English (United Kingdom)Lao (ພາສາລາວ)
ຂຽນໂດຍ Administrator   
ວັນຈັນທີ່ 07 ທັນວາ 2009 ເວລາ 22: 43
There are no translations available.

 ການກະກຽມໃຫ້ກອງປະຊຸມ ປະຖົມມະເລີກສຳລັບ ເວທີ ລິເລີມການປະຕິ ບັດມາດຕະການ 3Rs ໃນພາກພື້ນອາຊີ

 (GMS) ກອງປະຊຸມຄັ້ງນີ້ແມ່ນໄດ້ຈັດຂື້ນໂດຍກະຊວງ ສິ່ງແວດລ້ອມ, ລັດຖະບານ ຍີປຸ່ນສຳລັບສ້າງຂອບຮ່ວມມື ດ້ານການປະຕິບັດ ມາດຕະການ 3Rs (Reuse, Reduce, Recycle)ໃນບັນດາປະເທດອາຊຽນ ແລະ ອາຊຽນບວກ 6 (ສປ ຈີນ, ເກົາຫຼີ, ຍີ່ປຸ່ນ, ອົສຕາລີ, ນິວຊີແລນ ແລະ ອິນເດຍ)ລວມ ທັງບັນດາຊ່ຽວຊານຈາກອົງການຈັດຕັ້ງ ສາກົນ ແລະ ສະຖາບັນ ການເງີນສາກົນທີ່ກ່ຽວຂ້ອງກັບການ ປະຕິບັດມາດ ຕະ ການ 3Rs ຄື: ADB ,AIT ,GEF ,IGES, JICA, OECD, UNCRD, UNEP, UNESCAP, UNIDO ແລະຊ່ຽວຊານ ພາຍໃນປະເທດ ຍີ່ປຸ່ນ.

ຜ່ານການປືກສາຫາລືກອງປະຊຸມມີ ຄວາມເປັນເອກະພາບກັນຮ່າງຖະແຫຼງ ການໂຕກຽວ ວ່າດ້ວຍການຈັດຕັ້ງປະຕິບັດ ມາດຕະການ 3Rs ເພື່ອນຳສະເໜີຕໍ່ ກອງປະຊຸມປະຖົມມະເລີກສຳລັບເວທີ ລິເລີ່ມທີ່ມີແຜນຈະຈັດຂື້ນໃນທ້າຍປີ 2009 ເພື່ອສະເໜີພິຈາລະນາຮັບຮອງເອົາ ເນື້ອໃນຮ່າງຖະແຫຼງການ 3Rsໂຕກຽວ.

ລະດັບການເຕີບໂຕດ້ານເສດຖະກິດກໍ່ຄືດ້ານປະຊາກອນຂອງ ບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມ ແມ່ນມີຄວາມ ແຕກໂຕນກັນອັນ  ເຮັດໃຫ້ ຄວາມ ຕ້ອງການ ທີ່ເປັນບູລິມະສິດພ້ອມທັງກິດຈະກຳຫຼັກ ຂອງແຕ່ລະປະເທດມີຄວາມແຕກຕ່າງ ກັນທັງນີ້ທັງນັ້ນ ກອງປະຊຸມ ກໍ່ໄດ້ພະຍາ ຍາມກຳນົດຂົງເຂດບູລິມະສິດ ແລະ ບັນ ດາກິດຈະກຳຫຼັກ ສຳຫຼັບ ການຮ່ວມມື ເພື່ອຜົນປະໂຫຍດ ຂອງທຸກປະເທດທີ່ເຂົ້າ ຮ່ວມ ຕາມຄວາມເໝາະສົມອັນໄດ້ສະແດງ ອອກໃນຈຸດປະສົງຂອງຮ່າງຖະແຫຼງການ 3Rs ໂຕກ່ຽວດັ່ງກ່າວ ທີ່ຖືເປັນເອກະສານ ພື້ນຖານ ຂອງການຮ່ວມມືສຳລັບ ສ້າງຕັ້ງ ແລະ ລິເລີມເວທີປືກສາຫາລືໃນອາຊີ ເພື່ອ ສົ່ງເສີມການປະຕິບັດມາດຕະການ 3Rs ແບບມີຍຸດທະສາດ ມີລະດັບຄວາມຮູ້ ແລະ ເປັນລະບົບຜ່ານການ ແລກປ່ຽນບົດຮຽນ ປະສົບການດ້ານນະໂຍບາຍ ແລະ ພາກ ປະຕິບັດຕົວຈິງ ທີ່ເປັນແມ່ ແບບ ທີ່ດີເລີດ ສຳລັບ ຜັນຂະຫຍາຍ ພ້ອມທັງການ ຖ່າຍ ຖອດເຕັກໂນໂລຊີ. ນອກຈາກນັ້ນ ແມ່ນມີຄວາມຈຳເປັນທີ່ຕ້ອງພັດທະນາເຄືອ ຂ່າຍລະຫວ່າງ ທຸກພາກສ່ວນ ທີ່ກ່ຽວຂ້ອງ ໂດຍ ກວມເອົາພາກລັດ, ສະຖາບັນການສືກສາ ກຸ່ມວິທະຍາສາດ ກຸ່ມຄົ້ນຄວ້າ ຂະແໜງ ເອກະຊົນ ແລະ NGOs.

LAST_UPDATED2