Lao (ພາສາລາວ)English (United Kingdom)
Welcome to Department of Water Resources, WREA
ກອງປະຊຸມ ໜ່ວຍງານຍ່ອຍ ຂອງ ຂະແໜງການ ຊັບພະຍາກອນນ້ຳ ແລະ ສິ່ງລ້ອມ ພາຍໃຕ້ ຫົວຂໍ້“ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ໄພພິບັດ” PDF Print E-mail
Written by vansath Sisadeth   
Wednesday, 18 August 2010 09:23
There are no translations available.

 

 

 

 

 

 

 

 

 

 

 

 

 

 

 

 

ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2010. ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ(ອຊນສ), ສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມ ໜ່ວຍງານຍ່ອຍ ຂອງ ຂະແໜງ ການ ຊັບພະຍາກອນນ້ຳຂື້ນ, ຢູ່ທີ່ ສູນການເຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ຫຼັກ5, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນ ປະທານຮ່ວມ ຂອງ ທ່ານ ນາງ ເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ທ່ານ Chong Chinai ຫົວໜ້າ ທະນາຄານພັດທະນາອາຊີ(ADB) ປະຈຳ ສປປ ລາວ. ກອງປະຊຸມດັ່ງກ່າວ ໄດ້ມີຜູ້ຕາງໜ້າ ຈາກ ກະຊວງ, ອົງການ ຂອງລັດ ຂັ້ນສູນກາງ, ບັນດາກົມ, ກອງ, ສະຖາບັນ ທີ່ສັງກັດ ອຊນສ ແລະ ບັນດາຜູ້ຕາງໜ້າຈາກອົງການ ຈັດຕັ້ງສາກົນ, ສະຖານທູດແລະຄູ່ຮ່ວມພັດທະນາເຂົ້າຮ່ວມ.

Last Updated on Thursday, 19 August 2010 12:56
Read more...
 
ການປຶກສາຫາລືຜ່ານ​ຮ່າງ​ນະ​ໂຍບາຍ​, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ຊັບພະຍາກອນ​ນ້ຳແຫ່ງຊາດ PDF Print E-mail
Written by vansath Sisadeth   
Monday, 02 August 2010 10:07
There are no translations available.

 

 

 

 

 

 

 

 

 

 

 

 

 

 

ການປຶກສາຫາລື ຜ່ານ​ຮ່າງ​ນະ​ໂຍບາຍ​ຊັບພະຍາກອນ​ນ້ຳ ເປັນຫົວຂໍ້ໜຶ່ງທີ່ສຳຄັນ ຢູ່ໃນວາລະ ກອງຊຸມສະ​ໄໝ​ວິສາມັນ​ຂອງ​ຄະນະ​ກຳມະການ​ແມ່ນ້ຳຂອງ​ແຫ່ງ​ຊາດ​ລາວ, ຊຶ່ງຈັດຂຶ້ນຢູ່​ທີ່​ຫ້ອງ​ປະຊຸມ ຄະນະ​ກຳມະການ​ກວດກາ​ສູນ​ກາງ(ຫຼັກ 6), ​ໃນຕອນ​ເຊົ້າຂອງ​ວັນ​ທີ 23 ກໍລະກົດ 2010​ ທີ່ຜ່ານມາ, ​ໂດຍພາຍໃຕ້​ການ​ເປັນ​ປະທານ​ຂອງ ພະນະ ທ່ານ ອາຊາ​ງ ລາວ​ລີ, ຮອງ​ນາຍົກລັດຖະມົນຕີ ທັງເປັນ ປະທານ​ກິ​ຕິ​ມະ​ສັກ​ ຄະນະ​ກຳມະ​ການ​ແມ່ນ້ຳຂອງ​ແຫ່ງ​ຊາດ​ລາວ. ເປັນກຽດເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ນາງເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ປະທານ ຄມຊ, ພ້ອມດ້ວຍຜູ້ແທນທີ່ມາຈາກສະມາຊິກ ຂອງຄະນະກຳມະການແມ່ນ້ຳຂອງແ ຫ່ງຊາດລາວ, ແລະ ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການອ້ອມຂ້າງ ທີ່ກ່ຽວຂ້ອງຫລາຍກວ່າ 30 ທ່ານ.

Last Updated on Wednesday, 18 August 2010 10:25
Read more...
 
ມອບ-ຮັບ ວຽກງານ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ PDF Print E-mail
Written by vansath Sisadeth   
Friday, 01 May 2009 00:00
There are no translations available.

ໃນຕອນແລງ ຂອງວັນທີ 27 ເມສາ 2009 ທີ່ຫ້ອງປະຊຸມ  ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດພິທີ ມອບ-ຮັບ ວຽກງານ ກອງເລຂາ ຄະນະກຳມະການ ແມ່ນໍ້າຂອງແຫ່ງຊາດລາວ ຂື້ນພາຍໃຕ້ ການເປັນສັກຂີພະຍານ ຂອງ ທ່ານ ນ. ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳ ສຳນັກງງານ ນາຍົກ ລັດຖະມົນຕີ, ຫົວຫນ້າ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ປະທານ ຄະນະກຳມະການແມ່ນໍ້າ ຂອງແຫ່ງຊາດລາວ

 

Last Updated on Wednesday, 23 December 2009 14:54
Read more...
 
ຝຶກອົບຮົມ ການພັດທະນາ ແລະອອກແບບ ເວບໄຊ PDF Print E-mail
Wednesday, 23 December 2009 14:14
There are no translations available.

Written by Daravanh LUANGKHOT

Monday, 14 December 2009 10:10

 


 

ໃນຕອນເຊົ້າ ຂອງວັນທີ 7 ທັນວາ 2009 ທີ່ ຫ້ອງປະຊຸມ ຊັ້ນ I ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ມີການເປີດ ການຝຶກອົບຮົມ ກ່ຽວກັບ ການພັດທະນາ ແລະອອກແບບ ເວບໄຊ ໂດຍນຳໃຊ້ Joomla! CMS. ໃນການຝຶກອົບຮົມ ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກໂຄງການ ປັບປຸງ ນະໂຍບາຍ ແລະຍຸດທະສາດ ຊັບພະຍາກອນນ້ຳແຫ່ງຊາດ (ADB TA 7013-LAO) ໂດຍການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 2 ວັນ (7-8 ທັນວາ 2009)  ໃນນັ້ນໄດ້ມີ ນັກວິທະຍາກອນ ຈາກ ຫ້ອງການ ອົງການ ຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ 1 ທ່ານ, ແລະ ນັກສຳມະນາກອນ ຈາກກົມກອງຕ່າງໆ ອ້ອມຂ້າງ ອຊນສ 20 ທ່ານ ເຂົ້າຮ່ວມ.

 

Last Updated on Wednesday, 23 December 2009 14:30
Read more...