Lao (ພາສາລາວ)English (United Kingdom)
ສິ່ງຈູງໃຈສູ່ລະບົບ "off grid" ເພື່ອນຳພະລັງງານສູ່ປະຊາຊົນ PDF ພິມ ອີເມລ
ຂຽນໂດຍ eia team   

ຫລັງຄາທີ່ຫຸ້ມດ້ວຍແຜ່ນພະລັງງານແສງຕາເວັນ ຢູ່ ນະຄອນ ວາຕິກັນ.

ສຳນັກຂ່າວ CNN ລາຍງານວ່າ ລາຄາຂອງພະລັງງານມັກຈະ ເປັນບັນຫາທາງດ້ານການເມືອງສະເຫມີ ແຕ່ວ່າດຽວນີ້ ຜູ້ໂຄສະນາຫາສຽງ ຖຽງວ່າ ພະລັງງານເປັນກຸນແຈເລີ່ມສູ່ ການປະຕິວັດພະລັງງານສີຂຽວ(ພະລັງງານສະອາດ).

ວັນທີ 1 ກຸມພາ, ລັດຖະບານ ອັງກິດ ປະກາດລາຍລະອຽດ

ວ່າ ອັດຕາຄ່າໃຊ້ຈ່າຍ ສຳລັລພະລັງງານທົດແທນ ຈະຕ້ອງ ຖືກຈ່າຍໂດຍ ເຈົ້າຂອງບ້ານ ແລະ ຊຸມຊົນ. ເຊິ່ງເອິ້ນອັດຕານັ້ນວ່າ ການຈ່າຍຄືນຄ່າພະລັງງານສະອາດ, ຫລື ກົນໄກນິຕິກຳທີ່ໃຊ້ກັບພະລັງງານທົດແທນ, ມີເປົ້າຫມາຍ

ເພື່ອກຳນົດການຕະຫລາດ ທີ່ຈະຊຸກຍູ້ໃຫ້ບຸກຄົນ ແລະ ກຸ່ມຄົນ ລົງທຶນເຂົ້າໃນ ແຜ່ນພະລັງງານແສງຕາເວັນ, ເທີບາຍປີ່ນດ້ວຍ ພະລັງງານລົມ ແລະ ຮູບແບບອື່ນໆຂອງພະລັງງານສະອາດ.

http://edition.cnn.com/2010/TECH/02/04/eco.micro.energy/index.html