|
There are no translations available.
ໃນວັນທີ 17 ກັນຍາ 2010.ກົມສິ່ງແວດລ້ອມ ໃນນາມກອງເລຂາ ຮັບຜິດຊອບແຜນງານໂຄງການ ຊ່ວຍເຫຼືອລ້າຂະໜາດນ້ອຍຂອງກອງທຶນສິ່ງແວດລ້ອມໂລກ ໃນໄລຍະ 1 ປີ ຂອງການຈັດຕັ້ງປະບັດແຜນງານໂຄງການຊ່ວຍ ເຫຼືອລ້າຂະໜາດນ້ອຍຜ່ານມາ

ຊຶ່ງໂຄງການສ່ວນໃຫ່ຍ ແມ່ນອົງການຈັດຕັ້ງຂອງສັງຄົມ, ອົງການຈັດຕັ້ງຊຸມຊົນ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ, ປະຈຸບັນ ແຜນງານໂຄງການຊ່ວຍເຫຼືອລ້າຂະໜາດນ້ອຍ ໄດ້ຮັບ ທຶນສະໜັບສະໜູນ ຈາກກອງທຶນສິ່ງແວດລ້ອມໂລກ ຈຳນວນທັງໝົດ 2.400.000 $ (ສອງລ້ານສີ່ແສນໂດ ລາສະຫະລັດ), ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ປີ 2010-2014 ເປັນຕົ້ນໄປ ແລະ ເພື່ອເຮັດໃຫ້ແຜນງານໂຄງການດັ່ງກ່າວໄດ້ຮັບຜົນດີ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ສະນັ້ນ, ໃນວັນທີ 17 ກັນຍາ 2010, ຜູ້ປະສານງານລະດັບຊາດ ຂອງແຜນງານໂຄງການຊ່ວຍເຫຼືອ ລ້າຂະໜາດນ້ອຍ ຈຶ່ງໄດ້ຈັດກອງປະຊຸມຂຶ້ນຢູ່ທີ ໂຮງແຮມ ກຼີນປາກ ກ່ຽວກັບ ການອະນຸມັດໂຄງການ ໄລຍະທີ 2 (ບ້ວງງົບປະມານ ທີ່ຈະອະນຸມັດ ສຳລັບ ປີນີ້ ຕົກເປັນມູນຄ່າທັງໝົດ 777,428 ໂດລາສະຫະລັດ (ເຈັດແສນ ເຈັດສິບເຈັດພັນ ສີ່ຮ້ອຍຊາວແປດ ໂດລາສະຫະລັດ) ໃນງວດທີ່ໜຶ່ງ), ຊຶ່ງມີຜູ້ສະເໜີຂໍທຶນຍືນເຂົ້າມາທັງໝົດ ຈຳນວນ 185 ໂຄງການ
ຜ່ານການສະຫຼຸບສັງລວມ ໂຄງການທີ່ໄດ້ຄັດເລືອກ 18 ໂຄງການ ສ່ວນໃຫ່ຍແລ້ວແມ່ນອົງການຈັດຕັ້ງ ຊຸມຊົນ, ອົງການຈັດຕັ້ງສັງຄົມ ອົງການທີ່ບໍ່ຫວັງຜົນກຳໄລ, ເຫັນວ່າ ຄະນະກຳມະການ ແມ່ນເຫັນດີເປັນ ເອກະພາບກັນ ໂດຍເໜັ້ນໃສ່ທຸກໆໂຄງການຕ້ອງມີການຄຸ້ມຄອງບໍລິຫານ ໂດຍຈັດໃຫ້ມີການຝຶກອົບຮົມ ກ່ຽວ ກັບການຄຸ້ມຄອງບໍລິຫານໃນແຜນງານ ໃຫ້ແຕ່ລະໂຄງການວ່າຈະສະຫຼຸບວິທີໃດ ແລະ ລາຍງານແນວໃດ, ແນະໃຫ້ແຕ່ລະໂຄງການນຳໃຊ້ທ່າແຮງ ຂອງໂຄງການທີມີຢູ່ ເພື່ອໃຫ້ມີຄວາມຍືນຍົງ, ໂຄງການທີ່ຖືກໂຈະ ຫຼື ບໍ່ຖືກຕ້ອງຕາມເງື່ອນໄຂຈຳນວນໜຶ່ງ ແມ່ນສະເໜີໃຫ້ພິຈາລະນາໃນງວດຕໍ່ໄປ, ໂຄງການທີ່ຕົກໄປສະເໜີໃຫ້ ນຳໄປປັບປຸງແລ້ວສົ່ງມາໃໝ່ ແລະ ນອກຈາກນັ້ນຄະນະກຳມະການຍັງໄດ້ປຶກສາຫາລື ກ່ຽວກັບ ການລະດົມ ທຶນຈາກບັນດາໂຄງການຕ່າງໆ ເຂົ້າມາຊ່ວຍເຫຼືອ ຫຼື ເປັນຄູ່ຮ່ວມງານ ໃນແຜນງານໂຄງການຊ່ວຍເຫຼືອລ້າຂະໜາດນ້ອຍ ແລະ ເພື່ອໃຫ້ມັນເຂົ້າກັບລະບົບກັບພັກລັດ ໃນເວລາຕິດຕາມໂຄງການຕ້ອງເອົາໜ້າທີ່ຂອງລັດ ເຂົ້າໄປນຳເພື່ອປົກປັກຮັກສາ, ເປັນສັກຄີພະຍານ ແລະ ເພື່ອໃຫ້ອົງການຈັດຕັ້ງເມືອງ ຄຸ້ມຄອງໄດ້ງ່າຍ.
ກອງປະຊຸມໄດ້ດຳເນີນເປັນເວລາໜຶ່ງວັນເຕັມປະທານໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມ ໂດຍເໜັ້ນໃສ່ບັນດາກົນໄກການຕິດຕາມກວດກາໂຄງການ ໃຫ້ມີປະສິດທິຜົນ ແລະ ໄປຕາມເປົ້າໝາຍ ເພື່ອແນໃສຄວາມໂປ່ງໃສໃນການນຳໃຊ້ເງິນໃຫ້ມັນທົ່ວເຖິງ ແລະ ມີປະສິດທິຜົນຂຶ້ນເປັນກ່າວໆ,
ນອກຈາກນັ້ນຍັງໄດ້ເວົ້າເຖິງບ້ວງເງິນບໍລິຫານໃນໄລຍະຜ່ານມາມີຄວາມຫຍຸ້ງ ຍາກຫຼາຍ ແລະ ໂຄງການນັບມື້ ນັບຂະຫຍາຍຕົວຂຶ້ນ, ເພື່ອເຮັດໃຫ້ໂຄງການມີຄວາມຍືນຍາວ ແລະ ມີປະ ສິດທິຜົນດີ, ໃຫ້ເອົາໃຈໃສ່ໂຄສະນາຜ່ານສືມ່ວນຊົນ, ລົງໄປເຜີຍແຜ່ໃຫ້ແຕ່ລະແຂວງ, ເມືອງ ແລະ ບ້ານ ທີ່ຫ່າງໄກຊອກຫຼີກ ເພື່ອເປີດໂຄງການ ແລະ ເຮັດແຈ້ງການ ກ່ຽວກັບ ການໃຫ້ທຶນຂອງແຜນງານໂຄງການ ຊ່ວຍເຫຼືອລ້າຂະໜາດນ້ອຍ ຂອງກອງທຶນສິ່ງແວດລ້ອມໂລກ, ຈັດຝຶກອົບຮົມໃຫ້ປະຊາຊົນ, ແນະນຳວິທີ ການຂຽນບົດສະເໜີໂຄງການໃຫ້ລະອຽດ ເພື່ອນຳໄປຈັດຕັ້ງປະຕິບັດໂຄງການ ໃຫ້ໄດ້ປະສິດທິຜົນ ແລະ ທັງເປັນການຫຼຸດຜ່ອນຄວາມທຸກຍາກ ຂອງຊຸມຊົນນຳອິກດ້ວຍ
     
|