|
ມອບ-ຮັບໜ້າທີ່ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ |
|
|
|
|
ຂຽນໂດຍ Bouasengpaseuth PHRASITHIDETH
|
|
ວັນພຸດທີ່ 20 ກໍລິກົດ 2011 ເວລາ 09: 57 |
|

ໂດຍປະຕິບັດຕາມມະຕິຄຳສັ່ງຂອງກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ ຊຸດທີ VII ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ສະໄໝທີ VII ແລະ ອີງຕາມລັດຖະດຳລັດຂອງປະທານປະເທດ ສປປ ລາວ ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງຮັບໜ້າທີ່ໃໝ່.
ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີຮັບໜ້າທີ່ລະຫວ່າງທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສຳນັກງານນາຍົກ ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 15 ກໍລະກົດ 2011 ຜ່ານມາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ນອກນັ້ນຍັງມີລັດຖະມົນຕີວ່າການ-ຊ່ວຍວ່າການ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການລັດຖະບານ ແລະ ບັນດາພະນັກງານການນຳຫຼັກແຫຼ່ງຈາກອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ
ໃນພິທີດັ່ງກ່າວ ທ່ານນາງ ເຂັມແພງ ພົນເສນາ ກໍໄດ້ຂຶ້ນລາຍງານການຊີ້ນຳ-ນຳພາເຄື່ອນໄຫວວຽກງານຂອງອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃນໄລຍະ 4 ປີຜ່ານມາ ທັງດ້ານດີ ແລະ ດ້ານທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ຈາກນັ້ນ ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດໃນການສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ ໂດຍຫັນເອົາ 4 ບຸກທະລຸໃຫ້ເປັນແຜນການ ແລະ ແຜນງານອັນລະອຽດ ແນໃສ່ເພື່ອເຮັດຫຼ້ອນໜ້າທີ່ການເມືອງ ໃຫ້ສົມກັບການໄວ້ເນື້ອເຊື່ອໃຈຂອງພັກ-ລັດມອບໝາຍ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່. |
|
LAST_UPDATED2 |