Lao (ພາສາລາວ)English (United Kingdom)
ຂ່າວສານ ປະຊາສຳພັນ


​ ກອງ​ປະຊຸມ ປຶກສາ​ຫາລື ກ່ຽວກັບ ຮ່າງ​ເອກະສານ ​ວິທີ​ການ​ສຳຫຼວດ ​ແລະ ຂື້ນ​ບັນຊີ ດີ​ນບໍລິ​ເວນ​ນ້ຳ PDF ພິມ ອີເມລ
ຂຽນໂດຍ sisamouth MILATTANAPHENG   
ວັນພຸດທີ່ 16 ພະຈິກ 2011 ເວລາ 12: 49

      ກົມຊັບພະຍາກອນ​ນ້ຳ ໄດ້ຈັດ ​ ກອງ​ປະຊຸມ ປຶກສາ​ຫາລື ກ່ຽວກັບ ຮ່າງ​ເອກະສານ ​ວິທີ​ການ​ສຳຫຼວດ ​ແລະ ຂື້ນ​ບັນຊີ ດີ​ນບໍລິ​ເວນ​ນ້ຳ ​ເພື່ອ​ຮັບ​ໃຊ້ ​ໃນ​ການ​ສຳຫຼວດ ດິນ​ບໍລິ​ເວນ​ນ້ຳ ​ໃນ​ຂອບ​ເຂດ​ທົວປະ​ເທດ. ກອງ​ປະ​ຊຸມ​ດັ່ງກ່າວ ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ  16 ພະຈິກ 2011, ທີ່ ລິ​ສອດ​ນາ​ປ່າ​ກວາງ, ​ແຂວງ​ວຽງຈັນ. ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ຈັນທະ​ເນ​ດ ບົວລະພາ  ຮັກສາ​ການ ກົມ​ຊັບ​ພະຍາກອນ​ນ້ຳ. ​​ແລະ ມີ​ຜູ້​ເຂົ້າ​ຮ່ວມ​ທັງໜົດ ຈຳນວນ 30 ທ່ານ ຈາກ ກະຊວງ​ຕ່າງໆ ຂັ້ນສູນ​ກາງ ​ແລະ ທ້ອງ​ຖີ່​ນທີ່​ກ່ຽວຂອງ.

LAST_UPDATED2
 
ກອງ​ປະຊຸມ ສຳ​ມະ​ນາ ກ່ຽວກັບ​ ກົນ​ໄກ​ ​ການວາງ​ແຜນ​ດ້ານ​ການ​ເງີ​ນ ​ໃນການ​ຄຸ້ມ​ຄອງ​ຂໍ້​ມູນ-ຂ່າວສານໃນ ອ່າງ​ແມ່​ນ້ຳງື່ມ, PDF ພິມ ອີເມລ
ຂຽນໂດຍ Bounsanong FONGNALY   
ວັນພະຫັດທີ່ 10 ພະຈິກ 2011 ເວລາ 13: 23

ກອງ​ເລຂາ ຄະນະ ກຳມະການ ອ່າງ​ແມ່​ນ້ຳ​ງື່ມ ​ໄດ້ຈັດ ​​ກອງ​ປະຊຸມ ສຳ​ມະ​ນາ ກ່ຽວກັບ​ ກົນ​ໄກ​ ​ການວາງ​ແຜນ​ດ້ານ​ການ​ເງີ​ນ ​ໃນການ​ຄຸ້ມ​ຄອງ​ຂໍ້​ມູນ-ຂ່າວສານໃນ ອ່າງ​ແມ່​ນ້ຳງື່ມ, ຄັ້ງວັນ​ທີ 07-08 ພະ​ຈິກ 2011, ທີ່ ຫ້ອງ​ປະຊຸມ ​ກົມ​ຊັບພະຍາກອນ​ນ້ຳ, ນະຄອນຫຼວງວຽງຈັນ. ​ໂດຍ​ມີ ຈຸດປະສົງ (1) ເພື່ອ​ແລກປ່ຽນບົດຮຽນໃນການວາງ​ແຜນ ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ ແບບ​ປະສົມ​ປະສານ​ໃນອ່າງ​ແມ່​ນ້ຳ, (2) ​ການ​ສ້າງ​ກົນ​ໄກ​ດ້ານການ​ເງີ​ນ ໃນການຄຸ້ມ​ຄອງອ່າງ​ແມ່​ນ້ຳ, (3) ວິທີການຄຸ້ມ​ຄອງ​ຂໍ້​ມູນ-​ຂ່າວສານ ໃນອ່າງ​ແມ່​ນ້ຳງື່ມ. ກັບ ອົງການ​ແມ່​ນ້ຳ ລົວ-​ເບິ​ຣຕາ(Loir-Brittany Water Agency)  ​ແລະ ອົງການ​ແມ່​ນ້ຳ ຣາຍ-ມຸຍ ​(RhineMeuse Water Agency) ​ແຫ່ງ​ປະ​ເທດ​ຝຣັ່ງ.

LAST_UPDATED2
 
ກອງປະຊຸມ ປຶກສາຫາລື ລະດັບຊາດ ກ່ຽວກັບ ການຄຸ້ມຄອງ ອ່າງແມ່ນ້ຳ ໃນ ສປປ ລາວ PDF ພິມ ອີເມລ
ຂຽນໂດຍ Bounsanong FONGNALY   
ວັນຈັນທີ່ 31 ຕຸລາ 2011 ເວລາ 09: 30

 

      ກົມ​ຊັບພະຍາກອນ​ນ້ຳ, ກະຊວງ​ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ກອງ​ປະຊຸມ​ ປຶກສາ​ຫາລື ລະດັບ​ຊາດ ​ກ່ຽວກັບ ​ການ​ຄຸ້ມ​ຄອງ​ອ່າງ​ແມ່​ນ້ຳ ​ໃນ ສປປລາວ, ຊຶ່ງ​ກອງ​ປະຊຸມ​ ດັ່ງກ່າວ​​ໄດ້​ໄຂ ຂື້ນ​ໃນ​ວັນ​ທີ່27-28 ຕຸລາ 2011. ​ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ສີສະ​ຫັວດ ວິທະ​ໄຊ, ລັດຖະມົນຕີ ຊ່ວຍ​ວ່າການ ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ມີ​ຜູ້ຕາງໜ້າ ຈາກ​ຫ້ອງການ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ ​ແລະ ບັນດາ​ກະຊວງ ອ້ອມ​ຂ້າງ ​ເຂົ້າຮ່ວມ.

ອ່ານເພິ່ມເຕິມ...
 
ກອງປະຊຸມ ກະກຽມ ໂຄງການ ຄຸ້ມຄອງ ເຂດນ້ຳຖ້ວມ ແລະ ດິນບໍລິເວນນ້ຳ PDF ພິມ ອີເມລ
ຂຽນໂດຍ Bounsanong FONGNALY   
ວັນອັງຄານທີ່ 18 ຕຸລາ 2011 ເວລາ 11: 33

 

ໃນວັນທີ 14-15 ຕຸລາ 2011 ຜ່ານ​ມານີ້, ກົມ​ຊັບພະຍາກອນ​ນ້ຳ, ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ,  ​ໄດ້​ຈັດກອງປະຊຸມ ກະກຽມ ຮ່າງໂຄງການ ຄຸ້ມຄອງ ເຂດນ້ຳຖ້ວມ  ແລະ  ດິນບໍລິເວນນ້ຳ, ຂຶ້ນທີ່ ຫ້ອງປະຊຸມ ຫ້ອງວ່າການປົກຄອງ ເມືອງຈຳພອນ, ແຂວງ ສະຫວັນນະເຂດ.  ​ໂດຍ​ພາຍ​ໃຕ້ ການ​ເປັນ​ປະທານ ຂອງ ທ່ານ ຈັນທະ​ເນ​ດ ບົວລະພາ, ຮັກສາ​ການ ຫົວໜ້າ ກົມ​ຊັບພະຍາກອນ​ນ້ຳ. ​ຊຶ່ງ ໄດ້ເຊີນບັນດາ​ຂະ​ແໜງການ ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ

LAST_UPDATED2
ອ່ານເພິ່ມເຕິມ...
 
ມອບວັດຖຸປັດໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນອ່າງແມ່ນ້ຳງື່ມ PDF ພິມ ອີເມລ
ຂຽນໂດຍ souliya THAMMALANGSY   
ວັນສຸກທີ່ 16 ກັນຍາ 2011 ເວລາ 09: 09

         ເພື່ອຊ່ວຍເຫຼືອ ບັນເທົາທຸກ ໃຫ້ກັບ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນ ປີ 2011 ຢູ່ 3 ແຂວງຄື: ແຂວງ ຊຽງຂວາງ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໃນວັນທີ 11 ກັນຍາ 2011 ຢູ່ທີ່ ກອງເລຂາ ຄະນະ​ກຳມະການ ອ່າງແມ່ນໍ້າງື່ມ ໄດ້ມີພິທີ ມອບ-ຮັບ ວັດຖຸ​ປັດ​ໃຈ ຕົກ​ເປັນ​ມູນ​ຄ່າ 47.900.000 ກີບ, ສຳລັບ ວັດຖຸ​ປັດ​ໃຈດັ່ງກ່າວ ແມ່ນໄດ້ຈາກ ການປະກອບສ່ວນ ຂອງ ບັນດາບໍລິສັດຕ່າງໆ: ບໍລິສັດ Mega First Corporation Berhae 25.000.000ກີບ; ບໍລິສັດ Lanexang Minirals Ltd 10.000.000ກີບ; ບໍລິສັດ ໄຟຟ້ານ້ຳເທີນ2 500 US$; ບໍລິສັດ ໄຟຟ້ານ້ຳງື່ມ5 4.000.000 ກີບ; ບໍລິສັດ ກຣີນແອນເນີຈີ 2.400.000 ກີບ; ບໍລິສັດ ຣັຊ-ລາວ 2.000.000 ກີບ; ບໍລິສັດ SS ຫຼວງໂຄດ 500.000 ກີບ ຊຶ່ງ ມອບ ໂດຍ ທ່ານ ຈັນທະເນດ ບົວລະພາ ຫົວໜ້າ ກອງເລຂາ ຄະນະກຳມະການ ອ່າງແມ່ນ້ຳງື່ມ, ຮັກສາ​ການ ຫົວໜ້າ ກົມ​ຊັບພະຍາກອນ​ນ້ຳ, ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຮັບໂດຍ ຫົວໜ້າ ຫ້ອງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຂອງ 3 ແຂວງ ເພື່ອນໍາເອົາວັດຖຸປັດໃຈ ດ່ັງກ່າວໄປຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່​ປະສົບໄພນ້ຳຖ້ວມ​ໃນ 3 ​ແຂວງ ດັ່ງກ່າວ.

LAST_UPDATED2