|
ນະຄອນຫຼວງ ກຽມປະເມີນຜົນການປະຕິບັດ 6 ສ |
|
|
|
|
ຂຽນໂດຍ Bouasengpaseuth PHRASITHIDETH
|
|
ວັນສຸກທີ່ 20 ພຶດສະພາ 2011 ເວລາ 09: 24 |
|
ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ປະຈຳເດືອນພຶດສະພາ 2011 ໄດ້ຈັດຂຶ້ນວັນທີ 13 ພຶດສະພາ 2011 ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງ ໂດຍເປັນປະທານຂອງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນບາງຂົງເຂດຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ແລະ ແຜນວຽກອັນຮີບດ່ວນທີ່ຈະໄດ້ຈັດຕັ້ງປະຕິບັດໃນເດືອນຕໍ່ໄປ ເປັນຕົ້ນ ກອງປະຊຸມໄດ້ຮັບຟັງການລາຍງານແຜນການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຜ່ານຮ່າງມະຕິວ່າດ້ວຍການກວດກາປະເມີນຜົນການຈັດຕັ້ງປະຕິບັດ 6 ສ ຮ່າງມະຕິວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກວດກາປະເມີນຜົນການຈັດຕັ້ງປະຕິບັດ 6 ສ ຊຶ່ງການລົງກວດກາປະເມີນຜົນການຈັດຕັ້ງປະຕິບັດ 6 ສ ຈະໄດ້ເລີ່ມລົງຈັດຕັ້ງປະຕິບັດໃນມໍ່ໆນີ້ ໂດຍກຳນົດເອົາບ້ານໂພນສະຫວ່າງ ເມືອງຈັນທະບູລີ ເປັນບ້ານເລີ່ມຕົ້ນ ໂດຍຫັນພະນັກງານທົ່ວນະຄອນຫຼວງລົງ ຈຸດປະສົງ ແລະ ຄາດໝາຍຂອງການປະເມີນຜົນຄັ້ງນີ້ ກໍເພື່ອເປັນການຕີລາຄາກວດກາປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຢູ່ທົ່ວນະຄອນຫຼວງ ໂດຍຊອກໃຫ້ເຫັນໄດ້ດ້ານດີທີ່ຕັ້ງໜ້າ ຈະຕ້ອງສືບຕໍ່ສົ່ງເສີມ ຊອກຄົ້ນໃຫ້ເຫັນໄດ້ດ້ານອ່ອນ ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອຊອກວິທີແກ້ໄຂໃຫ້ຖືກຕ້ອງເໝາະສົມ ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ກາຍເປັນຄວາມຮັບຜິດຊອບຂອງທົ່ວພັກ ທົ່ວລັດ ທົ່ວປວງຊົນ ປຸກລະດົມສ້າງສະຕິຕື່ນຕົວໃຫ້ພະນັກງານ ສະມາຊິກພັກ ປະຊາຊົນທຸກຊັ້ນຄົນ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ໂດຍປະຊາຊົນ ເພື່ອເປັນການຍົກລະດັບການຊີ້ນຳ-ນຳພາພັດທະນານະຄອນຫຼວງວຽງຈັນ ຕາມທິດບຸກທະລຸ ເຮັດໃຫ້ນະຄອນຫຼວງມີໂສມໜ້າໃໝ່ ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກນະຄອນຫຼວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃຫ້ກາຍເປັນພຶດຕິກຳຕົວຈິງ ແລະ ເພື່ອສືບຕໍ່ສ້າງພະນັກງານໃນຂະບວນການລົງສູ່ຮາກຖານ ແລະ ປະຊາຊົນ ຊຶ່ງການລົງປະຕິບັດວຽກງານຄັ້ງນີ້ ຈະໄດ້ເຈາະຈີ້ມຫຼາຍບັນຫາກ່ຽວກັບ 6 ສ ເລີ່ມຈາກຄອບຄົວ ບ້ານ ແລະ ສຳນັກງານອົງການທີ່ນະຄອນຫຼວງວຽງຈັນ ເພື່ອສະຫຼຸບສັງລວມໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດໂຄງການ 6 ສ ນັ້ນ ມາຮອດປັດຈຸບັນແຕ່ລະ ສ ໄດ້ຈັກສ່ວນຮ້ອຍແລ້ວ.
ສຳລັບການເຄື່ອນໄຫວວຽກງານເດືອນ 4-5 ຜ່ານມາ ແລະ ແຜນວຽກປະຈຳເດືອນມິຖຸນາ 2011 ຢູ່ນະຄອນຫຼວງວຽງຈັນ ຊຶ່ງອັນພົ້ນເດັ່ນມາຮອດປັດຈຸບັນນີ້ ເກັບກ່ຽວເຂົ້ານາແຊງ ໄດ້ 15.703 ເຮັກຕາ ເທົ່າກັບ 73,8% ຂອງເນື້ອທີ່ປັກດຳ ໄດ້ປູກພືດຜັກລະຝົນໄດ້ 58,6 ເຮັກຕາ (ແຜນການ 3.300 ເຮັກຕາ) ການປະຕິບັດໂຄງການຈຸດສຸມຕ່າງໆມີຄວາມຄືບໜ້າຂຶ້ນຕື່ມ ເຊັ່ນ: ໂຄງການກໍ່ສ້າງສຳນັກງານປົກຄອງນະຄອນຫຼວງຫຼັງໃໝ່ ໄດ້ 90% ໂຄງການກໍ່ສ້າງເສັ້ນທາງແຕ່ 3 ແຍກສີໄຄ-ຕາດທອງ ໄດ້ 100% ໂຄງການກໍ່ສ້າງຕະຫຼາດເຊົ້າຊ໋ອບປິ້ງມໍ ຫຼັງທີ 2 ໄດ້ 90% ໂຄງການກໍ່ສ້າງຕະຫຼາດທາດຫຼວງ ໄດ້ 34% ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ ແຕ່ໜອງບົວທອງ-ໜອງບຶກ ໄດ້ 13% ການເກັບລາຍຮັບເຂົ້າງົບປະມານ ມາຮອດວັນທີ 6 ພຶດສະພາ ໄດ້ແລ້ວ 223,07 ຕື້ກີບ ເທົ່າກັບ 61,59% ມາຮອດປັດຈຸບັນ ສ້າງບ້ານປອດຄະດີໄດ້ແລ້ວ 162 ບ້ານ ບ້ານປ້ອງກັນຄວາມສະຫງົບດີ 97 ບ້ານ ບ້ານສາທາລະນະສຸກແບບຢ່າງ ໄດ້ 490 ບ້ານ ເທົ່າກັບ 100% ແລະ ສ້າງບ້ານ ວັດທະນະທຳໄດ້ 141 ບ້ານ ຄອບຄົວວັດທະນະທຳມີ 74.140 ຄອບຄົວ ແລະ ກຸ່ມບ້ານວັດທະນະທຳ 6 ກຸ່ມ.
ນອກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານຄຸ້ມຄອງຄວາມສະອາດ ສວຍງາມ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເທດສະບານນະຄອນຫຼວງ (ຕີລາຄາ ແລະ ບັນດາວຽກທີ່ຈະຕ້ອງໄດ້ແກ້ໄຂ-ວິທີການ) ຮັບຟັງການລາຍງານແຜນການຜະລິດລະດູປີການຕ້ານແລ້ງ-ຕ້ານຖ້ວມ ແລະ ແຜນການປູກໄມ້ວັນທີ 1 ມິຖຸນາ ແລະ ແຜນກະກຽມການຈັດຕັ້ງປະຕິບັດປ້ອງກັນນ້ຳຖ້ວມ ປີ 2011. |