• Lao (ພາສາລາວ)
  • English (United Kingdom)
ມອບ-ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ PDF Print E-mail
Written by Bouasengpaseuth PHRASITHIDETH   
Wednesday, 20 July 2011 09:57
There are no translations available.

ໂດຍ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຄຳ​ສັ່ງ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ເລີກ​ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VII ວ່າ​ດ້ວຍ​ການ​ຮັບ­ຮອງ​ເອົາ​ໂຄງ​ປະ­ກອບ​ກົງ­ຈັກ​ລັດ­ຖະ­ບານ ສະ­ໄໝ​ທີ VII ແລະ ອີງ​ຕາມ​ລັດ​ຖະ​ດຳ­ລັດ​ຂອງ​ປະ­ທານ​ປະ­ເທດ ສປປ ລາວ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ພະ­ນັກ­ງານ​ການ​ນຳ​ຂັ້ນ​ສູງ​ຮັບ​ໜ້າ­ທີ່​ໃໝ່.

 

 

ອົງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ ໄດ້​ຈັດ​ພິ­ທີ​ຮັບ​ໜ້າ­ທີ່​ລະ­ຫວ່າງ​ທ່ານ​ນາງ ເຂັມ​ແພງ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ ຫົວ­ໜ້າ​ອົງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ ແລະ ທ່ານ ນູ​ລິນ ສິນ​ບັນ­ດິດ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໃນ​ວັນ​ທີ 15 ກໍ­ລະ­ກົດ 2011 ຜ່ານ​ມາ ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ທອງ​ສິງ ທຳ​ມະ​ວົງ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ ນອກ​ນັ້ນ​ຍັງ​ມີ​ລັດ­ຖະ­ມົນ­ຕີ​ວ່າ­ການ-ຊ່ວຍ​ວ່າ­ການ ຜູ້­ຕາງ­ໜ້າ​ຈາກ​ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຫ້ອງ​ວ່າ­ການ​ລັດ­ຖະ­ບານ ແລະ ບັນ­ດາ​ພະ­ນັກ­ງານ​ການ​ນຳ​ຫຼັກ​ແຫຼ່ງ​ຈາກ​ອົງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ

 

ໃນ​ພິ­ທີ​ດັ່ງ­ກ່າວ ທ່ານ​ນາງ ເຂັມ​ແພງ ພົນ​ເສ­ນາ ກໍ​ໄດ້​ຂຶ້ນ​ລາຍ​ງານ​ການ​ຊີ້​ນຳ-ນຳ­ພາ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ສິ່ງ­ແວ­ດລ້ອມ ໃນ​ໄລ­ຍະ 4 ປີ­ຜ່ານ­ມາ ທັງ​ດ້ານ​ດີ ແລະ ດ້ານ​ທີ່​ຕ້ອງ​ໄດ້​ສືບ­ຕໍ່​ເອົາ­ໃຈ­ໃສ່​ແກ້​ໄຂ​ໃນ­ຕໍ່­ໜ້າ ຈາກ​ນັ້ນ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ແລະ ໃຫ້​ຄຳ​ໂອ­ວາດ​ໃນ​ການ​ສືບ­ຕໍ່​ປະ­ຕິ­ບັດ​ໜ້າ­ທີ່​ການ­ເມືອງ ແລະ ຄວາມ​ຮັບ­ຜິດ­ຊອບ ໂດຍ​ຫັນ​ເອົາ 4 ບຸກ​ທະ­ລຸ​ໃຫ້​ເປັນ​ແຜນ­ການ ແລະ ແຜນ​ງານ​ອັນ​ລະ­ອຽດ ແນ­ໃສ່​ເພື່ອ​ເຮັດ​ຫຼ້ອນ​ໜ້າ­ທີ່​ການ­ເມືອງ ໃຫ້​ສົມ​ກັບ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ-ລັດ​ມອບ​ໝາຍ ແລະ ເພື່ອຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ໄລ­ຍະ​ໃໝ່.

Last Updated on Wednesday, 20 July 2011 10:03