• Lao (ພາສາລາວ)
  • English (United Kingdom)
ການຝຶກອົບຮົມ ກ່ຽວກັບການ ຄຸ້ມຄອງສິ່ງແວດລ້ອມໃຫ້ແກ່ພະນັກງານ ອົງການຊັບພະຍເກອນນ້ຳ ແລະ ສິ່ງແວດລ້ອມ. PDF Print E-mail
Written by kongphet sittivongsa   
Wednesday, 21 July 2010 11:59

ການຝຶກອົບຮົມ ກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ໃຫ້ແກ່ພະນັກງານພາຍໃນ ອຊນສ ແລະ ຫຊນສ ແຂວງ ທີ່ຂື້ນກັບ ໂຄງການ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງສິ່ງແວດລ້ອມ. ໄດ້ເລີ້ມຕົ້ນ ໃນວັນທີ 3 ມີນາ 2010 ແລະ ສິ້ນສຸດ ໃນວັນທີ 16 ກໍລະກົດ 2010. ການຝຶກອົບຮົມຄັ້ງນີ້ ແມ່ນເປັນການຝຶກອົບຮົມແບບຕໍ່ເນື່ອງ ເຊິ່ງໄດ້ດຳເນີນເປັນເວລາ 68 ວັນ ມີຜູ້ເຂົ້າຮ່ວມຈຳນວນ 20 ທ່ານ, ຊຶ່ງໄດ້ຮັບການສະໜັບສະໜູນດ້ານທຶນຮອນ ແລະ ດ້ານວິຊາການຈາກ ອົງການ ຊີດາ ປະເທດສະວີເດັນ. ການຝຶກອົບຮົມຄັ້ງນີ້ ມີວິທະຍາກອນຮັບເຊີນຈາກມະຫາວິທະຍາໄລຂອນແກ່ນ ຈຳນວນ 10 ທ່ານ ພ້ອມດ້ວຍຜູ້ຊ່ວຍ 4 ທ່ານ ທີ່ເປັນທີມງານ ດຳເນີນການຝຶກອົບຮົມ.

 

ການຝຶກອົບຮົມ ແມ່ນມີຈຸດປະສົງເພື່ອສ້າງບຸກຄະລາກອນ ໃຫ້ມີປະສິດທິພາບໃນການຄຸ້ມຄອງສິ່ງແວດລ້ອມໃຫ້ດີກວ່າເກົ່າ, ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອສົ່ງເສີມໃນການຮຽນຮູ້, ການສ້າງຄວາມອາດສາມາດ, ຄວາສຳນິສຳນານ ໃຫ້ບັນດາພະນັກງານ ວິຊາການພາຍໃນ ອຊນສ ແລະ ບັນດາຫຊນສ 9 ແຂວງ ທີ່ຂື້ນກັບ ໂຄງການ SEM II.

Last Updated on Tuesday, 04 January 2011 13:24