|
ທ່ານຮອງປະທານປະເທດຢ້ຽມຊົມສະຖານທີ່ກໍ່ສ້າງຫໍຫລັກເມືອງ |
|
|
|
|
Written by ທອງສັມລິດ ອ່ອນມະນີສອນ
|
|
There are no translations available.
|
ໃນຕອນແລງວັນທີ 6 ມັງກອນ 2010 ນີ້, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດໄດ້ຢ້ຽມຊົມສະຖານທີ່ຫໍຫລັກເມືອງວຽງຈັນ ຊິ່ງພວມກະ ກຽມໂຄງການກໍ່ສ້າງຫໍຫລັກເມືອງຢູ່ເຂດບ້ານເພຍວັດເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ໃນການລົງຢ້ຽມ ຊົມສະຖານທີ່ດັ່ງກ່າວນີ້, ທ່ານຮອງ ປະທານປະເທດກໍ່ໄດ້ຮັບຟັງການລາຍງານຈາກທ່ານ ທອງສາ ໄຊຍະສົງຄຳດີ ຫົວຫນ້າ ...
|
ກົມມໍລະດົກກະຊວງຖະແຫລງ ຂ່າວ ແລະ ວັດທະນະທຳ ກ່ຽວ ກັບການຄົ້ນພົບເສົາຫີນຫລັກ ເມືອງຄັ້ງທີ 2 ຈຳນວນ 97 ໜ່ວຍ ຊຶ່ງຄັ້ງທຳອິດຄົ້ນພົບປີ 2007 ມີຈຳນວນ 193 ໜ່ວຍ ລວມແລ້ວເກືອບ 300 ໜ່ວຍ, ພາຍຫລັງພົບເຫັນຄັ້ງທຳອິດ ລັດຖະບານກໍ່ເຫັນດີໃຫ້ສ້າງຫໍ ຫລັກເມືອງຢູ່ຈຸດພົບເຫັນ ໂດຍ ກວມເອົາພື້ນທີ່ໃນເຂດດັ່ງກ່າວ 1.500 ຕາແມັດ.
ໂຄງການກໍ່ສ້າງຫໍຫລັກ ເມືອງນີ້ ຈະໄດ້ເລີ່ມກໍ່ສ້າງໃນ ເດືອນກຸມພາ 2010 ນີ້, ໂດຍ ແມ່ນກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ເປັນເຈົ້າ ຂອງໂຄງການ ເຊິ່ງຜູ້ອອກ ແບບແມ່ນບໍລິສັດ ບັນນະລິດ ອອກແບບເຄຫາ ຈຳກັດ ແລະ ບໍລິສັດ ເພັດຕະພາບ ກໍ່ສ້າງເຄ ຫາ ຈຳກັດ ແລະ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ຄາດວ່າ ຈະໃຫ້ສຳເລັດໃນປີ 2010 ນີ້ ໃນມູນຄ່າ 9 ຕື້ກ່ວາກີບ.
ຫໍຫລັກເມືອງເປັນຮູບຈັດ ຕຸລັດ ມີແອວຂັນ ແລະ ຊໍ່ຟ້າ ມີປະຕູທາງເຂົ້າ 4 ທິດ ເປັນຫໍ ຊັ້ນດຽວ ມີຫລາຍແປ ເມື່ອກໍ່ ສ້າງສຳເລັດຈະໄດ້ນຳເອົາເສົາ ຫີນຫລັກເມືອງທີ່ຄົ້ນພົບ ຊຶ່ງມີ ຮ່ອງຮອຍປະຫວັດສາດ ແລະ ອາຍຸຫລາຍຮ້ອຍປີ ທີ່ຄົ້ນພົບ ບັນຈຸໄວ້ໃຫ້ມວນຊົນໄດ້ເຂົ້າ ຊົມ ແລະ ສັກກາລະບູຊາ.
|
ຈາກຫນັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ
|
7/1/2010 |
|
|
|