4.1 ສະເໜີ ສ້າງຕັ້ງ, ຍຸບເລີກ, ປັບປຸງກົງຈັກການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍເລື່ອນຊັ້ນ, ເລື່ອນຂັ້ນ, ປົດຕຳແໜ່ງ, ປະຕິບັດວິໄນ
ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;
4.2 ອອກບົດແນະນຳ, ແຈ້ງການ, ຄຳສັ່ງ, ລະບຽບພາຍໃນ ແລະ ຮຽກໂຮມປະຊຸມຕ່າງໆພາຍໃນກົມ;
4.3 ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝືກອົບຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ, ການເຈລະຈາ,ເຊັນສັນຍາ, ອະນຸສັນຍາ,
ບົດບັນທຶກຊ່ວຍຈຳກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ, ປະກອບຄຳຄິດຄຳເຫັນ ທີ່ພົວພັນເຖິງວຽກງານ ສິ່ງແວດລ້ອມຕາມການມອບໝາຍ
ຂອງຫົວໜ້າ ອຊນສ;
4.4 ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງຫົວໜ້າ ອຊນສ, ປະທ່ານຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ແລະ ປະທານຄະນະຊີ້ນຳ
ລະດັບຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ;