|
There are no translations available.
ລາວ-ຈີນ-ມຽນມາ ຫາລືອະນຸພາກພື້ນແມ່ນ້ຳຂອງ
 ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ (GMS) ຄັ້ງທີ 4 ຢູ່ນະຄອນຫຼວງເນປີດໍ ສສ.ມຽນມາ ໃນລະຫວ່າງວັນທີ 19-20 ທັນວາ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດພົບປະຢ້ຽມຂ່ຳນັບທ່ານ ຕ້າຍ ປິງກົວ ທີ່ປຶກສາແຫ່ງລັດ ແຫ່ງ ສປ ຈີນ ໃນວັນທີ 19 ທັນວາ 2011.
ໃນໂອກາດນີ້ ທັງສອງຝ່າຍໄດ້ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະພາບການພົວພັນ ລະຫວ່າງ ລາວ ແລະ ຈີນ ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວ ພັນມິດຕະພາບ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງປະເທດ ພາຍຫຼັງທີ່ຜູ້ນຳສູງສຸດຂອງທັງສອງປະເທດໄດ້ຕົກລົງຍົກລະດັບສາຍພົວພັນດັ່ງ ກ່າວໃນຊຸມປີຜ່ານມາ ສາຍພົວພັນ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ ລາວ ແລະ ຈີນ ພ້ອມກັນນີ້ ທັງສອງຝ່າຍໄດ້ຢືນຢັນທີ່ຈະພ້ອມກັນເພີ່ມທະວີ ແລະ ຊຸກຍູ້ແຜນ ການຮ່ວມມືດ້ານເສດຖະກິດທີ່ໄດ້ເຊັນກັນສຳລັບແຕ່ປີ 2011-2015 ໃຫ້ປະກົດຜົນເປັນຈິງ ໂດຍສົມທົບ ແລະ ເຊື່ອມໂຍງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ຂອງລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 12 ຂອງຈີນ ເພີ່ມທະວີການຮ່ວມມືຮອບດ້ານ ແລະ ສືບຕໍ່ແລກປ່ຽນປະສານງານກັນໃຫ້ແໜ້ນແຟ້ນກ່ວາເກົ່າໃນເວທີພາກພື້ນ ແລະ ສາກົນ ເພື່ອປົກປ້ອງສິດຜົນປະໂຫຍດຂອງທັງສອງປະເທດ ເພື່ອສັນຕິພາບ ແລະ ການພັດທະນາໃນອາຊີ ແລະ ໃນໂລກ.
ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປະຕິບັດບັນດາໂຄງການທີ່ສຳຄັນໃຫ້ແກ່ລັດຖະບານລາວ ໃນການກະກຽມການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ຂອງ ສປປ ລາວ ໃນເດືອນພະຈິກ 2012.
ພ້ອມນີ້ ຝ່າຍຈີນ ຍັງໄດ້ສະແດງຄວາມຊົມເຊີຍລັດຖະບານລາວ ທີ່ໄດ້ຕັດສິນໃຈສູງໃນການເປັນເຈົ້າພາບຈັດກອງປະຊຸມທີ່ສຳຄັນດັ່ງກ່າວ ທ່ານ ຕ້າຍ ປິງກົວ ຍັງໄດ້ຕາງໜ້າໃຫ້ລັດຖະບານຈີນ ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນນະໂຍບາຍຈີນດຽວຂອງ ສປ ຈີນ ແລະ ຢືນຢັນເຖິງການສະໜັບສະໜູນຂອງລັດຖະບານຈີນ ຕໍ່ເສັ້ນທາງທີ່ປະ ຊາຊົນລາວເລືອກໃນການກ້າວເດີນ ສະ ໜັບສະໜູນແຜນການສ້າງພື້ນຖານໂຄງລ່າງຂອງລາວ ໂດຍສະເພາະການສ້າງເສັ້ນທາງລົດໄຟ ການສ້າງຊັບພະຍາກອນມະນຸດຂອງ ສປປ ລາວ ນອກນັ້ນຈີນ ຍັງໄດ້ສະແດງຄວາມຂອບໃຈຕໍ່ລາວ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ກ່ຽວກັບການປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຮັກສາຄວາມປອດໄພຕາມລຳແມ່ນ້ຳຂອງ.
ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໂດຍຜ່ານທ່ານ ຕ້າຍ ປິງກົວ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ເຊື້ອເຊີນສະຫາຍ ເວີນ ເຈຍປາວ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຢ້ຽມຢາມຢ່າງເປັນທາງການທີ່ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ໃນເດືອນພະຈິກ 2012.
ໃນໂອກາດເຂົ້າຮ່ວມກອງປະຊຸມ GMS ຄັ້ງທີ 4 ນີ້ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບທ່ານ ເທັນ ເຊັນ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ສະຫະພາບມຽນມາ ໃນຕອນບ່າຍຂອງວັນທີ 20 ທັນວາ 2011 ໂດຍມີລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີຈຳນວນໜຶ່ງຂອງມຽນມາ ເຂົ້າຮ່ວມ ແລະ ປະ ກອບສ່ວນຢ່າງຫ້າວຫັນໃນກອງປະຊຸມສຸດຍອດ GMS ຄັ້ງທີ 4 ທີ່ມຽນມາ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ນອກຈາກສະແດງຄວາມຂອບໃຈຕໍ່ການຮັບຕ້ອນອັນອົບອຸ່ນຂອງລັດຖະ ບານ ແລະ ປະຊາຊົນມຽນມາແລ້ວ ທ່ານ ທອງສິງ ທຳມະວົງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມ GMS ຄັ້ງທີ 4 ນີ້ ປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຢືນຢັນຮ່ວມກັບປະທານາທິບໍດີ ເທັນ ເຊັນ ທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນຮ່ວມມືສອງຝ່າຍໃຫ້ມີບາດ ກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ການພົບປະ 2 ຝ່າຍ ລະຫວ່າງ ທ່ານນາຍົກເຮົາກັບຫົວໜ້າຄະນະຜູ້ແທນຈີນ ແລະ ປະທານາທິບໍດີມຽນມາ ໄດ້ດຳເນີນໄປໃນບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ເຂົ້າອົກເຂົ້າ ໃຈກັນ |
|
|
There are no translations available.
ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມ ເວທີແລວທາງເສດຖະກິດ ຄັ້ງທີ 3 (ECF-3)
ໃນວັນທີ 30 ມີຖຸນາ 2011 ລັດຖະບານ ແຫ່ງ ສປປ ລາວ ໂດຍສົມທົບ ກັບ ທະນາຄານ ພັດທະນາອາຊີ ສປປ ລາວ ໄດ້ຈັດກອງປະຊຸມເວທີແລວທາງເສດຖະກິດ ຄັ້ງທີ ສາມ ໂດຍມີ ຈຸດປະສົງ ເພື່ອທົບທວນ ຄວາມຄືບໜ້າ ແລະ ບັນຫາ ພ້ອມທັງ ຄວາມກັງວົນ ທີ່ຍັງຄ້າງຄາ ກ່ຽວກັບການ ພັດທະນາ ບັນດາແລວທາງ ຂອງປະເທດ ອະນຸພາກພື້ນແມ່ນໍ້າຂອງ (GMS) ໃຫ້ເປັນເສັ້ນທາງ ເສດຖະກິດ ທີ່ແທ້ຈິງ ທີ່ນໍາໄປສູ່ ການລວມຕົວໃນພາກພື້ນ
ເວທີແລວທາງເສດຖະກິດ ຂອງ GMS ຫຼື ຂຽນຫຍໍ້ວ່າ ECF ໄດ້ຖືກສ້າງຕັ້ງຂຶ້ນ ໃນວັນທີ 6 ມີຖຸນາ 2008 ທີ່ແຂວງ ຢຸນນານ , ສປ ຈີນ ເພື່ອສົ່ງເສີມ ການປະສານງານລະຫວ່າງ ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອໍານວຍຄວາມສະວດກ ໃນການສົ່ງເສີມ ການພັດທະນາແລວທາງເສດຖະກິດ ຂອງ GMS ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ. ເວທີ ແລວທາງເສດຖະກິດ ຍັງໄດ້ຖືກມອບໝາຍ ໃຫ້ເຮັດ ພາລະບົດບາດ ໃນການປູກຈິດສໍານຶກ ໃຫ້ເຫັນຄວາມຈໍາເປັນ ແລະ ບັນດາບູລິມະສິດ ຂອງການ ພັດທະນາແລວທາງເສດຖະກິດ ຂອງ GMS. ນອກຈາກນັ້ນ, ECF ຍັງພະຍາຍາມ ເພີ່ມທະວີ ການມີສ່ວນຮ່ວມ ຂອງບັນດາອົງການທ້ອງຖິ່ນ , ການເຂົ້າຮ່ວມ ຂອງພາກເອກະຊົນ ແລະ ການປະສານງານ ຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນການພັດທະນາ ແລວທາງເສດຖະກິດ ຂອງ GMS.
ຫົວຂໍ້ ຂອງກອງປະຊຸມ ເວທີແລວທາງເສດຖະກິດ ຄັ້ງທີ 3 ແມ່ນ “ສ້າງຄວາມເຂັ້ມແຂງ ໃຫ້ແກ່ເສັ້ນທາງສູ່ຄວາມກ້າວໜ້າ ທີ່ຍືນຍົງ ໃນອະນຸພາກພື້ນແມ່ນໍ້າຂອງ” ຜົນສະລຸບ ຂອງກອງປະຊຸມເວທີ ແລວທາງເສດຖະກິດ ຄັ້ງທີ 3 ນີ້ ແມ່ນຈະເປັນການສັງລວມເອົາ ຄໍາແນະນໍາ ຕ່າງໆ ທີ່ຖືກຈັດເປັນບູລິມະສິດ ເພື່ອສ້າງແຜນຈັດຕັ້ງປະຕິບັດຕົວຈິງ ແນໃສ່ ເພີ່ມທະວີ ການພັດທະນາບັນດາແລວທາງພາກພື້ນ GMS ເປັນຕົ້ນ ແມ່ນການສັງລວມ ຈາກຜົນ ຂອງກອງປະຊຸມວິຊາການສະເພາະ ສອງຄັ້ງ ທີ່ໄດ້ຈັດຂຶ້ນ ໃນໄລຍະຜ່ານມາຄື: ກອງປະຊຸມວິຊາການສະເພາະ ແລວທາງເສດຖະກິດຕອນໃຕ້ ທີ່ພະນົມເປັນ, ປະເທດ ກໍາປູເຈຍ ໃນເດືອນ ມີນາ 2011 ແລະ ກອງປະຊຸມ ວິຊາການ ສະເພາະ ແລວທາງເສດຖະກິດ ເໜືອ-ໃຕ້ ທີ່ຄຸນໝິງ, ສປ ຈີນ ໃນເດືອນ ພຶດສະພາ 2011. |
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມປຶກສາຫາລືວິຊາການດ້ານການພັດທະນາຊັບພະຍາກອນມະນຸດຂອງບັນດາປະເທດອະ ນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 10 ໄດ້ຈັດຂຶ້ນ ຢູ່ໂຮງແຮມລາວພຼາຊາ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງເຂົ້າຮ່ວມ 6 ປະເທດມີ: ກຳປູເຈຍ ສປ ຈີນ ສປປ ລາວ ມຽນມາ ໄທ ແລະ ຫວຽດນາມ ເພື່ອປະເມີນການຈັດຕັ້ງປະຕິບັດຂອບແຜນຍຸດທະສາດ ແລະ ແຜນດຳເນີນງານການພັດທະນາຊັບພະຍາກອນມະນຸດໃນອະນຸພາກພຶ້ນແມ່ນ້ຳຂອງ (GMS) ໃນສົກປີ 2009-2012 ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບບັນຫາຄວາມທ້າທາຍຕ່າງໆ ແລະ ກຳ ນົດບູລິມະສິດຂອງການພັດທະນາມະນຸດ ເພື່ອສັງລວມເຂົ້າໃນຂອບແຜນຍຸດທະສາດອະນຸພາກພື້ນແມ່ນ້ຳຂອງ (GMS) ໄລຍະ 2012-2022.
ກອງປະຊຸມຄັ້ງນີ້ແມ່ນດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 18-19 ພຶດສະພາ 2011 ແລະ ຈັດຂື້ນໂດຍ ກອງເລຂາຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ປະຈຳລາວ ຮ່ວມກັບ ທະນາຄານພັດທະນາອາຊີ ADB ໂດຍເປັນປະທານຮ່ວມ ຂອງ ທ່ານ ຈັນທະຈິດ ອຳໄພຈິດ, ຮອງຫົວໜ້າ ກອງເລຂາຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ທ່ານ ນາງ ອິຄຸໂຄະ ມະຊຶໂມະໂຕະ, ຫົວໜ້າພະແນກພັດທະນາມະນຸດ ແລະ ສັງຄົມ, ກົມອາຊີຕາເວັນອອກສ່ຽງໃຕ້, ທະນາຄານພັດທະນາອາຊີ ເປັນປະທານຮ່ວມ.
ກອງປະຊຸມດັ່ງກ່າວເພື່ອແລກປ່ຽນຄຳຄິດເຫັນ ແລະ ຂໍ້ສະເໜີແນະລະຫວ່າງໜ່ວຍງານວິຊາການ ແລະ ບັນດາຄູ່ຮ່ວມພັດທະນາ ກ່ຽວກັບທິດທາງຍຸດທະສາດອັນໃໝ່ຂອງການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດໃນອະນຸພາກພື້ນແມ່ນ້ຳຂອງ. ບັນດາຄຳຄິດເຫັນດັ່ງກ່າວແມ່ນຈະໄດ້ນຳໄປຜັນຂະຫຍາຍ ເພື່ອເປັນທິດທາງ ແລະ ຊຸກຍູ້ການປະຕິບັດຍຸດທະສາດການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດໃນລະດັບອະນຸພາກພື້ນໃນອີກ 10 ປີຕໍ່ໜ້າ.
ບັນຫາ ແລະ ຍຸດທະສາດທີ່ໄດ້ກຳນົດໃນກອງປະຊຸມວິຊາການດ້ານການພັດທະນາຊັບພະຍາກອນມະນຸດຄັ້ງນີ້ ຈະຖືກນຳໄປປຶກສາຫາລືໃນກອງປະຊຸມວິຊາການຂັ້ນສູງ ກອງປະຊຸມລະດັບລັດຖະມົນຕີຂອງປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 17 ແລະ ກອງປະຊຸມສຸດຍອດຂອງປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 4.
ຂະແໜງການຮ່ວມມືການພັດທະນາຊັບພະຍາກອນມະນຸດໃນອະນຸພາກພື້ນ (HRD) ກໍແມ່ນໜຶ່ງໃນຂະແໜງການທີ່ລວມຢູ່ໃນແຜນງານດ້ານການຮ່ວມມື ທາງດ້ານເສດຖະກິດຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ໜ່ວຍງານວິຊາການດ້ານການພັດທະນາມະນຸດ (WGHRD) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ເຊິ່ງປະກອບມີສະມາຊິກຈາກທຸກປະເທດອະນຸພາກພື້ນແມ່ນ້ຳຂອງ ກອງປະຊຸມວິຊາການດ້ານການພັດທະນາຊັບພະຍາກອນມະນຸດນີ້ ແມ່ນຈັດຂຶ້ນເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບບັນຫາການພັດທະນາຊັບພະຍາກອນມະນຸດ ແລະ ຂໍ້ຄົງຄ້າງຕ່າງໆທີ່ພົວພັນກັບຫຼາຍປະເທດສະມາຊິກ ຜູ້ເຂົ້າຮ່ວມກອງປະຊຸມວິຊາການດັ່ງກ່າວ ແມ່ນປະກອບມີຜູ້ຕາງໜ້າລັດຖະບານຂອງບັນດາປະເທດສະມາຊິກອະນຸພາກພື້ນທີ່ຮັບຜິດຊອບກ່ຽວກັບຂະແໜງການສຶກສາ ຂະແໜງແຮງງານ ແລະ ການເຄື່ອນຍ້າຍແຮງງານ ຂະແໜງສາທາລະນະສຸກ ຂະແໜງການພັດທະນາສັງຄົມ ລວມທັງຂະແໜງປ້ອງກັນພະຍາດເອດ ບັນດາຄູ່ຮ່ວມພັດທະນາ ສະຖາບັນສຶກສາ ແລະ ສະຖາບັນຄົ້ນຄ້ວາທີ່ກ່ຽວຂ້ອງອື່ນໆ. |
|
ອ່ານເພິ່ມເຕິມ...
|
|
There are no translations available.
ທະນາຄານພັດທະນາອາຊີ ຊ່ວຍພັດທະນາ 3 ໂຄງການສຳຄັນໃນ ສປປ ລາວ

*(ຂປລ): ທະນາຄານພັດທະນອາຊີ ໄດ້ໃຫ້ການຊ່ວຍເຫລືອລ້າ ແກ່ ສປປ ລາວ ໃນ 3 ໂຄງການຄື: ໂຄງການແລວການອະນຸລັກຊີວະນາໆພັນ ຢູ່ 3 ແຂວງພາກໃຕ້ ມູນຄ່າ 20 ລ້ານໂດລາ, ໂຄງການປັບປຸງເສ້ັນ ທາງຊົນນະບົດລຽບທາງເລກ 9 ມູນຄ່າ 1,20 ລ້ານໂດລາ ແລະ ໂຄງການສ້າງຄວາມເຂັ້ມແຂງໃນການເຊື່ອມບົດບາດຍິງ-ຊາຍໃນຂະແໜງກະສິກຳ ມູນຄ່າ 0,48 ລ້ານໂດລາ. ພິທີເຊັນສັນຍາມອບຮັບທຶນຊ່ວຍເຫລືອລ້າດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 14 ກຸມພາ 2011 ທີ່ກະຊວງການເງິນ ລະຫວ່າງ ທ່ານນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າການກະຊວງການ |
|
ອ່ານເພິ່ມເຕິມ...
|
|
There are no translations available.
ຫາລືກ່ຽວກັບແຜນງານຫຼັກດ້ານສິ່ງແວດລ້ອມ
ກອງເລຂາອະນຸການແຫ່ງຊາດ (GMS) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນງານຫຼັກດ້ານສິ່ງແວດລ້ອມ ແລະ ຂໍ້ລິເລີ່ມແລວອະນຸຮັກຊີວະນາໆພັນ 2012-2016 ໃນວັນທີ 10 ກຸມພາ 2011 ທີ່ສູນການຮ່ວມມືສາກົນ ລາວ-ຍີ່ປຸ່ນ (ຫຼັກ5) ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີມີທ່ານນາງ ແກ້ວບັງອາ ແກ້ວລາ ຫົວໜ້າກອງເລຂາອະນຸກຳມະການແຫ່ງຊາດ (GMS) ພ້ອມດ້ວຍບັນດາຜູ້ຕາງໜ້າທະນາຄານພັດທະນາອາຊີ ກົມ ຫ້ອງການ ແລະ ຂະແໜງການກ່ຽວຂ້ອງ.
|
|
ອ່ານເພິ່ມເຕິມ...
|
|
There are no translations available.
High-speed railway to lower transport costs
Febuary 03, 2011 Vientian Times Business operators will find it cheaper to export products to regional and world markets when the planned 421km high-speed railway is operational.
International Transporta-tion Association President Mr Prachit Xayavong said yesterday the railway will lower transport costs as it will be able to move larger quantities of goods. This will allow businesses to export their products at more competitive prices.
|
|
ອ່ານເພິ່ມເຕິມ...
|
|
There are no translations available.
ການຄຸ້ມຄອງສານເຄມີ ຂົງເຂດອະນຸພາກພື້ນແມ່ນ້ຳຂອງ ວັນທີ 17/01/2011ວຽງຈັນໃໝ່
ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 3 ກ່ຽວກັບການຄຸ້ມຄອງສານເຄມີ ໃນຂົງເຂດອະນຸພາກພື້ນ ແມ່ນ້ຳຂອງ ໃນໄລຍະວັນທີ 12-14 ມັງກອນ ທີ່ແຂວງຫຼວງພະບາງ ກອງປະຊຸມດັ່ງກ່າວ ໄດ້ຮັບການອຸປະຖຳຈາກອົງການເຄມີ ປະເທດສະວີເດັນ (KEMI) ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຂັ້ນລັດຖະມົນຕີຊ່ວຍ ຄະນະກົມ ແລະ ວິຊາການອາວຸໂສ ຈາກປະເທດລາຊະອານາຈັກກຳປູເຈຍ ສ.ສ ຫວຽດນາມ ຈາກສະຖາບັນ ຄົ້ນຄ້ວາ ແລະ ເຝິກອົບຮົມຂອງອົງການສະຫະປະຊາຊາດ ຢູນີຕ້າ (United Nation Institute for Research and Training) ແລະ ສປປ ລາວ.
|
|
ອ່ານເພິ່ມເຕິມ...
|
|
There are no translations available.
ຈະເລີ່ມກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ-ຈີນ 27 ທັນວາ 2010ວຽງຈັນໃໝ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫົວໜ້າຄະນະຮັບຜິດຊອບ ໂຄງການກໍ່ ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງ ລາວ-ຈີນ ໄດ້ເນັ້ນໃຫ້ບັນດາຄະນະຮັບຜິດຊອບເອົາໃຈໃສ່ຫຼາຍ ບັນຫາເພື່ອຮັບປະກັນ ວຽກງານອັນຮີບດ່ວນ ເຊັ່ນ: ຕ້ອງຈັດກອງປະຊຸມຕົກລົງສ້າງຕັ້ງຄະນະຮັບຜິດຊອບຄຸ້ມຄອງ ຝ່າຍລາວ ໂດຍໃຫ້ມີພາກສ່ວນ ທີ່ກ່ຽວຂ້ອງບັນຈຸເຂົ້ານຳ ຕ້ອງມີການກະກຽມງົບປະມານໃຊ້ຈ່າຍສຳລັບຝ່າຍລາວ ໃນການຈັດຕັ້ງປະຕິບັດວຽກງານຕັ້ງແຕ່ຄະ ນະຮັບຜິດຊອບ ຈົນໄປເຖິງໜ່ວຍງານທີ່ຢູ່ຂັ້ນແຂວງ ຕ້ອງຈັດໃຫ້ມີກອງປະຊຸມຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ |
|
ອ່ານເພິ່ມເຕິມ...
|
|
|
|
|
<< ເລີ່ມຕົ້ນ < ຖອຍຫຼັງ 1 2 3 4 ຕໍ່ໄປ > ສຸດທ້າຍ >>
|
|
Page 1 of 4 |