• Lao (ພາສາລາວ)
  • English (United Kingdom)
ການຝຶກອົບຮົມ ກ່ຽວກັບການ ຄຸ້ມຄອງສິ່ງແວດລ້ອມໃຫ້ແກ່ພະນັກງານ ອົງການຊັບພະຍເກອນນ້ຳ ແລະ ສິ່ງແວດລ້ອມ. PDF ພິມ ອີເມລ
ຂຽນໂດຍ kongphet sittivongsa   
ວັນພຸດທີ່ 21 ກໍລິກົດ 2010 ເວລາ 11: 59

ການຝຶກອົບຮົມ ກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ໃຫ້ແກ່ພະນັກງານພາຍໃນ ອຊນສ ແລະ ຫຊນສ ແຂວງ ທີ່ຂື້ນກັບ ໂຄງການ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງສິ່ງແວດລ້ອມ. ໄດ້ເລີ້ມຕົ້ນ ໃນວັນທີ 3 ມີນາ 2010 ແລະ ສິ້ນສຸດ ໃນວັນທີ 16 ກໍລະກົດ 2010. ການຝຶກອົບຮົມຄັ້ງນີ້ ແມ່ນເປັນການຝຶກອົບຮົມແບບຕໍ່ເນື່ອງ ເຊິ່ງໄດ້ດຳເນີນເປັນເວລາ 68 ວັນ ມີຜູ້ເຂົ້າຮ່ວມຈຳນວນ 20 ທ່ານ, ຊຶ່ງໄດ້ຮັບການສະໜັບສະໜູນດ້ານທຶນຮອນ ແລະ ດ້ານວິຊາການຈາກ ອົງການ ຊີດາ ປະເທດສະວີເດັນ. ການຝຶກອົບຮົມຄັ້ງນີ້ ມີວິທະຍາກອນຮັບເຊີນຈາກມະຫາວິທະຍາໄລຂອນແກ່ນ ຈຳນວນ 10 ທ່ານ ພ້ອມດ້ວຍຜູ້ຊ່ວຍ 4 ທ່ານ ທີ່ເປັນທີມງານ ດຳເນີນການຝຶກອົບຮົມ.

 

ການຝຶກອົບຮົມ ແມ່ນມີຈຸດປະສົງເພື່ອສ້າງບຸກຄະລາກອນ ໃຫ້ມີປະສິດທິພາບໃນການຄຸ້ມຄອງສິ່ງແວດລ້ອມໃຫ້ດີກວ່າເກົ່າ, ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອສົ່ງເສີມໃນການຮຽນຮູ້, ການສ້າງຄວາມອາດສາມາດ, ຄວາສຳນິສຳນານ ໃຫ້ບັນດາພະນັກງານ ວິຊາການພາຍໃນ ອຊນສ ແລະ ບັນດາຫຊນສ 9 ແຂວງ ທີ່ຂື້ນກັບ ໂຄງການ SEM II.

ການຝຶກອົບຮົມດັ່ງກ່າວແມ່ນປະກອບມີ 8 Module ເຊິ່ງມີລາຍລະອຽດດັ່ງນີ້:

Module 1 ຈັດຂື້ນທີ່ມະຫາວິທະຍາໄລຂອນແກ່ນ ປະເທດໄທ.

Module 2 ແລະ 3 ແມ່ນຈັດຂື້ນທີ່ ສູນຝຶກອົບຮົມ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ.

Module 4, 5, 6, 7 ແລະ 8 ແມ່ນຈັດຂື້ນທີ່ ສູນຝຶກອົບຮົມ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ.

ນອກຈາກການຮຽນທິດສະດີແລ້ວ ພວກເຮົາຍັງໄດ້ລົງພາກສະໜາມ ແລະ ປະຕິບັດຕົວຈິງ ໃນການນຳໃຊ້ເຄື່ອງມືຕ່າງໆໃນການຕິດຕາມກວດກາສິ່ງແວດລ້ອມ ໂດຍພວກເຮົາໄດ້ລົງປະຕິບັດຢູ່ທີ່ ເຂື່ອນນ້ຳງື່ມ 2  ແລະ ສະໜາມຖິ້ມຂີ້ເຫຍື້ອ ນະຄອນຫຼວງວຽງຈັນ.

ຈາກການຝຶກອົບຮົມ ພວກເຮາມາສາດຖອດຖອນບົດຮຽນໄດ້ດັ່ງນີ້:

  • ໄດ້ຮູ້ຄວາມໝາຍ ຄວາມສຳຄັນ ແລະ ເຂົ້າໃຈ ກ່ຽວກັບການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຄຽງຄູ່ກັບ ລະບົບເສດຖະກິດແບບພໍພຽງ.
  • ໄດ້ຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງສິ່ງແວດ ເຊິ່ງກັນ ແລະ ກັນ.
  • ໄດ້ໄດ້ຮຽນຮູ້ກ່ຽວກັບການວາງແຜນແບບເປັນກຸ່ມ.
  • ໄດ້ຮຽນຮູ້ການປະເມີນຜົນກະທົບສິ່ງແວດລ້ອມ ຈາກກິດຈະກຳຕ່າງໆຂອງມະນຸດ.
  • ໄດ້ຮຽນຮູ້ການນຳໃຊ້ອຸປະກອນຕ່າງ ເພື່ອຕິດຕາມກວດກາ ຄຸນນະພາບສິ່ງແວດລ້ອມ.
LAST_UPDATED2