|
ການຝຶກອົບຮົມກ່ຽວກັບການຂຽນຂ່າວ, ການຕົບແຕ່ງຮູ້ບພາບ ແລະ ການອອກແບບເວັບໄຊ໌ |
|
|
|
|
ຂຽນໂດຍ sengtavanh KOMMAMEUANG
|
|
ວັນຈັນທີ່ 04 ຕຸລາ 2010 ເວລາ 09: 41 |
|

ການຝຶກອົບຮົມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບພາບ ແລະ ການອອກແບບເວບໄຊ໌
ການເຊີນເຂົ້າຮ່ວມຝຶກອົບຮົມ ຂອງຫ້ອງການ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ກ່ຽວກັບ ການຂຽນຂ່າວ, ການຕົບແຕ່ງຮູບ ພາບ ແລະ ການອອກແບບເວບໄຊ ທີ່ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ITCT) ຫຼັກ 5, ນະຄອນຫຼວງວຽງຈັນ, ໃນວັນທີ 20-24 ກັນຍາ 2010. ເລີ້ມແຕ່ເວລາ 8 :30-16 :30. ໂດຍການ ສະໜັບສະໜູນຈາກ (ADB, TA7013) ເປັນປະທານໂດຍທ່ານ ອາລຸນ ໄຊຍະວົງ ຕາງໜ້າຫົວໜ້າກົມນ້ຳ, ເຊິ່ງມີນັກສຳມະນາກອນເຂົ້າຮ່ວມ 29 ທ່ານ ທີ່ມາຈາກ ກົມກອງ ແລະ ສະຖາບັນອ້ອມຂ້າງ ອຊນສ ເຊັ່ນ: ກົມສິ່ງແວດລ້ອມ, ກົມອຸຕຸນິຍົມ-ອຸທົກກະສາດ, ສະຖາບັນຄົ້ນຄວ້າຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກອງເລຂານຸການແຫ່ງຊາດ (GMS), ພະແນກ ຂ່າວສານ ແລະ ສ້າງຈິດສຳນຶກ, ພະແນກແຜນການ ແລະ ການຮ່ວມມື, ພະແນກຄຸ້ມຄອງ ແລະ ບໍລິຫານ, ພະແນກການເງິນ, ພະແນກຈັດຕັ້ງ-ພະນັກງານ, ພະແນກ ກົດໝາຍ ແລະ ຂໍ້ມູນຂ່າວສານ, ສູນຝຶກອົບຮົມ ແລະ ຫໍສະມຸດ. ໄດ້ມີວີທະຍາກອນຮັບເຊີນຈາກຈາກຫຼາຍ ພາກຊ່ວນຄື : ສະຖາບັນສື່ມວນຊົນ ແລະ ວັດທະນະທຳ, ວິທະຍາກອນຈາກພະແນກ ຂໍ້ມູນຂ່າວສານ ແລະ ສ້າງຈິດສຳນຶກ ແລະ ວິທະຍາກອນຈາກທີມງານ ລາວຊ້າ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນ ຢາກສ້າງໃຫ້ພະນັກງານຮູ້ຫຼັກການ ໃນການຂຽນ ຂ່າວ, ການອອກແບບເວບໄຊໂດຍການໃຊ້ ໂປແກຼມ Joomla ແລະ ການຕົບແຕ່ງຮູບພາບລົງໜ້າເວບໄຊ.
|
|
LAST_UPDATED2 |