|
There are no translations available.
ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2011 ອົງການ ຊັບພະຍາກອນນຳ້ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ ໄດ້ເປີດກອງປະຊຸມຝືກອົບຮົມ ກ່ຽວກັບ ການຍົກລະດັບຄວາມອາດສາມາດການປັບຕົວເຂົ້າກັບການປ່ຽນແປງ
ດິນຟ້າອາກາດ ກອງປະຊຸມດັ່ງກ່າວໄດ້ໄຂຂື້ນທີ່ແຂວງວຽງຈັນ

ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານ ແມ່ນ ທ່ານ ດຣ. ນາງ ວຽງສະຫັວນ ດວງສະຫັວນ ຫົວໜ້າກົມສິ່ງແວດລ້ອມ ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນິນແຕ່ວັນທີ່ 7 ຈົນເຖິງວັນທີ 10 ມີຖຸນາ 2011 ມີແຂກເຂົ້າ
ຮ່ວມທັງໜົດ 50 ທ່ານ ທີ່ມາຈາກຂະແໜງການຕ່າງໆ ເປັນຕົ້ນ ແມ່ນກົມສິ່ງແວດລ້ອມ (ອຊນສ), ກະຊວງ ການເງິນ, ກະຊວງ ອຸດສາຫະກຳແລະການຄ້າ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ສາທາລະນະສຸກ,
ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ອົງການສາກົນ, ລວມທັງຊ່ຽວຊານ ແລະ ທີ່ປຶກສາທັງພາຍໃນ ແລະ ພາຍນອກ ກອງປະຊຸມດັ່ງກວ່າແມ່ນເພື່ອແນ່ໃສ່ການຍົກລະດັບຄວາມອາດສາມາດປັບຕົວເຂົ້າກັບສະພາບ
ການປ່ຽນແປງດິນຟ້າອາກາດໃນ ສ ປ ປ ລາວ
ທ່ານ Dr. A Birch, Team Leader and Institutional Strengthening Speciallist ແມ່ນໄດ້ເວົ້າເຖີງຄວາມເປັນມາຂອງໂຄງການ TA 7509 ທີປະຕິບັດຜ່ານມາວ່າລາວໄດ້ເຮັດຫຍັງແນ່ໃນການປັບຕົວ
ເຂົ້າກັບການປ່ຽນແປງດິນຟ້າອາກາດ ຄື: ລາວໄດ້ເຂົ້າສົນທິສັນຍາ UNFCCC (1995) ແລະ Kyoto (2003) ແລະ ສຳເລັດໃນການສ້າງແຜນດຳເນິນງານ NAPA (2009) ແລະ ຍຸດທະສາດການປ່ຽນແປງດິນຟ້າ
ອາກາດ (2010) ສຳເລັດໃນການສ້າງບົດສື່ສານການປ່ຽນແປງດິນຟ້າອາກາດໃນ ສປປ ລາວ (2000) ເປັນສະບັບທຳອິດ ແລະ ປະຈຸບັນແມ່ນກຳລັງສ້າງບົດສື່ສານການປ່ຽນແປງດິນຟ້າອາກາດສະປັບທີ່ 2 ນອກຈາກນີ້
ລາວຍັງມີກົນໄກການພັດທະນາສະອາດ CDM
ທ່ານ Dr. Rizaldi Boer, Agriculture and Climate Change Specialist ທ່ານໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບ ການປ່ຽນແປງດິນຟ້າອາກາດໃນໂລກ ວ່າປະຈຸບັນບັນດາປະເທດທີ່ພັດທະນາ ເຊິ່ງເປັນຜູ້ກໍ່ຄວາມ
ເສຍຫາຍຫຼືບໍ່ໄດ້ກໍ່ຄວາມເສຍຫາຍກໍ່ຕາມ ບັນດາປະເທດດັ່ງກ່າວຕ້ອງຊ່ວຍເຫຼືອປະເທດທີ່ກຳລັງພັດທະນາ ໃນການຮັບມື ແລະ ປັບຕົວເຂົ້າກັບການປ່ຽນດິນຟ້າອາກາດ ຍົກຕົວຢ່າງປະເທດດິນໂດເນເຊຍ ພວກເຂົ້າມີແຜນຮັບມືກັບ
ການປ່ຽນແປງດິນຟ້າອາກາດແນວໃດ ພວກເຂົ້າໄດ້ໃຊ້ Model ຫຼາຍໆ ອັນເພື່ອມາປຽບທຽບ ໃນການຮັບມືກັບໄຟພິບັດຕ່າງໆ ແລະ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຫາວິທີປ້ອງກັນກັບໄຟທຳມະຊາດ ນອກຈາກການຮັບມື ແລະ
ປ້ອງກັນແລ້ວຍັງມີການຫຼຸດຜ່ອນປັນຫາການປ່ຽນແປງດິນຟ້າອາກາດເປັນຕົ້ນແມ່ນ CDM & REDD.
ທ່ານ ອິມມາລາ ອິນທາບົວລີ ຫ້ອງການປ່ຽນແປງດິນຟ້າອາກາດ, ກົມສິ່ງແວດລ້ອມ (ອຊນສ) ແມ່ນເວົ້າເຖີງຄວາມເປັນມາ ແລະ ສາເຫດທີ່ພາໃຫ້ເກີດການປ່ຽນແປງດິນໄຟ້າອາກາດຄື: ແຫຼ່ງກຳເນີດສຳຄັນຂອງ GHG
ແມ່ນມາຈາກການເຜົາໄໝ້ນຳ້ມັນເຊື່ອໄຟຕ່າງໆເຊັ່ນ ອຸດສາຫະກຳ ການຂົນສົ່ງ ອາຄານບ້ານເຮືອນຕ່າງໆ ການຕັດໄມ້ທຳລາຍປ່າ ການເນົ່າປ່ຽນຂອງພືດ ແລະ ຂີ້ມູນສັດ ນອກຈາກນີ້ກໍ່ຍັງມີສິ່ງເສດເຫຼືອຈາກຄົວເຮືອນ
ປະເທດລາວເປັນໜື່ງໃນ 44 ປະເທດ LDC ໄດ້ມີການສ້າງ NAPA ມີງົບປະມານໃຫ້ແຕ່ລະປະເທດ 200.000US$ ຈາກອົງການກອງທືນສິ່ງແວດລ້ອມໂລກ GEF ໂດຍຜ່ານທາງອົງການພັດທະນາສະຫະປະຊາຊາດ
UNDP ເພື່ອສ້າງ NAPA, ແຜນດຳເນິນງານແຫ່ງຊາດ ໃນການປັບຕົວເຂົ້າກັບສະພາບປ່ຽນແປງດິນຟ້າອາກາດ ແມ່ນໄດ້ລົງເລິກໃນ 4 ຂົງເຂດທີ່ໄດ້ຮັບຜົນກະທົບຫຼັກຄື: ກະສິກຳ ປ່າໄມ້ ນຳ້ ແລະ ສາທາລະນະສຸກ.
ທ່ານ ສິ່ງຫາ ອຸນນິຍົມ ຊ່ຽວຊານການປ່ຽນແປງດິນຟ້າອາກາດຂອງ UNDP ແມ່ນໄດ້ເວົ້າເຖີງການຮ່ວມມືກັບສາກົນໃນການປັບຕົວເຂົ້າໃນການປ່ຽນແປງດິນຟ້າອາກາດເຊັ່ນ ລາວໄດ້ເຂົ້າສົນທິສັນຍາ UNFCCC (1995)
ແລະ Kyoto (2003) ແລະ ສຳເລັດໃນການສ້າງແຜນດຳເນິນງານ NAPA (2009) ແລະ ຍຸດທະສາດການປ່ຽນແປງດິນຟ້າອາກາດ (2010) ແລະ ການຫຼຸດຜ່ອນປັນຫາການປ່ຽນແປງດິນຟ້າອາກາດເປັນຕົ້ນແມ່ນ
CDM & REDD.
Mr Chanon Thaicharoen, MRC ແມ່ນໄວ້ສະເໜີ ກ່ຽວກັບ ວຽກງານການຮ່ວມມືກັບປັນດາພາກພື່ນແມ່ນຳ້ຂອງໃນການຄຸ້ມຄອງແມ່ນຳ້ຂອງ ແລະ ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ
ການຮັກສາແມ່ນຳ້ຂອງໃຫ້ຍືນຍົງ ເປັນຕົ້ນວຽກງານສ້າງຄວາມອາດສາມາດໃຫ້ກັບພະນັກງານຄົນລາວ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສ້າງຈິດສຳນຶກໃຫ້ກັບນິກຮຽຮນັກສຶກສາໃນການໃຊ້ນຳ້ແບບປະຢັດ.
Dr Uwe Singer, Climate Change Coordinator, IUCN ແມ່ນໄດ້ສະເໜີການຄຸມ້ຄອງຊິວະນາໆພັນ ແລະ ການນຳໃຊ້ຊັບພະຍາກອນປ່າໄມ້ ນອກຈາກນີ້ຍັງໄດ້ສ້າງຖ່ານດັງໄພທີ່ບໍ່ເກີດມົນລະພິດທາງອາກາດ
ແລະຍັງເປັນການປະຢັດພະລັງງານ ແລະ ວັດຖຸດິບ ສ້າງຈິດສຳນຶກໃຫ້ປະຊາຊົນຮູ້ເຖິງຜົນຮ້າຍຂອງການທຳລາຍປ່າທີ່ມີຕໍ່ກັບການປ່ຽນແປງດິນຟ້າອາກາດ.
ທ່ານ ສະຫຼອງໄຊ ລາດຫັບຸດ ກົມກະສິກຳ MAF ແມ່ນໄດ້ສະເໜີການຄົ້ນຄວ້າແນວພັນເຂົ້າ ແລະ ການຫຼຸດຜ່ອນການນຳໃຊ້ສານເຄມີເຂົ້າໃນກະສິກຳ ທາງກະສິກຳ ແມ່ນໄດ້ສົ່ງເສີມການຜະລິດທີ່ສະອາດ ເປັນຕົ້ນ ການຜະລິດ
ທີ່ສະອາດ ການທີດີ ການຜະລິດປອດສານຜິດ ການຜະລິດທີ່ໃຊ້ສານອິນຊີ ນອກຈາກນີ້ກໍ່ຍັງຄົ້ນຄວ້າແນວພັນເຂົ້າທີ່ທົນນຳ້ທົນແລ້ງ ເພື່ອສະໜອງສະບຽງອາຫານໃນເວລາເກີດການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ດຣ. ລິ່ງຄຳ ດວງສະຫວັນ NAFI, MAF ແມ່ນໄດ້ສະເໜີ ກ່ຽວກັບ ການປົກຫົມຂອງປ່າໄມ້ໃນການຊ່ວຍດູດເອົາທາດພິດຕ່າງໆ ໃນອາກາດ ການຄຸ້ມຄອງຊັບພະຍາກອນປ່າໄມ້ ແມ່ນວຽກຫຼັກໃນການສົ່ງເສີ່ມການເພີ້ມ
ຂື້ນຂອງປ່າໄມ້ ແລະ ການຈັດສັນປ່າໄມ້ ແລະ ປະຊາຊົນໃຫ້ມີຄວາມຮູ້ຮັກສາປ່າ ແລະ ນຳໃຊ້ປ່າແບບຍືນຍົງ ໂດຍໄດ້ສ້າງກຸ່ມອາສາສະໝັກໃນການປົກປ້ອງປ່າໄມ້ ແລະ ສ້າງຈິດສຳນັກໃຫ້ປະຊາຊົນໃຫ້ມີຄວາມຮູ້ຄວາມເຂົ້າ
ໃຈໃນການຄຸ້ມຄອງປ່າໄມ້.
ທ່ານ ຫັດສະດີ ສີສຸລາດ ກົມໄຟຟ້າ MEM ແມ່ນໄດ້ສະເໜີການໃຊ້ພະລັງສະອາດ ແລະ ພະລັງງານທົດແທນ ເປັນຕົ້ນການສົ່ງເສິມການປູກປ່າຕົ້ນນຳ້ ເພື່ອຮັກສາແຫຼ່ງນຳ້ ແລະ ຕິດຕາມກວດກາຄຸນນະພາບນຳ້ ສຶກສາການ
ປ່ຽນແປງຂອງດິນຟ້າອາກາດ ກ່ຽວກັບ ການປ້ອງກັນໄພແຫ້ງແລງ ນອກຈາກການສ້າງເຂື່ອນໄຟຟ້າຂະໜາດໃຫຍ່ແລ້ວ ຍັງມີແມ່ນສ້າງເຂື່ອນຂະໜາດນ້ອຍເພື່ອຂະຫຍາຍຕານ່າງໃນການໃຊ້ພະລັງງານຕາມສອກຫຼີກຊົນນະບົດ
ແລະ ສົ່ງເສີມການໃຊ້ພະລັງງານທີ່ສະກາດເປັນຕົ້ນພະລັງງານທີ່ເຮັດຈາກພືດ ແລະ ມູນສັດເປັນຕົ້ນ
ທ່ານ ເພັດສະໝອນ ຄານໍເພັດ ກົມນຳ້, ອຊນສ ແມ່ນໄດ້ສະເໜີການນຳໃຊ້ model ໃນການຄຸ້ມຄອງຕິດຕາມກວດກາຄຸນນະພາບນຳ້ ແລະ ໄພແຫ້ງແລງ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນການຕິດຕາມ
ກວດກາຄຸນນະພາບນຳ້ ໃນບັນດາອ່າງເກັບນຳ້ຕ່າງໆ.
ເພື່ອເພື້ມທະວີຄວາມຮູ້ຄວາມເຂົ້າໃຈໃນການຍົກລະດັບຄວາມຮູ້ຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ທາງຜູ້ຈັດໄດ້ມີການແບ່ງກຸ່ມເພື່ອຄົ້ນຄວ້າປັນຫາການປ່ຽນແປງດິນຟ້າອາກາດ ໂດຍແບ່ງອອກ
ເປັນ 3 ກຸ່ມ ຄື: 1) ກຸ່ມກະສິກຳ ແລະ ປ່າໄມ້ 2) ກຸ່ມພະລັງງານ ແລະ 3) ນຳ້ ໂດຍໃຫ້ແຕ່ລະກຸ່ມຂື້ນມາສະເໜີມາດຕະການໃນການປ້ອງກັນ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດ
ກອງປະຊຸມ ຝືກອົບຮົມກ່ຽວກັບການປັບຕົວເຂົ້າກັບປ່ຽນແປງດິນຟ້າອາກາດເຫັນວ່າດຳເນິນໄປດ້ວຍຄວາມພົດພື້ນ ເຊີ່ງມັນສະແດງອກກໃນການແລກປ່ຽນຄວາມຮູ້ລະຫວ່າງນັກວິທະຍາກອນ ກັບ ນັກສຳມະນາກອນ ເຊິ່ງໃຫ້ຄວາມ
ຮູ້ແບບຕົງໄປຕົງມາ ແລະ ນອກຈາກນີ້ເຫັນວ່າການຂື້ນສະເໜີຂອງແຕ່ລະກຸ່ມ ແມ່ນສາມາດສະເໜີຂໍ້ມູນໄດ້ຢ່າງລະອຽດແພດເໝາະກັບຄວາມເປັນຈິງ ກອງປະຊຸມ ຝືກອົບຮົມ ຍົກລະດັບຄວາມອາດສາມາດໃນການປັບຕົວເຂົ້າ
ກັບການປ່ຽນແປງດິນໄຟ້າອາກາດ ແມ່ນຍັງຈະມີການສືບຕໍ່ເລີ່ອຍໆໃນການປັບຕົວເຂົ້າກັບການປ່ຽນແປງ
|