• Lao (ພາສາລາວ)
  • English (United Kingdom)
ຝຶກອົບຮົມ ການສ້າງຄວາມສາມາດ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພະນັກງານວິຊາການກົມສິ່ງແວດລ້ອມ ແລະ ຄະນະວີຊາການຮ່ວມປະສານງານ ໂຄງການສ້າງບົດສື່ສານ ແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ສະບັບທີ 2. PDF Print E-mail
Written by kongphet sittivongsa   
Monday, 24 January 2011 13:25
There are no translations available.

 

 

ຝຶກອົບຮົມ ການສ້າງຄວາມສາມາດ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພະນັກງານວິຊາການກົມສິ່ງແວດລ້ອມ ແລະ ຄະນະວີຊາການຮ່ວມປະສານງານ ໂຄງການສ້າງບົດສື່ສານ ແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ສະບັບທີ 2. ວັນທີ 14-15 ທັນວາ 2010 ທີ່ໂຮງແຮມວັນຊະນະ, ເມືອງວັງວຽງ ແຂວງວຽງຈັນ.

ໃນຕອນເຊົ້າຂອງວັນທີ 14 ທັນວາ 2010 ເວລາ 8:30 ໂມງ ກອງປະຊຸມຝຶກອົບຮົມ ການສ້າງຄວາມສາມາດ ກ່ຽວກັບ ວຽກງານການປ່ຽນແປງດິນຟ້າອາກາດ ໄດ້ໄຂຂຶ້ນ ທີ່ຫ້ອງປະຊຸມຂອງໂຮງແຮມ ວັນຊະນະ, ເມືອງ ວັງວຽງ ແຂວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄຳປະດິດ ຄຳມູນເຮືອງ ຮອງຫົວໜ້າກົມສິ່ງແວດລ້ອມ, ໂດຍມີຜູ້ເຂົ້າຮ່ວມແມ່ນ ພະນັກງານພາຍໃນກົມສິ່ງແວດລ້ອມ ແລະ ຄະນະວິຊາການຮ່ວມປະສານງານ ໂຄງການສະງບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບແຮ່, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງລາວ, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ( NAFRI ), ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຊັບພະຍາກອນນ້ຳ ລວມທັງໝົດ35

ຜົນໄດ້ຮັບຈາກການຝຶກອົບຮົມ ໄດ້ຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບັນຫາຕ່າງໆ ຂອງການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພະນັກງານກົມສິ່ງແວດລ້ອມ ແລະ ຄະນະວິຊາການຮ່ວມປະສານງານບົດສື່ສານ ແຫ່ງຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດ ສະບັບທີ 2 ແລະ ເພື່ອເຜີຍແຜ່ເຕັກນິກຕ່າງໆ ຂອງການປ່ຽນແປງດິນຟ້າອາກາດ.

Last Updated on Thursday, 03 February 2011 09:30