|
|
|
ກອງປະຊຸມວິຊາການ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1 |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນອັງຄານທີ່ 25 ມັງກອນ 2011 ເວລາ 10: 50 |
|
ກອງປະຊຸມວິຊາການ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1
ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໄດ້ຈັດກອງປະຊຸມວິຊາການ ຂຶ້ນ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1 ໃນວັນທີ 12 ມັງກອນ 2011 ທີ່ ຫ້ອງປະຊຸມ ອຊນສ, ເພື່ອຮັບຟັງການສະເໜີບົດລາຍງານການສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ(EIA) ແລະ ສັງຄົມ(SIA) ຈາກຜູ້ພັດທະນາໂຄງການ, ພ້ອມທັງ ປຶກສາຫາລື ແລະ ສັງລວມຄວາມຄິດເຫັນຈາກຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບ ບົດລາຍງານ EIA ແລະ SIA; ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ແລະ ເຂົ້າຮ່ວມໂດຍ ທ່ານ ຮອງເຈົ້າແຂວງບໍລິຄຳໄຊ , ທ່ານ ຮອງເຈົ້າເມືອງ ເມືອງຮົ່ມ ແລະ ເມືອງທ່າ ພະບາດ, ຫຊນສ ແຂວງບໍລິຄຳໄຊ, ກົມຊັບພະຍາກອນ້ຳ, ຂະແໜງການ ທີ່ກ່ຽວຂ້ອງ: ກົມສົ່ງເສີມ ແລະ ພັດທະນາພະລັງງານ, ກອງປ່າສະຫງວນແຫ່ງຊາດ, ກົມໂຍທາ, ກົມປ່າໄມ້, ກົມອານາໄມ ແລະ ບໍລິສັດ DAS ຜູ້ພັດທະນາໂຄງການ ເຂື່ອນໄຟຟ້ານ້ຳມັງ1

ພ້ອມກັນນັ້ນ ໃນວັນທີ 13 ມັງກອນ 2011 ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ ແລະ ບໍລິສັດ DAS ຜູ້ພັດທະນາໂຄງການ ເຂື່ອນໄຟຟ້ານ້ຳມັງ1 ໄດ້ລົງຕິດຕາມ ກວດກາພາກສະໜາມພື້ນທີ່ ຕົວຈິງທີ່ຈະນຳໃຊ້ ໃນການກໍ່ສ້າງຂອງ ໂຄງການເຂື່ອນໄຟຟ້ານ້ຳມັງ1 ທີ່ ເມືອງທ່າພະ ບາດ, ແຂວງບໍລິຄຳໄຊ ແລະ ມີການຈັດປະຊຸມ ເພື່ອສະຫຼຸບຜົນຂອງການລົງຕິດຕາມ ກວດກາ ສັງລວມຄຳເຫັນ ທີ່ຈະປະກອບໃນການປັບປຸງບົດລາຍງານ EIA/SIA ຂອງ ໂຄງການເຂື່ອນໄຟຟ້ານ້ຳມັງ1 ທີ່ຫ້ອງປະຊຸມເຮືອນພັກເດືອນສະຫວັນ ໂດຍການເປັນປະ ທານຮ່ວມ ຂອງ ທ່ານ ຮອງເຈົ້າເມືອງ ເມືອງຮົ່ມ ແລະ ຮອງເຈົ້າເມືອງ ເມືອງທ່າພະບາດ

|
|
DECREE ON ENVIRONMENTAL IMPACT ASSESSMENT |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນພຸດທີ່ 10 ພະຈິກ 2010 ເວລາ 12: 10 |
|
DECREE ON ENVIRONMENTAL IMPACT ASSESSMENT
|
|
LAST_UPDATED2 |
|
ຂໍ້ກຳນົດ ວ່າດ້ວຍການຈັດຕັ້ງປະຕິບັດດດຳລັດ ການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດທະນາ |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນຈັນທີ່ 01 ພະຈິກ 2010 ເວລາ 10: 25 |
|
ຂໍ້ກຳນົດ ວ່າດ້ວຍການຈັດຕັ້ງປະຕິບັດດດຳລັດ ການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດທະນາ

|
|
ດຳລັດ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດທະນາ |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນພຸດທີ່ 27 ຕຸລາ 2010 ເວລາ 13: 50 |
|
ດຳລັດ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດທະນາ

|
|
LAST_UPDATED2 |
|
ການຝຶກອົບຮົມກ່ຽວກັບການຂຽນຂ່າວ, ການຕົບແຕ່ງຮູ້ບພາບ ແລະ ການອອກແບບເວັບໄຊ໌ |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນຈັນທີ່ 04 ຕຸລາ 2010 ເວລາ 09: 41 |
|

ການຝຶກອົບຮົມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບພາບ ແລະ ການອອກແບບເວບໄຊ໌
ການເຊີນເຂົ້າຮ່ວມຝຶກອົບຮົມ ຂອງຫ້ອງການ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບ ພາບ ແລະ ການອອກແບບເວບໄຊ ທີ່ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ITCT) ຫຼັກ 5, ນະຄອນຫຼວງວຽງຈັນ, ໃນວັນທີ 20-24 ກັນຍາ 2010. ເລີ້ມແຕ່ເວລາ 8 :30-16 :30. ໂດຍການ ສະໜັບສະໜູນຈາກ (ADB, TA7013) ເປັນປະທານໂດຍທ່ານ ອາລຸນ ໄຊຍະວົງ ຕາງໜ້າຫົວໜ້າກົມນ້ຳ, ເຊິ່ງມີນັກສຳມະນາກອນເຂົ້າຮ່ວມ 29 ທ່ານ ທີ່ມາຈາກ ກົມກອງ ແລະ ສະຖາບັນອ້ອມຂ້າງ ອຊນສ ເຊັ່ນ: ກົມສິ່ງແວດລ້ອມ, ກົມອຸຕຸນິຍົມ-ອຸທົກກະສາດ, ສະຖາບັນຄົ້ນຄວ້າຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກອງເລຂານຸການແຫ່ງຊາດ (GMS), ພະແນກ ຂ່າວສານ ແລະ ສ້າງຈິດສຳນຶກ, ພະແນກແຜນການ ແລະ ການຮ່ວມມື, ພະແນກຄຸ້ມຄອງ ແລະ ບໍລິຫານ, ພະແນກການເງິນ, ພະແນກຈັດຕັ້ງ-ພະນັກງານ, ພະແນກ ກົດໝາຍ ແລະ ຂໍ້ມູນຂ່າວສານ, ສູນຝຶກອົບຮົມ ແລະ ຫໍສະມຸດ. ໄດ້ມີວີທະຍາກອນຮັບເຊີນຈາກຈາກຫຼາຍ ພາກຊ່ວນຄື : ສະຖາບັນສື່ມວນຊົນ ແລະ ວັດທະນະທຳ, ວິທະຍາກອນຈາກພະແນກ ຂໍ້ມູນຂ່າວສານ ແລະ ສ້າງຈິດສຳນຶກ ແລະ ວິທະຍາກອນຈາກທີມງານ ລາວຊ້າ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນ ຢາກສ້າງໃຫ້ພະນັກງານຮູ້ຫຼັກການ ໃນການຂຽນ ຂ່າວ, ການອອກແບບເວບໄຊໂດຍການໃຊ້ ໂປແກຼມ Joomla ແລະ ການຕົບແຕ່ງຮູບພາບລົງໜ້າເວບໄຊ. |
|
LAST_UPDATED2 |
|
|
|
|
<< ເລີ່ມຕົ້ນ < ຖອຍຫຼັງ 1 2 ຕໍ່ໄປ > ສຸດທ້າຍ >>
|
|
Page 1 of 2 |