|
ປັດຈຸບັນນີ້ແມ່ນຄົນເຮົາກ່າວໂລກຄອມພິວເຕີ ເຫັນໄດ້ວ່າຄອມພິວເຕີໄດ້ກາຍເປັນສ່ວນໜື່ງຂອງຄົນເຮົາໄປແບບບໍ່ຮູ້ສືກຕົວບໍ່ວ່າຈະຢູ່ບ້ານ,
ບ່ອນເຮັດວຽກ ຫຼື ຮ້ານກາເຟ ກໍ່ລ້ວນແລ້ວແຕ່ໃຊ້ຄອມພິວເຕີ ແລະ ບັນຫາທີ່ຕາມມາກໍ່ຄືມົນລະພິດຈາກອຸປະກອນຄອມພິວທີ່ໃຊ້ບໍ່ໄດ້ ຫຼື
ຕົກລຸ້ນ (ແລ້ວເຮົາເອົາໄປໄວ້ຢູ່ໃສກັບຄອມພິວເຕີເລົ່ານີ້) ຖ້າຫາກເຮົາຖິມກໍ່ເປັນປົນຫາຂອງສັ່ງຄົມຄື ຂີ້ເຫຍື້ອລຸ້ນເມືອງ ແຕ່ຖ້າຫາກນຳມາ
ສ້ອມແປງ ແລະ ພັດທະນາໃໝ່ມັນກໍ່ຍັງສາມາດເຮັດປະໂຫຍດໃຫ້ເຮົາເອງ ຫຼື ຄົນອື່ນໄດ້

ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ກົມສິ່ງແວດລ້ອມ, ພະແນກຄຸ້ມຄອງຂໍ້ມູນຂ່າວສານ ສິ່ງແວດລ້ອມ ໄດ້ເປີດການສຳມະນາວິຊາການ
ກ່ຽວກັບ ການນຳໃຊ້ ແລະ ການບຳລຸງຮັກສາຄອມພິວເຕີຂັ້ນພື້ນຖານ ຊື່ງໄດ້ຈັດຂື້ນໃນວັນ 8-12 ກຸມພາ 2010 ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ
ໃນຕອນເຊົ້າຂອງວັນທີ 8 ກຸມພາ 2010 ກົມສິ່ງແວດລ້ອມ, ພະແນກ ຄຸ້ມຄອງຂໍ້ມູນຂ່າວສານ ໄດ້ເປີດການສຳມະນາວິຊາການ ກ່ຽວກັບ
ການນຳໃຊ້ ແລະ ການບຳລຸງຮັກສາຄອມພິວເຕີ ການສຳມະນາຄັ້ງນີ້ແມ່ນໃຫ້ກຽດເປີດການສຳມະນາ ແລະ ທັງເປັນປະທານການສຳມະນາ
ແມ່ນທ່ານ ສິງສະຫວັນ ສິງກາວົງໃຊ ຫົງໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ສິ່ງແວດລ້ອມ ໃນນັ້ນມີຜູ້ເທັງໝົດ 29 ທ່ານ ຄື ພະນັກງານພາຍ
ໃນກົມສິ່ງແວດລ້ອມ 13 ທ່ານ, ພະແນກ ແຜນການ ແລະ ການຮ່ວມມື, ພະແນກ ສົ່ງເສີມ ສິ່ງແວດລ້ອມ, ພະແນກ ຄວບຄຸມມົນລະພິດ
ພະແນກ ນະໂບາຍ ແລະ ກົດໝາຍ, ພະແນກ ຄຸ້ມຄອງຂໍ້ມູນ ຂ່າວສານ, ຫ້ອງການ ປ່ຽນແປງດິນຟ້າອາກາດ ແລະ ພະນັກງານແຂວງ 16 ທ່ານ
ຄື ແຂວງ ຫຼວງນ້ຳທ່າ, ແຂວງ ບໍ່ແກ້ວ, ແຂວງ ຫຼວງພະບາງ, ແຂວງ ບໍລິຄຳໃຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ,
ແຂວງ ເຊກອງ, ນັກສຳມະນາກອນທີ່ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈໃນການສຳມະນາຄັ້ງນີ້ ເພາະມັນສາມາດສ້າງວິຊາຊິບແກ່ຕົນເອງໃນການ
ສ້າງລາຍຮັບໃຫ້ແກ່ຕົນເອງເປັນຕົ້ນ ຮັບສ້ອມແປງ ແລະ ຕິດຕັ້ງໂປຮແກມຕ່າງໆ ນອກໂມງລາດສະການ ແລະ ເປັນອິກຄວາມຮູ້ໜຶ່ງໃນການສ້າງ
ອາຊິບເສີມໃຫ້ແກ່ພະນັກງານ ແລະ ເປັນການຫຼຸດຄ່າໃຊ້ຈ່າຍຕ່າງທໃນການສ້ອມແປງຄອມພິວເຕີພາຍໃນຫ້ອງການ, ກົມກອງຕ່າງໆ ນັກສຳມະນາ
ທຸກທ່ານແມ່ນມີການແລກປ່ຽນຄວາມຮູ້ລະຫວ່າງນັກສຳມະນານຳກັນ ແລະ ວຶທະຍາກອນ ນັກສຳມະນາກອນທຸກທ່ານແມ່ນເມື່ອກັບເມືອຫ້ອງການ
ແມ່ນຈະນຳເອົາວິຊາຄວາມຮູ້ດັ່ງກ່າວໄປນຳໃຊ້ໃຫ້ເກີດຜົນເປັນຈິງ.
ການສຳມະນາດັ່ງກ່າວແມ່ນໄດ້ດຳເນີນມາແຕ່ວັນ 8-12 ເຫັນວ່ານັກສຳມະນາກອນແມ່ນໃຫ້ຄວາມສຳຄັນ ແລະ ຕັ້ງໃຈຖອດຖອນເອົາບົດຮຽນ
ນຳວິທະຍາກອນຢ່າງຕັ້ງໃຈ ເຊິງມັນສະແດງອອກໃນພາກປະຕິບັດຕົວຈິງເຫັນວ່າທຸກຄົນສາມາດເຮັດໄດ້ ຕາມເປົ່າໝາຍ(ສາມາດປະກອບຄອມ
ພິວເຕີໄດ້ ແລະ ເປີດໃຊ້ງານໄດ້ເປັນປົກະຕິ) ນອກຈາກກໍ່ຍັງມີຂໍ້ຄ້າງຄ່າເຊີງມັນສະແດງອອກໃນການປະເມີນຂອງນັກນຳມະນາກອນ(ເວລາ
ໃນການຈັດຍັງບໍ່ພຽງພໍ ແລະ ອຸປະກອນທີ່ມານຳໃຊ້ໃນການສອນຄວນມີມັນໃຫມ່ໆ) ການສຳມະນາຄັ້ງນີ້ແມ່ນໄດ້ຮັບການຕອບຮັບເປັນຢ່າງດີ
ແລະ ຫວັງວ່າຄົງຈະດຳເນີນໄປອິກຕາມການສະເໜີຂອງນັກສຳມະນາກອນແຕ່ເປັນຫຼັກສູດໃຫມ່ທີ່ນັກສຳມະນາກອນໄດ້ຂຽນໄວ້ໃນການປະເມີນ
(ລະບົບເຄືອຄ່າຍ, ສ້າງເວັບໃຊ້, ການຈັດໜ້າ ແລະ ອອກແບບສື່ສິ່ງພິມ, ການຂຽນໂປຮແກມ) ທຸກລາຍການທີ່ສະເໜີມາລ້ອນແຕ່ເປັນສິ່ງ
ທີ່ທ່າທາຍໃນການພັດທະນາ
|