ້ສຳຫຼວດແຫຼ່ງກຳເນີດຂອງອາຍພິດເຮືອນແກ້ວຢູ່ໃນ 4 ຂະແໜງການເຊັ່ນ: ຂະແໜງພະລັງງານ, ຂະແໜງ ກະສິກຳ, ຂະແໜງປ່າໄມ້ ແລະ ສິ່ງແສດເຫຼືອ
ສຳລັບ ບົດສືສານແຫ່ງຊາດ ສະບັບທີ 2 ແມ່ນຈະໄດ້ສຳຫຼວດແຫຼ່ງກຳເນີດ ກໍ່ຄືຈຳນວນການປ່ອຍທາດອາຍພິດເຮືອນແກ້ວ ຈາກ 5 ຂະແໜງການ ເຊັ່ນ: ຂະແໜງພະລັງງານ, ການປ່ຽນແປງຈາກການນຳໃຊ້ດິນ ແລະ ປ່າໄມ້, ຂະແໜງກະ ສິກຳ, ຂະແໜງອຸດສາຫະກຳປຸງແຕ່ງ ແລະ ສິ່ງແສດເຫຼືອ
ນອກນີ້ຍັງມີວຽກງານສຳຄັນອື່ນໆອີກເປັນຕົ້ນ: ການປະເມີນການປະເມີນຄວາມສ່ຽງ ແລະ ການປັບຕົວ ເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ຢູ່ ສປປ ລາວ (Adaptation), ວຽກການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ (Mitigation) ແລະ ວຽກງານສຳຄັນອື່ນໆອີກ ຊຶ່ງລາຍລະອຽດທາງຄະນະຮັບຜິດຊອບໂຄງການສະເຫນີ ໃຫ້ພວກເຮົາຕື່ມ ໃນໄລຍະຕໍ່ໄປ
ໃນໄລຍະຜ່ານມາ ສປປ ລາວ ເຮົາກໍ່ຍັງໄດ້ຈັດຕັ້ງປະຕິບັດ ໂຄງການສ້າງແຜນງານແຫ່ງຊາດ ກ່ຽວກັບ ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ (NAPA) ຊຶ່ງສຳເລັດໃນເດືອນ ພຶດສະພາ 2009 ແລະ ສຳເລັດຍຸດທະສາດການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ ວັນທີ 12/03/2010
ບົດສືສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ສະບັບທີສອງນີ້ ແມ່ນໄດ້ເລີ້ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2009, ມາເຖິງປະຈຸບັນນີ້ ການດຳເນີນໂຄງການແມ່ນໄດ້ກ່າວເຂົ້າຢູ່ໃນພາກທີ່ ສອງຂອງເອກະສານ ບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ຄື: ພາກການຄິດໄລ່ການປ່ອຍອາຍພິດເຮືອນແກ້ວເຊິ່ງພວກເຮົາໄດ້ຝຶກອົບຮົມ ຄັ້ງ 1 ແລ້ວໃນ ເດືອນ 10 ປີ 2009 ຊື່ງເປັນພື້ນຖານດ້ານວິຊາການໃຫ້ພວກດຳເນີນການ ສັງລວມຂໍ້ມູນ ໃນການຈັດກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ ປະຕິບັດຕົວຈິງ ເພື່ອດຳເນີນການສັງລວມການປ່ອຍອາຍພິດເຮືອນແກ້ວ ຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອນຳໃຊ້ເຂົ້າໃນການຄິດໄລ່ວ່າ ສປປ ລາວ ໄດ້ມີການປ່ອຍອາຍພິດເຮືອນແກ້ວ ສູ່ຊັ້ນບັນຍາກາດຈຳນວນເທົ່າໃດ ໂດຍສະເພາະຈຳນວນການປ່ອຍ ໃນປີ 2000 ຊຶ່ງເປັນຂໍ້ມູນ ຂອງປີຈຳເປັນຕ້ອງໄດ້ ເອົາລາຍງານຢູ່ບົດສື່ສານສະບັບທີ 2 ນີ້
ນອກນີ້ພວກເຮົາຍັງຈະໄດ້ຄິດໄລ່ການປ່ອຍຢູ່ໃນປີອື່ນໆ ມາຮອດປະຈຸບັນ ແລະ ຄາດຄະເນການຄິດໄລ່ຮອດປີ 2020. ກອງປະຊຸມຝຶກອົບຮົມໃນມື້ນີ້ແມ່ນເປັນການຝຶກອົບຮົມໃຫ້ບັນດາຄະນະທີມງານຂອງໂຄງການ ແລະ ບັນດາຄະນະວິຊາການຮ່ວມປະສານງານໂຄງການ ຈາກຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈ ກ່ຽວກັບ ວິທີການຕ່າງໆ ໃນການຄິດໄລ່ ແລະ ການເກັບກຳຂໍ້ມູນ ທີ່ຈຳເປັນ ໃນການສຳຫຼວດທາດອ່າຍພິດເຮືອນແກ້ວ ຢູ່ໃນ 5 ຂະແໜງການ ທີ່ໄດ້ກ່າວມາຂ້າງເທິງນັ້ນ ສ່ວນລາຍລະອຽດ ກ່ຽວກັບ ວິທີການຕ່າງໆ ແມ່ນທາງ ຊ່ຽວຊານສາກົນ ຈະໄດ້ສະເໜີໃຫ້ບັນດາທ່ານ ໃນໄລຍະເວລາຝຶກອົບຮົມ 3 ວັນນີ້. ການຝຶກອົບຮົມໃນ ຄັ້ງນີ້ ແມ່ນມີຄວາມໝາຍ ແລະ ມີຄວາມສຳຄັນ ໃນການ ຮຽນຮູ້ຂັ້ນຕ້ອນວິທີການຄິດໄລ່ ການນຳໃຊ້ໂປຣແກມ ໃນການປະເມີນການປ່ອຍອາຍພິດເຮືອນແກ້ວ
|