• Lao (ພາສາລາວ)
  • English (United Kingdom)
ປູກຈິດສຳນຶກການຮັກສາສິ່ງແວດລ້ອມໃຫ້ເຍົາວະຊົນ PDF Print E-mail
Written by Bouasengpaseuth PHRASITHIDETH   
Friday, 20 May 2011 09:21
There are no translations available.

ການ​ແຂ່ງ­ຂັນ​ແຕ້ມ​ຮູບ​ສຳ­ລັບ​ນັກ­ຮຽນ​ຊັ້ນ​ປະ­ຖົມ​ຈາກ 4 ຕົວ​ເມືອງ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ​ໃຕ້​ຫົວ­ຂໍ້​ຜົນ​ດີ​ຂອງ​ປ່າ­ໄມ້​ທີ່​ຕອບ​ສະ­ໜອງ​ໃຫ້​ແກ່​ພວກ​ເຮົາ ຫຼື ຜົນ​ເສຍ​ຂອງ​ການ​ຕັດ​ໄມ້​ທຳ­ລາຍ​ປ່າ ເຊິ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ພຶດ­ສະ­ພາ 2011 ທີ່​ສູນ​ເຝິກ­ອົບ­ຮົມ​ແມ່­ຍິງ​ລາວ ໂດຍ​ມີ​ທ່ານ​ນາງ ບຸນ​ຄຳ ວໍ­ລະ​ຈິດ ຫົວ­ໜ້າ​ກອງ​ປະ​ເມີນ​ຜົນ​ດ້ານ​ສິ່ງ­ແວ­ດລ້ອມ​ຂອງ​ອົງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ ແລະ ນ້ອງ​ນັກ­ຮຽນ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

 

ທ່ານ​ນາງ ບຸນ​ຄຳ ວໍ­ລະ​ຈິດ ໄດ້​ກ່າວ​ວ່າ: ການ​ຈັດ­ການ​ແຂ່ງ­ຂັນ​ແຕ້ມ​ຮູບ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັກ​ານ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ໂລກ ວັນ​ທີ 5 ມິ­ຖຸ­ນາ ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນ ພ້ອມ​ທັງ​ເປັນ​ການ​ສ້າງ​ຈິດ​ສຳ­ນຶກ​ໃຫ້​ນ້ອງ​ນັກ­ຮຽນ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ແລະ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ນອກ­ຈາກ​ນັ້ນ​ກໍ​ເພື່ອ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ນ້ອງ​ນັກ­ຮຽນ ສາ­ມາດ​ຖ່າຍ​ທອດ​ຄວາມ​ຮູ້­ສຶກ​ນຶກ​ຄິດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຜ່ານ​ທາງ​ການ​ແຕ້ມ​ຮູບ ເວົ້າ​ລວມ ກໍ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ເຂົ້າ­ໃຈ​ເຖິງ​ຄວາມ​ສຳ­ຄັນ​ໃນ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ກໍ​ຄື​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ.

 

ການ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້ ໄດ້​ມີ​ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ​ຈາກ 4 ເມືອງ ຄື: ເມືອງ​ໄຊ​ເຊດ​ຖາ ສີ​ສັດ­ຕະ​ນາກ ຈັນ­ທະ​ບູ​ລີ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ໃນ​ການ​ແຂ່ງ­ຂັນ​ນີ້ ໄດ້​ຄັດ​ເອົາ​ເປັນ 4 ລາ­ງວັນ ຄື: ລາ­ງວັນ​ທີ 1 ໄດ້​ຮັບ​ທຶນ​ການ​ສຶກ​ສາ ຈຳ­ນວນ 500.000 ກີບ ລາ­ງວັນ​ທີ 2 ຈຳ­ນວນ 400.000 ກີບ ລາ­ງວັນ​ທີ 3 ຈຳ­ນວນ 300.000 ກີບ ແລະ ລາ­ງວັນ​ຊົມ­ເຊີຍ​ມີ 10 ລາ­ງວັນ ໄດ້​ຮັບ​ທຶນ​ການ​ສຶກ​ສາ 50.000 ກີບ ເຊິ່ງ​ຜົນ­ງານ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ ແມ່ນ​ຈະ​ໄດ້​ເອົາ​ໄປ​ວາງ­ສະ­ແດງ ຫຼື ໂຄ­ສະ­ນາ​ຕໍ່​ໃນ​ແຜ່ນ​ຝາ​ຂອງ​ໂຮງ­ຮຽນ.

Last Updated on Tuesday, 07 June 2011 09:55