Lao (ພາສາລາວ)English (United Kingdom)
ຫນ້າທີ່
ຂອງ ກປສສ, ອຊນສ PDF ພິມ ອີເມລ
ຂຽນໂດຍ ທອງສັມລິດ ອ່ອນມະນີສອນ   
1

ຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະບັນດາ

ນິຕິກຳ ກ່ຽວກັບການປະເມີນຜົນກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ;

2

ຈັດຕັ້ງການໂຄສະນາເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ຝຶກອົບຮົມກ່ຽວກັບນິຕິກຳ

ດ້ານການປະເມີນຜົນກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ;

3

ສ້າງແຜນການ, ແຜນງົບປະມານ ແລະ ແຜນບຸກຄະລາກອນໃນແຕ່ລະໄລຍະ

ພ້ອມທັງເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ

ແລະ ລາຍງານຂັ້ນເທິງ;

4

ເກັບ ແລະ ຄຸ້ມຄອງ ຄ່າທຳນຽມ, ຄ່າບໍລິການດ້ານສິ່ງແວດລ້ອມ ແລະ ສັງຄົມ

ແລະ ປະຕິບັດພັນທະຕາມລະບຽບການ; ສ້າງແຜນການນຳໃຊ້ລາຍຮັບວິຊາການ

ໃນການເງື່ອນໄຫວວຽກງານ ຂອງ ກປສສ ໃນແຕ່ລະໄລຍະ ແລ້ວນຳສະເຫນີຂໍອະ

ນຸມັດຕາມລະບຽບການ;

5

ຂຶ້ນແຜນກໍ່ສ້າງ, ບຳລຸງ ແລະ ຍົກລະດັບດ້ານວິຊາການ ໃນຂົງເຂດວຽກງານການປະເມີນ

ຜົນກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ ຂອງບັນດາໂຄງການລົງທຶນ ໃຫ້ບັນດາຂະແຫນງການ

ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ;

6 ຄຸ້ມຄອງ, ຈັດວາງ ແລະ ນຳໃຊ້ພະນັກງານວິຊາການພາຍໃນກອງ ຕາມຕຳແຫນ່ງ ໃຫ້ເຫມາະສົມກັບຄວາມຮູ້ຄວາມສາມາດຂອງແຕ່ລະຄົນ ໂດຍໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ;
7

ເປັນຜູ້ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ດຳເນີນງານຕາມຂັ້ນຕອນໃນຂະບວນການປະເມີນຜົນກະທົບຕໍ່ສ່ິງແວດລ້ອມ ແລະ

ສັງຄົມ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງບັນດາໂຄງການລົງທຶນ;

8

ຄົ້ນຄວ້າ ແລະ ນຳສະເຫນີສ້າງຕັ້ງຄະນະຊ່ຽວຊານ ຫລື ວ່າຈ້າງຊ໋ຽວຊານ/ທີ່ປຶກສາ

ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຮັດຫນ້າທີ່ກວດຜ່ານບົດລາຍງານການປະເມີນຜົນ

ກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ

ຂອງໂຄງການລົງທຶນ ຖ້າຈຳເປັນ;

9

ປະສານສົມທົບກັບບັນດາຂະແຫນງການທ້ອງຖິ່ນທີ່ກ່ຽວຂ້ອງ ໃນການພົບປະເຈລະຈາ

ກັບຜູ້ພັດທະນາໂຄງການໃນໄລຍະຕ່າງໆ ຂອງຂະບວນການອອກໃບຢັ້ງຢືນ,

ເຈລະຈາສັນຍາ ສຳປະທານ ແລະ ເຊັນເອກະສານທາງການ ຕາມການມອບຫມາຍ

ຂອງຂັ້ນເທິງ;

10

ນຳສະເຫນີ ຫົວຫນ້າ ອຊນສ ພິຈາລະນາອອກໃບຢັ້ງຢືນຮັບຮອງເອົາບົດລາຍງານການ

ປະເມີນຜົນກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ແລະ

ສັງຄົມ ຂອງໂຄງການລົງທຶນ

11

ສະເຫນີສ້າງຕັ້ງລະບົບການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດແຜນການ

ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການລົງທຶນ ໂດຍມີການປະສານສົມທົບ ແລະ ລາຍງານຢ່າງຈະແຈ້ງກັບຂະແຫນງການແລະ ທ້ອງຖິ່ນທີ່ກ່ຽວຂ້ອງກໍ່ຄືຜູ້ພັດທະນາໂຄງການ;

12

ປະສານສົມທົບກັບຂະແຫນງການແລະທ້ອງຖິ່ນທີ່ກ່ຽວຂອງເພື່ອນຳສະເຫນີຂັ້ນເທິງປະຕິບັດ

ມາດຕະການໃນລະດັບຕ່າງໆໃນກໍລະນີທີ່ຜູ້ພັດທະນາໂຄງການບໍ່ປະຕິບັດຕາມພັນທະດ້ານ

ສິ່ງແວດລ້ອມ ແລະ ສັງຄົມ ທີ່ໄດ້ຮັບຮອງເອົາແລ້ວ;

13 ຄົ້ນຄວ້າສະເຫນີ ຢ້ອງຍໍ/ປະຕິບັດວິໄນຕໍ່ບຸກຄົົນ ຫລື ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທີ່ມີຜົນງານ/ກະທຳຄວາມຜິດ ໃນການຮັບປະກັນດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງ ໂຄງການລົງທຶນ;
14 ຄຸ້ມຄອງ ແລະ ສະເຫນີຂໍ້ມູນ ກ່ຽວກັບການປະເມີນຜົນກະທົບຕໍ່ສ່ິງແວດລ້ອມ ແລະ ສັງຄົມ ຂອງໂຄງການລົງທຶນຕາມລະບຽບການ;
15 ພົວພັນຮ່ວມມື ກັບປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ພັດທະນາໂຄງການ ເພື່ອເຜີຍແຜ່ກ່ຽວກັບຄວາມສຳຄັນຂອງວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການລົງທຶນ, ແນ່ໃສ່ຍາດແຍ່ເອົາການສະຫນັບສະຫນູນທາງດ້ານທຶນຮອນ, ວິຊາການ ແລະ ບົດຮຽນ;
16 ຄຸ້ມຄອງແລະນຳໃຊ້ຊັບສົມບັດສ່ວນລວມ, ອຸປະກອນ, ພາຫະນະ ທີ່ອົງການອະນຸມັດໃຫ້ ຢ່າງມີປະສິດຕິຜົນ;
17 ປະຕິບັດຫນ້າທີ່່ອື່ນໆຕາມການມອບຫມາຍ ຂອງຫົວຫນ້າ ອຊນສ.