|
ການຈັດຝຶກອົບຮົມ ກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ |
|
|
|
|
There are no translations available.
| |
ຕາງຫນ້າກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ອຊນສ ໄດ້ຂົ້າຮ່ວມ ການຈັດຝຶກອົບຮົມ ກ່ຽວກັບ "ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ"ທີ່ຈັງຫວັດ ປະທຸມທານີ, ລາດຊະອານາຈັກໄທ ໂດຍມີຜູ້ເຂົ້າຮ່ວມຈາກທັງຫມົດ 4ປະເທດ ໃນນັ້ນມີ 3 ປະເທດ ຄື: ສປປ ລາວ, ສສ ຫວຽດນາມ,ສະຫະພາບ ມ້ຽນມາ, ເຂົ້າຮ່ວມ ແລະ 1 ປະເທດ ຄື ລາດຊະອານາຈັກໄທ ເປັນເຈົ້າພາບ.
ການຈັດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເພື່ອສ້າງຄວາມອາດສາມາດທາງດ້ານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳຂອງ (Lower Mekong River countries)ພາຍໃຕ້ການສະຫນັບສະຫນູນຈາກ Thailand International cooperation agency.
|
| |
|
|