|
ກອງປະຊຸມວິຊາການ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1 |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນອັງຄານທີ່ 25 ມັງກອນ 2011 ເວລາ 10: 50 |
|
ກອງປະຊຸມວິຊາການ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1
ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໄດ້ຈັດກອງປະຊຸມວິຊາການ ຂຶ້ນ ກ່ຽວກັບ ໂຄງການເຂື່ອນໄຟຟ້ານ້ຳມັງ 1 ໃນວັນທີ 12 ມັງກອນ 2011 ທີ່ ຫ້ອງປະຊຸມ ອຊນສ, ເພື່ອຮັບຟັງການສະເໜີບົດລາຍງານການສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ(EIA) ແລະ ສັງຄົມ(SIA) ຈາກຜູ້ພັດທະນາໂຄງການ, ພ້ອມທັງ ປຶກສາຫາລື ແລະ ສັງລວມຄວາມຄິດເຫັນຈາກຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບ ບົດລາຍງານ EIA ແລະ SIA; ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ແລະ ເຂົ້າຮ່ວມໂດຍ ທ່ານ ຮອງເຈົ້າແຂວງບໍລິຄຳໄຊ , ທ່ານ ຮອງເຈົ້າເມືອງ ເມືອງຮົ່ມ ແລະ ເມືອງທ່າ ພະບາດ, ຫຊນສ ແຂວງບໍລິຄຳໄຊ, ກົມຊັບພະຍາກອນ້ຳ, ຂະແໜງການ ທີ່ກ່ຽວຂ້ອງ: ກົມສົ່ງເສີມ ແລະ ພັດທະນາພະລັງງານ, ກອງປ່າສະຫງວນແຫ່ງຊາດ, ກົມໂຍທາ, ກົມປ່າໄມ້, ກົມອານາໄມ ແລະ ບໍລິສັດ DAS ຜູ້ພັດທະນາໂຄງການ ເຂື່ອນໄຟຟ້ານ້ຳມັງ1

ພ້ອມກັນນັ້ນ ໃນວັນທີ 13 ມັງກອນ 2011 ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ ແລະ ບໍລິສັດ DAS ຜູ້ພັດທະນາໂຄງການ ເຂື່ອນໄຟຟ້ານ້ຳມັງ1 ໄດ້ລົງຕິດຕາມ ກວດກາພາກສະໜາມພື້ນທີ່ ຕົວຈິງທີ່ຈະນຳໃຊ້ ໃນການກໍ່ສ້າງຂອງ ໂຄງການເຂື່ອນໄຟຟ້ານ້ຳມັງ1 ທີ່ ເມືອງທ່າພະ ບາດ, ແຂວງບໍລິຄຳໄຊ ແລະ ມີການຈັດປະຊຸມ ເພື່ອສະຫຼຸບຜົນຂອງການລົງຕິດຕາມ ກວດກາ ສັງລວມຄຳເຫັນ ທີ່ຈະປະກອບໃນການປັບປຸງບົດລາຍງານ EIA/SIA ຂອງ ໂຄງການເຂື່ອນໄຟຟ້ານ້ຳມັງ1 ທີ່ຫ້ອງປະຊຸມເຮືອນພັກເດືອນສະຫວັນ ໂດຍການເປັນປະ ທານຮ່ວມ ຂອງ ທ່ານ ຮອງເຈົ້າເມືອງ ເມືອງຮົ່ມ ແລະ ຮອງເຈົ້າເມືອງ ເມືອງທ່າພະບາດ

|
|
ການຝຶກອົບຮົມກ່ຽວກັບການຂຽນຂ່າວ, ການຕົບແຕ່ງຮູ້ບພາບ ແລະ ການອອກແບບເວັບໄຊ໌ |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນຈັນທີ່ 04 ຕຸລາ 2010 ເວລາ 09: 41 |
|

ການຝຶກອົບຮົມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບພາບ ແລະ ການອອກແບບເວບໄຊ໌
ການເຊີນເຂົ້າຮ່ວມຝຶກອົບຮົມ ຂອງຫ້ອງການ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບ ພາບ ແລະ ການອອກແບບເວບໄຊ ທີ່ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ITCT) ຫຼັກ 5, ນະຄອນຫຼວງວຽງຈັນ, ໃນວັນທີ 20-24 ກັນຍາ 2010. ເລີ້ມແຕ່ເວລາ 8 :30-16 :30. ໂດຍການ ສະໜັບສະໜູນຈາກ (ADB, TA7013) ເປັນປະທານໂດຍທ່ານ ອາລຸນ ໄຊຍະວົງ ຕາງໜ້າຫົວໜ້າກົມນ້ຳ, ເຊິ່ງມີນັກສຳມະນາກອນເຂົ້າຮ່ວມ 29 ທ່ານ ທີ່ມາຈາກ ກົມກອງ ແລະ ສະຖາບັນອ້ອມຂ້າງ ອຊນສ ເຊັ່ນ: ກົມສິ່ງແວດລ້ອມ, ກົມອຸຕຸນິຍົມ-ອຸທົກກະສາດ, ສະຖາບັນຄົ້ນຄວ້າຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກອງເລຂານຸການແຫ່ງຊາດ (GMS), ພະແນກ ຂ່າວສານ ແລະ ສ້າງຈິດສຳນຶກ, ພະແນກແຜນການ ແລະ ການຮ່ວມມື, ພະແນກຄຸ້ມຄອງ ແລະ ບໍລິຫານ, ພະແນກການເງິນ, ພະແນກຈັດຕັ້ງ-ພະນັກງານ, ພະແນກ ກົດໝາຍ ແລະ ຂໍ້ມູນຂ່າວສານ, ສູນຝຶກອົບຮົມ ແລະ ຫໍສະມຸດ. ໄດ້ມີວີທະຍາກອນຮັບເຊີນຈາກຈາກຫຼາຍ ພາກຊ່ວນຄື : ສະຖາບັນສື່ມວນຊົນ ແລະ ວັດທະນະທຳ, ວິທະຍາກອນຈາກພະແນກ ຂໍ້ມູນຂ່າວສານ ແລະ ສ້າງຈິດສຳນຶກ ແລະ ວິທະຍາກອນຈາກທີມງານ ລາວຊ້າ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນ ຢາກສ້າງໃຫ້ພະນັກງານຮູ້ຫຼັກການ ໃນການຂຽນ ຂ່າວ, ການອອກແບບເວບໄຊໂດຍການໃຊ້ ໂປແກຼມ Joomla ແລະ ການຕົບແຕ່ງຮູບພາບລົງໜ້າເວບໄຊ. |
|
LAST_UPDATED2 |
|
|
ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ |
|
|
|
|
ຂຽນໂດຍ eia team
|
| ກອງປະຊຸມເຜີຍແຜ່ ດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ |
|
|
ໃນວັນທີ 12 ມີນາ ປີ 2000 ທີ່ຈະມາເຖິງນີ້, ອຊນສ ຈະໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ,
ສະບັບເລກທີ 112/ນຍ, ລົງວັນທີ 16 ກຸມພາ 2010, ທີ່ ສູນປະຊຸມ ICTC ຫລັກ 5, ພາຍໃຕ້ການເປັນປະທານຂອງ ທ່ານ ຮອງປະທານ
ຄະນະກຳມະການສິ່ງແວດລ້ອມແຫ່ງຊາດ, ຜູ້ປະຈຳການ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າອົງການຊັບພະຍາກອນ
ນ້ຳ ແລະ ສິ່ງແວດລ້ອມ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ເປັນຕົ້ນແມ່ນ ບັນດາຂະແຫນງການທີ່ກ່ຽວຂ້ອງ, ເອກອັກຄະລາດຊະທູດ,
ອຸປະທູດ, ຜູ້ພັດທະນາໂຄງການ ລວມທັງອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ.
|
|
|
|
ກິນຜັກໃບຂຽວ...ຊ່ວຍບຳລຸງສະຫມອງ |
|
|
|
|
ຂຽນໂດຍ eia team
|
| ຜົນການສຶກສາຍິງ-ຊາຍ ອາຍຸ 65 ປີ ຂຶ້ນໄປໃນຈຳນວນ 3.718 ຄົນ ໃນຊິຄາໂກ ແຫ່ງສະຫະລັດອະເມຣິກາ ເປັນເວລາ 6 ປີ ພົບ ວ່າຜູ້ທີ່ຮັບປະທານຜັກວັນລະ 2 ຄາບຂຶ້ນໄປ ຈະມີອາຍຸສະຫມອງແຂງແຮງດີເຖິງ 5 ປີ ກົງກັນຂ້າມຜູ້ທີ່ບໍ່ຮັບປະທານຜັກ ຫລື ຮັບປະ ທານຫນ້ອຍຈະມີອັດຕາການປ່ຽນແປງຂອງຄວາມຈຳຫລຸດລົງ 40%. |
ຜັກໃບຂຽວທີ່ວ່ານີ້ເຊັ່ນ ຜັກໂຫມ, ຜັກກາດນາ ເຊິ່ງຜັກ 2 ຊະນິດນີ້ເປັນຜັກທີ່ໃຫ້ຄຸນຄ່າຫລາຍທີ່ສຸດນັກວິໄຈອະທິບາຍວ່າ ອາດເປັນ ເພາະຜັກໃບຂຽວອຸດົມໄປດ້ວຍວິຕາມິນອີ ເຊິ່ງເປັນສານອະນຸມູນອິດສະຫລະທີ່ຕໍສູ້ກັບສານເຄມີ ທີ່ຮ່າງກາຍຜະລິດຂຶ້ນມາທຳລາຍເຊລ. |
| ປົກກະຕິແລ້ວຜັກຈະມີວິຕາມິນອີຫລາຍກວ່າຫມາກໄມ້ ນອກຈາກນີ້ ການຮັບປະທານຜັກຮ່ວມກັບໄຂມັນທີ່ມີປະໂຫຍດເຊັ່ນ ນ້ຳສະ ຫະລັດຈະເຮັດໃຫ້ຮ່າງກາຍດູດຊຶມເອົາວິຕາມິນອີ ແລະ ສານຕໍ່ຕ້ານອະນຸມູນອິດສະຫລະອື່ນໆ ໄດ້ຍິ່ງຂຶ້ນ. |
ນັກວິໄຈຈາກສະຫະລັດອະເມຣິກາ ກ່າວວ່າ ໄຂມັນດັ່ງກ່າວຊ່ວຍຮັກສາລະດັບຄໍເຣສເຕີຣໍ ແລະ ປ້ອງກັນບໍ່ໃຫ້ຫລອດເລືອດອັດຕັນ ເຊິ່ງເປັນປັດໄຈສຳຄັນຕໍ່ສຸຂະພາບສະຫມອງ. |
ຜົນການສຶກສາເຫັນວ່າ ຜູ້ທີ່ກິນຜັກວັນລະ 2 ຄາບ ເຫັນວ່າມີອັດຕາການເສື່ອມຂອງສະຫມອງຫນ້ອຍກວ່າຜູ້ທີ່ກິນຜັກຫນ້ອຍ ຫລື ບໍ່ ກິນຜັກ. ຜົນການສຶກສາຍັງພົບວ່າ ຄົນທີ່ກິນຜັກຫລາຍສາມາດຍ່າງໄປມາ ຫລື ເຮັດກິດຈະກຳອື່ນໆໄດ້ຢ່າງວ່ອງໄວນຳອີກ. |
|
Elephant camp promotes sustainable tourism |
|
|
|
|
ຂຽນໂດຍ eia team
|
|
|
 |
With no less than eight lumbering pachyderms looking on, the Mekong Elephant Camp has officially opened. |
|
|
ອ່ານເພິ່ມເຕິມ...
|
|
ທ່ານຮອງປະທານປະເທດຢ້ຽມຊົມສະຖານທີ່ກໍ່ສ້າງຫໍຫລັກເມືອງ |
|
|
|
|
ຂຽນໂດຍ ທອງສັມລິດ ອ່ອນມະນີສອນ
|
|
ໃນຕອນແລງວັນທີ 6 ມັງກອນ 2010 ນີ້, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດໄດ້ຢ້ຽມຊົມສະຖານທີ່ຫໍຫລັກເມືອງວຽງຈັນ ຊິ່ງພວມກະ ກຽມໂຄງການກໍ່ສ້າງຫໍຫລັກເມືອງຢູ່ເຂດບ້ານເພຍວັດເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ໃນການລົງຢ້ຽມ ຊົມສະຖານທີ່ດັ່ງກ່າວນີ້, ທ່ານຮອງ ປະທານປະເທດກໍ່ໄດ້ຮັບຟັງການລາຍງານຈາກທ່ານ ທອງສາ ໄຊຍະສົງຄຳດີ ຫົວຫນ້າ ...
|
|
|
ອ່ານເພິ່ມເຕິມ...
|
|
|
|
|
|