Lao (ພາສາລາວ)English (United Kingdom)
PDF Print E-mail
There are no translations available.

ໜ້າທີ່ ຂອງ ພະແນກ ນະໂຍບາຍ ແລະ ນິຕິກຳ

1.     ຄົ້ົ້ນ​ຄ​ວ້າ ແລະ ຜັນ​ຂະ​ຫຍາຍ ແນວ​ທາງ​ນະ​ໂຍ​ບາຍ​ ຂອງ​ພັກ ແລະ ລັດ​ຖະ​ບານ​ ໃຫ້​ກາຍ​ເປັນ​ ນະໂຍບາຍ, ​ຍຸດ​ທະ​ສາດ, ແຜນງານ, ໂຄງການ ແລະ ມາດຕະການ ເພື່ອ ຄຸ້ມຄອງ   ຊັບພະຍາກອນ ນ້ຳ ໃນ ​ຂອບ​ເຂດ ທົ່ວ​ປະ​ເທດ ໂດຍມີ ການປະສານສົມທົບ ກັບ ພາກສ່ວນ ທີ່ກ່ຽວຂ້ອງ ຜ່ານ ຂະບວນການ ປຶກສາຫາລ ແລະ ມີສ່ວນຮ່ວມ;

2.     ຕິດຕາມກວດກາ ແລະ ລາຍງານ ການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ​ຍຸດ​ທະ​ສາດ, ແຜນງານ, ໂຄງການ ແລະ ມາດຕະການ ເພື່ອຄຸ້ມຄອງ   ຊັບພະຍາກອນ ນ້ຳ;

3.     ສ້າງ ແລະ ນຳສະເໜີ ຕໍ່ ຂັ້ນເທິງ ເພື່ອພິຈາລະນາ ຮັບຮອງ ເອົາບັນດາ ນິຕິກຳ ເປັນຕົ້ນ ກົດໝາຍ, ລັດຖະດຳລັດ, ດຳລັດ, ລະບຽບການ​, ທີ່ພົວພັນເຖິງ ວຽກ​ງານຄຸ້ມ​ຄອງ ຊັບພະຍາ ກອນ ນ້ຳ. ທົບທວນຄືນ ແລະ ນຳສະເໜີປັບປຸງ ບັນດານິຕິກຳ ທີ່ພົວພັນ ເຖິງວຽກງານ  ຊັບພະຍາກອນ ນ້ຳ ທີ່ເຫັນວ່າບໍ່ຄົບຖ້ວນ ຫລື ບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງການພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;

4.     ໂຄສະນາເຜີຍແຜ່, ແນະນຳ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ບັນດາ ນິຕິກຳ, ນະໂຍບາຍ ແລະ ຍຸດທະສາດ ດັ່ງກ່າວ ພາຍຫລັງ ຖືກຮັບຮອງເອົາແລ້ວ;

5.     ຮັບ ຄຳຮ້ອງຟ້ອງ, ຄຳຮ້ອງທຸກ ຂອງ ປະຊາຊົນ ແລະ ພາກສ່ວນຕ່າງໆ ກ່ຽວກັບ ບັນຫາ ທີ່ພົວພັນກັບ ຊັບພະຍາກອນນ້ຳ ທີ່ເກີດຂຶ້ນ  ຈາກ ການສຳຫລວດ, ຊອກຄົ້ນ, ຂຸດຄົ້ນ, ພັດທະນາ ແລະ ນຳໃຊ້ ຊັບພະຍາກອນ ດັ່ງກ່າວ; ປະສານສົມທົບ ກັບ ອຳນາດປົກຄອງ ທ້ອງຖິ່ນ, ຂະແໜງການ ທີ່ກ່ຽວຂ້ອງ, ເຈົ້າຂອງ ໂຄງການ ແລະ ກິດຈະການ ພັດທະນາຕ່າງໆ ເພື່ອ ໃຫ້ຄຳແນະນຳ, ປຶກສາຫາລື, ດຳເນີນ ການແກ້ໄຂ ແລະ ລາຍງານຜົນ;

6.     ປະຕິບັດ ໜ້າທີ່ ອື່ນໆ ຕາມການມອບຫມາຍ ຂອງ ຫົວໜ້າ ກົມ.