• Lao (ພາສາລາວ)
  • English (United Kingdom)
ນະຄອນຫຼວງ ກຽມປະເມີນຜົນການປະຕິບັດ 6 ສ PDF Print E-mail
Written by Bouasengpaseuth PHRASITHIDETH   
Friday, 20 May 2011 09:24
There are no translations available.

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ຈຳ​ເດືອນ​ພຶດ­ສະ­ພາ 2011 ໄດ້​ຈັດ​ຂຶ້ນ​ວັນ​ທີ 13 ພຶດ­ສະ­ພາ 2011 ຜ່ານ​ມາ​ນີ້ ທີ່​ຫ້ອງ​ວ່າ­ການ​ນະ­ຄອນ­ຫຼວງ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສຸ​ກັນ ມະ­ຫາ­ລາດ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ.

 

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ພົ້ນ​ເດັ່ນ​ບາງ​ຂົງ­ເຂດ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ຜ່ານ​ມາ ແລະ ແຜນ​ວຽກ​ອັນ​ຮີບ​ດ່ວນ​ທີ່​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ເດືອນ​ຕໍ່​ໄປ ເປັນ­ຕົ້ນ ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ແຜນ­ການ​ກວດ­ກາ ແລະ ປະ​ເມີນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດ­ທະ­ນາ ຜ່ານ​ຮ່າງ​ມະ­ຕິ​ວ່າ​ດ້ວຍ​ການ​ກວດ­ກາ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຮ່າງ​ມະ­ຕິ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ກວດ­ກາ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຊຶ່ງ​ການ​ລົງ​ກວດ­ກາ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຈະ​ໄດ້​ເລີ່ມ​ລົງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ມໍ່ໆ​ນີ້ ໂດຍ​ກຳ­ນົດ​ເອົາ​ບ້ານ​ໂພນ​ສະ­ຫວ່າງ ເມືອງ​ຈັນ­ທະ​ບູ​ລີ ເປັນ​ບ້ານ​ເລີ່ມ​ຕົ້ນ ໂດຍ​ຫັນ​ພະ­ນັກ­ງານ​ທົ່ວ​ນະ­ຄອນ­ຫຼວງ​ລົງ ຈຸດ­ປະ­ສົງ ແລະ ຄາດ­ໝາຍ​ຂອງ​ການ​ປະ​ເມີນ​ຜົນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ຕີ​ລາ­ຄາ​ກວດ­ກາ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ຢູ່​ທົ່ວ​ນະ­ຄອນ­ຫຼວງ ໂດຍ​ຊອກ​ໃຫ້​ເຫັນ​ໄດ້​ດ້ານ​ດີ​ທີ່​ຕັ້ງ­ໜ້າ ຈະ​ຕ້ອງ​ສືບ­ຕໍ່​ສົ່ງ­ເສີມ ຊອກ​ຄົ້ນ​ໃຫ້​ເຫັນ​ໄດ້​ດ້ານ​ອ່ອນ ຂໍ້­ຄົງ­ຄ້າງ ແລະ ສາ­ເຫດ ເພື່ອ​ຊອກ​ວິ­ທີ​ແກ້​ໄຂ​ໃຫ້​ຖືກ­ຕ້ອງ​ເໝາະ​ສົມ ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ກາຍ​ເປັນ­ຄວາມ​ຮັບ­ຜິດ­ຊອບ​ຂອງ​ທົ່ວ​ພັກ ທົ່ວ​ລັດ ທົ່ວ​ປວງ​ຊົນ ປຸກ­ລະ­ດົມ​ສ້າງ​ສະ­ຕິ​ຕື່ນ​ຕົວ​ໃຫ້​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ປະ­ຊາ­ຊົນ​ທຸກ​ຊັ້ນ​ຄົນ ໄດ້​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະ­ຕິ­ບັດ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ ແລະ ໂດຍ​ປະ­ຊາ­ຊົນ ເພື່ອ​ເປັນ​ການ​ຍົກ​ລະ­ດັບ​ການ​ຊີ້​ນຳ-ນຳ­ພາ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ຕາມ​ທິດ​ບຸກ​ທະ­ລຸ ເຮັດ​ໃຫ້​ນະ­ຄອນ­ຫຼວງ​ມີ​ໂສມ​ໜ້າ​ໃໝ່ ສູ້​ຊົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ຄາດ­ໝາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ ແລະ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ໃຫ້​ກາຍ­ເປັນ​ພຶດ­ຕິ​ກຳ​ຕົວ​ຈິງ ແລະ ເພື່ອ​ສືບ­ຕໍ່​ສ້າງ​ພະ­ນັກ­ງານ​ໃນ​ຂະ​ບວນ​ການ​ລົງ​ສູ່​ຮາກ​ຖານ ແລະ ປະ­ຊາ­ຊົນ ຊຶ່ງ​ການ​ລົງ​ປະ­ຕິ­ບັດ​ວຽກ​ງານ​ຄັ້ງ​ນີ້ ຈະ​ໄດ້​ເຈາະ​ຈີ້ມ​ຫຼາຍ​ບັນ­ຫາ​ກ່ຽວ​ກັບ 6 ສ ເລີ່ມ​ຈາກ​ຄອບ­ຄົວ ບ້ານ ແລະ ສຳ­ນັກ­ງານ​ອົງ­ການ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ສະ­ຫຼຸບ​ສັງ​ລວມ​ໃຫ້​ຮູ້​ວ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ 6 ສ ນັ້ນ ມາ​ຮອດ​ປັດ­ຈຸ­ບັນ​ແຕ່​ລະ ສ ໄດ້​ຈັກ​ສ່ວນ​ຮ້ອຍ​ແລ້ວ.

 

ສຳ­ລັບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ເດືອນ 4-5 ຜ່ານ​ມາ ແລະ ແຜນ​ວຽກ​ປະ­ຈຳ​ເດືອນ​ມິ­ຖຸ­ນາ 2011 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ອັນ​ພົ້ນ​ເດັ່ນ​ມາ​ຮອດ​ປັດ­ຈຸ­ບັນ​ນີ້ ເກັບ​ກ່ຽວ​ເຂົ້າ­ນາ­ແຊງ ໄດ້ 15.703 ເຮັກ­ຕາ ເທົ່າ​ກັບ 73,8% ຂອງ​ເນື້ອ­ທີ່​ປັກ​ດຳ ໄດ້​ປູກ​ພືດ​ຜັກ​ລະ​ຝົນ​ໄດ້ 58,6 ເຮັກ­ຕາ (ແຜນ­ການ 3.300 ເຮັກ­ຕາ) ການ​ປະ­ຕິ­ບັດ​ໂຄງ­ການ​ຈຸດ​ສຸມ​ຕ່າງໆ​ມີ​ຄວາມ​ຄືບ​ໜ້າ​ຂຶ້ນ​ຕື່ມ ເຊັ່ນ: ໂຄງ­ການ​ກໍ່­ສ້າງ​ສຳ­ນັກ­ງານ​ປົກ­ຄອງ​ນະ­ຄອນ­ຫຼວງ​ຫຼັງ​ໃໝ່ ໄດ້ 90% ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ແຕ່ 3 ແຍກ​ສີ​ໄຄ-ຕາດ​ທອງ ໄດ້ 100% ໂຄງ­ການ​ກໍ່­ສ້າງ​ຕະ­ຫຼາດ​ເຊົ້າ​ຊ໋ອບ​ປິ້ງ​ມໍ ຫຼັງ​ທີ 2 ໄດ້ 90% ໂຄງ­ການ​ກໍ່­ສ້າງ​ຕະ­ຫຼາດ​ທາດ­ຫຼວງ ໄດ້ 34% ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຕັດ​ໃໝ່ ແຕ່​ໜອງ​ບົວ­ທອງ-ໜອງ​ບຶກ ໄດ້ 13% ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ ມາ​ຮອດ​ວັນ​ທີ 6 ພຶດ­ສະ­ພາ ໄດ້​ແລ້ວ 223,07 ຕື້​ກີບ ເທົ່າ​ກັບ 61,59% ມາ​ຮອດ​ປັດ­ຈຸ­ບັນ ສ້າງ​ບ້ານ​ປອດ​ຄະ­ດີ​ໄດ້​ແລ້ວ 162 ບ້ານ ບ້ານ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ດີ 97 ບ້ານ ບ້ານ​ສາ­ທາ­ລະ­ນະ​ສຸກ​ແບບ­ຢ່າງ ໄດ້ 490 ບ້ານ ເທົ່າ​ກັບ 100% ແລະ ສ້າງ​ບ້ານ ວັດ­ທະ­ນະ­ທຳ​ໄດ້ 141 ບ້ານ ຄອບ­ຄົວ​ວັດ­ທະ­ນະ­ທຳ​ມີ 74.140 ຄອບ­ຄົວ ແລະ ກຸ່ມ​ບ້ານ​ວັດ­ທະ­ນະ­ທຳ 6 ກຸ່ມ.

 

ນອກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ສະ­ອາດ ສວຍ​ງາມ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ເທດ­ສະ­ບານ​ນະ­ຄອນ­ຫຼວງ (ຕີ​ລາ­ຄາ ແລະ ບັນ­ດາ​ວຽກ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ-ວິ­ທີ​ການ) ຮັບ​ຟັງ​ການ​ລາຍ​ງານ​ແຜນ­ການ​ຜະ­ລິດ​ລະ­ດູ​ປີ​ການ​ຕ້ານ​ແລ້ງ-ຕ້ານ​ຖ້ວມ ແລະ ແຜນ­ການ​ປູກ​ໄມ້​ວັນ​ທີ 1 ມິ­ຖຸ­ນາ ແລະ ແຜນ​ກະ­ກຽມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ປ້ອງ​ກັນ​ນ້ຳ​ຖ້ວມ ປີ 2011.