Lao (ພາສາລາວ)English (United Kingdom)
ກິນຜັກໃບຂຽວ...ຊ່ວຍບຳລຸງສະຫມອງ PDF Print E-mail
Written by eia team   
There are no translations available.

ຜົນການສຶກສາຍິງ-ຊາຍ ອາຍຸ 65 ປີ ຂຶ້ນໄປໃນຈຳນວນ 3.718 ຄົນ ໃນຊິຄາໂກ ແຫ່ງສະຫະລັດອະເມຣິກາ ເປັນເວລາ 6 ປີ ພົບ ວ່າຜູ້ທີ່ຮັບປະທານຜັກວັນລະ 2 ຄາບຂຶ້ນໄປ ຈະມີອາຍຸສະຫມອງແຂງແຮງດີເຖິງ 5 ປີ ກົງກັນຂ້າມຜູ້ທີ່ບໍ່ຮັບປະທານຜັກ ຫລື ຮັບປະ ທານຫນ້ອຍຈະມີອັດຕາການປ່ຽນແປງຂອງຄວາມຈຳຫລຸດລົງ 40%. ຜັກໃບຂຽວທີ່ວ່ານີ້ເຊັ່ນ ຜັກໂຫມ, ຜັກກາດນາ ເຊິ່ງຜັກ 2 ຊະນິດນີ້ເປັນຜັກທີ່ໃຫ້ຄຸນຄ່າຫລາຍທີ່ສຸດນັກວິໄຈອະທິບາຍວ່າ ອາດເປັນ ເພາະຜັກໃບຂຽວອຸດົມໄປດ້ວຍວິຕາມິນອີ ເຊິ່ງເປັນສານອະນຸມູນອິດສະຫລະທີ່ຕໍສູ້ກັບສານເຄມີ ທີ່ຮ່າງກາຍຜະລິດຂຶ້ນມາທຳລາຍເຊລ.
ປົກກະຕິແລ້ວຜັກຈະມີວິຕາມິນອີຫລາຍກວ່າຫມາກໄມ້ ນອກຈາກນີ້ ການຮັບປະທານຜັກຮ່ວມກັບໄຂມັນທີ່ມີປະໂຫຍດເຊັ່ນ ນ້ຳສະ ຫະລັດຈະເຮັດໃຫ້ຮ່າງກາຍດູດຊຶມເອົາວິຕາມິນອີ ແລະ ສານຕໍ່ຕ້ານອະນຸມູນອິດສະຫລະອື່ນໆ ໄດ້ຍິ່ງຂຶ້ນ. ນັກວິໄຈຈາກສະຫະລັດອະເມຣິກາ ກ່າວວ່າ ໄຂມັນດັ່ງກ່າວຊ່ວຍຮັກສາລະດັບຄໍເຣສເຕີຣໍ ແລະ ປ້ອງກັນບໍ່ໃຫ້ຫລອດເລືອດອັດຕັນ ເຊິ່ງເປັນປັດໄຈສຳຄັນຕໍ່ສຸຂະພາບສະຫມອງ.

 


ຜົນການສຶກສາເຫັນວ່າ ຜູ້ທີ່ກິນຜັກວັນລະ 2 ຄາບ ເຫັນວ່າມີອັດຕາການເສື່ອມຂອງສະຫມອງຫນ້ອຍກວ່າຜູ້ທີ່ກິນຜັກຫນ້ອຍ ຫລື ບໍ່ ກິນຜັກ. ຜົນການສຶກສາຍັງພົບວ່າ ຄົນທີ່ກິນຜັກຫລາຍສາມາດຍ່າງໄປມາ ຫລື ເຮັດກິດຈະກຳອື່ນໆໄດ້ຢ່າງວ່ອງໄວນຳອີກ.